ອຸດົມໄຊ ເປີດກອງປະຊຸມ ວຽກງານການເມືອງ-ແນວຄິດ ທົ່ວແຂວງ

ກອງປະຊຸມ ວຽກງານການເມືອງ-ແນວຄິດ ທົ່ວແຂວງອຸດົມໄຊ ໃນຫົວຂໍ້ (ເພີ່ມທະວີການນຳພາຂອງອົງຄະນະພັກແຂວງ, ສ້າງການຫັນປ່ຽນໃໝ່ວຽກງານການເມືອງ-ແນວຄິດ ຢ່າງແຂງແຮງ) ຈັດຂຶ້ນ ຫວ່າງວັນທີ 8–9 ກຸມພານີ້ ທີ່ສະໂມສອນແຂວງ ໂດຍການເປັນປະທານຂອງ ສະຫາຍ ບຸນຄົງ ຫລ້າຈຽມພອນ ກຳມະການສຳຮອງສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງອຸດົມໄຊ.

ກອງປະຊຸມ ກໍເພື່ອເຮັດໃຫ້ ຄະນະພັກ, ບັນດາພະແນກການ, ອົງການ ອ້ອມຂ້າງແຂວງ, ຄະນະບໍລິຫານງານພັກເມືອງ ຕະຫລອດຮອດສະມາຊິກພັກ-ພະນັກງານ, ທະຫານ, ຕຳຫລວດ, ປະຊາຊົນບັນດາເຜົ່າ ແລະ ຊັ້ນຄົນຕ່າງໆ ທົ່ວແຂວງ ຮັບຮູ້, ເຂົ້າໃຈ, ເຊື່້ອມຊຶມ ແລະ ກຳແຫນ້ນຢ່າງເລິກເຊິ່ງ ຕໍ່ກັບເນື້ອໃນກອງປະຊຸມ ວຽກງານການເມືອງ-ແນວຄິດ ທົ່ວປະເທດ ຄັ້ງທີ V ແລະ ທິດທາງແຜນການ ວຽກງານການເມືອງ-ແນວຄິດ ທົ່ວແຂວງອຸດົມໄຊ ຮອດປີ 2025 ແລະ ພ້ອມກັນນຳໄປຈັດຕັ້ງຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ໃນຂົງເຂດຄວາມຮັບຜິດຊອບຂອງຕົນໃຫ້ໄດ້ຮັບໝາກຜົນສູງ; ແນ່ໃສ່ຍົກສູງຄວາມຮູ້, ຄວາມສາມາດນຳພາ ແລະ ຄວາມຮັບຜິດຊອບ ໃນການເຄື່ອນໄຫວວຽກງານການເມືອງ-ແນວຄິດ ຂອງຄະນະພັກ, ຄະນະນໍາ ແຕ່ລະຂັ້ນ ພ້ອມທັງສ້າງກຳລັງແຮງແຫ່ງຄວາມເປັນເອກະພາບທາງດ້ານການເມືອງ-ແນວຄິດ ແລະ ກໍາລັງແຮງ ໃນການຈັດຕັ້ງປະຕິບັດ ພາລະກິດປະຕິວັດຂອງພັກ, ການປົກປັກຮັກສາ ແລະ ສ້າງສາປະເທດຊາດ, ຍົກສູງນ້ຳໃຈຮັກຊາດ, ເສີມສ້າງຄວາມສາມັກຄີເປັນປຶກແຜ່ນ, ເປັັນເຈົ້າຕົນເອງ, ເພິ່ງຕົນເອງແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຮັບປະກັນໃຫ້ແຂວງ ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ, ເສດຖະກິດ-ສັງຄົມ ສືບຕໍ່ໄດ້ຮັບການພັັດທະນາ ແລະ ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່ານັບມື້ດີຂຶ້ນ.

ກອງປະຊຸມຍັງໄດ້ຮັບຟັງການລາຍງານ ສະພາບການຈັດຕັ້ງປະຕິບັດວຽກງານການເມືອງ-ແນວຄິດ ແຕ່ໄລຍະປີ 2003–2022 ແລະ ທິດທາງ ຮອດປີ 2025 ແລະ ວຽກງານການເມືອງ-ແນວຄິດ ທົ່ວແຂວງອຸດົມໄຊ ໄລຍະຜ່ານມາ ພ້ອມທິດທາງແຜນການ ຮອດປີ 2025 ນອກນັ້ນ ຜູ້ແທນກອງປະຊຸມ ໄດ້ພ້ອມກັນ ມີຄໍາເຫັນ ຕາມຫນ້າວຽກຄວາມຮັບຜິດຊອບ ດ້ານດີ-ຜົນງານ, ດ້ານອ່ອນ-ຂໍ້ຄົງຄ້າງ ແລະ ວິທີແກ້ໄຂ ຈະຕ້ອງສືບຕໍ່ຈັດຕັ້ງປະຕິບັດໃນຕໍ່ຫນ້າ. ກອງປະຊຸມ ມີການນໍາແຂວງ-ເມືອງ, ອະດີດການນໍາ, ຄະນະພັກ, ຄະນະພະແນກ, ອົງການຈັດຕັ້ງ ຕະຫລອດຮອດຄະນະພັກ 2 ກອງບັນຊາການ ປກຊ-ປກສ ແລະ ຄະນະພັກ ຈາກບັນດາຫນ່ວຍພັກ ອ້ອມຂ້າງແຂວງ ເຂົ້າຮ່ວມ.