ເຈົ້າແຂວງອຸດົມໄຊ ລົງເຄື່ອນໄຫວ ຕິດຕາມ,ກວດກາ ແລະ ຊຸກຍູ້ ໂຄງການລົງທຶນ ຢູ່ເມືອງນາຫມໍ້

  ວັນທີ 15 ກຸມພາ 2023 ນີ້ ທ່ານ ບຸນຄົງ ຫລ້າຈຽມພອນ ເຈົ້າແຂວງອຸດົມໄຊ ພ້ອມດ້ວຍ ປະ ທານສະພາປະຊາຊົນແຂວງ ແລະ ບັນດາການນຳແຂວງ ຈາກຂະແຫນງການກ່ຽວຂ້ອງ ໄດ້ພ້ອມກັນລົງເຄື່ອນໄຫວ ຕິດຕາມ,ກວດກາ ແລະ ຊຸກຍູ້ ບັນດາໂຄງການລົງທຶນ ຂອງນັກລົງທຶນ ຢູ່ເມືອງນາຫມໍ້ ແຂວງອຸດົມໄຊ ໂດຍສົມທົບກັບການນຳຂອງເມືອງ.

  ການລົງເຄື່ອນໄຫວ ໃນຄັ້ງນີ້ ກໍເພື່ອເປັນການເກັບກຳຂໍ້ມູນ ແລະ ຕິດຕາມຄວາມຄືບຫນ້າ ກ່ຽວກັບ ການຈັດຕັ້ງປະຕິບັດ ໂຄງການ ການລົງທຶນ ຂອງບັນດານັກລົງທຶນ ພ້ອມທັງ ຊຸກຍູ້,ອຳນວຍຄວາມສະດວກ ແລະ ໃຫ້ທິດຊີ້ນຳ ບາງດ້ານ ໃນການເຄື່ອນໄຫວການລົງທຶນ ພ້ອມທັງ ກຳນົດແນວທາງ ໃນການປັບປຸງ,ແກ້ໄຂ ຜົນກະທົບ ແລະບາງບັນຫາ ທີ່ເກີດມີຂໍ້ຂັດແຍ່ງ ລະຫວ່າງ ນັກລົງທຶນ ແລະ ປະຊາຊົນທີ່ນອນໃນຂົງເຂດ ຂອງການລົງທຶນ ໂດຍແນ່ໃສ່ເຮັດໃຫ້ ປະຊາຊົນ ທີ່ໄດ້ຮັບຜົນກະທົບ ໄດ້ຮັບການຊົດເຊີຍ,ມີຊີວິດການເປັນຢູ່ ທີ່ສະຫງົບ,ປອດໄພ ແລະ ດີຂຶ້ນເທື່ອລະກ້າວ ລວມທັງ ເຮັດໃຫ້ການລົງທຶນ ຂອງບັນດານັກລົງທຶນ ຢູ່ເມືອງນາຫມໍ້ ໄດ້ຮັບການຈັດຕັ້ງປະຕິບັດ ໄປຕາມລະບຽບ,ຫລັກການ ແລະ ຂັ້ນຕອນ ຕ່າງໆ ຂອງການລົງທຶນ ປະກອບສ່ວນສຳຄັນ ໃນການພັດທະນາເສດຖະກິດ – ສັງຄົມຂອງແຂວງ ອຸດົມໄຊ ໃຫ້ມີບາດກ້າວຂະຫຍາຍຕົວ.

  ການລົງເຄື່ອນໄຫວ ໃນຄັ້ງນີ້ ມີຢູ່ຫລາຍຈຸດ ເປັນຕົ້ນແມ່ນ ໂຄງການຂຸດຄົ້ນແຮ່ເຫລັກ ຂອງບໍລິສັດ CNP ຢູ່ບ້ານນໍ້າວຶນໃຕ້,ໂຄງການຂຸດຄົ້ນແຮ່ ບາຣິດ ຂອງບໍລິສັດ ສາລິກາ ຢູ່ບ້ານ ຫ້ວຍອ່ອນ,ຕິດຕາມ ການນຳໃຊ້ໄຟ້ຟ້າ ເຂົ້າໃນການຂຸດຄົ້ນ ບິດຄອຍ ທີ່ບ້ານຫ້ວຍອ່ອນ,ໂຄງການກໍ່ສ້າງ ໂຮງງານ ສີລິຄອນ – ມັງການ ທີ່ບ້ານນາຫມໍ້ໃຕ້,ໂຄງການສໍາປະທານ ເນື້ອທີ່ດິນ ໃນການຂຸດຄົ້ນຖ່ານຫີນ ຂອງທ່ານ ຄຳວອນ ເກດທະລາ ແລະ ໂຄງການປູກອ້ອຍ ຂອງປະຊາຊົນ ຢູ່ບ້ານນາສະຫວ່າງ ແລະ ຕິດຕາມ,ກວດກາ ໂຮງງານ ຊີມັງ ຂອງບໍລິສັດ ອຸດົມໄຊ ຈຽງເກີ ຈຳກັດ ທີ່ບ້ານນາທົ່ງ.

  ນອກຈາກການລົງຕິດຕາມ ກວດກາ ບັນດາໂຄງການລົງທຶນ ດັ່ງກ່າວແລ້ວ ທ່ານ ບຸນຄົງ ຫລ້າຈຽມພອນ ເຈົ້າແຂວງອຸດົມໄຊ ພ້ອມດ້ວຍການນຳແຂວງ ຍັງໄດ້ສືບຕໍ່ ລົງພົບປະ ຢ້ຽມຢາມແລະ ໂອ້ລົມ ອ້າຍນ້ອງທະຫານ ຢູ່ກອງຮ້ອຍ ທະຫານຊາຍແດນ 141 ພ້ອມທັງ ນຳເອົາເຄື່ອງບໍລິໂພກຈຳນວນຫນຶ່ງ ເປັນຕົ້ນແມ່ນ ນ້ຳດື່ມ,ຫມີ່ ,ປ໋ອງປາ ແລະ ເງິນສົດອີກຈຳນວນຫນຶ່ງ ມອບໃຫ້ຕື່ມອີກ ເພື່ອເປັນການຊຸກຍູ້ ກຳລັງໃຈ ແກ່ອ້າຍນ້ອງທະຫານ ທີ່ປະຈຳການ ແລະ ປະຕິບັດຫນ້າທີ່ ເພື່ອປົກປ້ອງເຂດນ້ຳແດນດິນ ແລະ ອະທິປະໄຕຂອງຊາດ ເວົ້າລວມ,ເວົ້າສະເພາະກໍຄື ຄວາມສະຫງົບສຸກ ແລະ ຄວາມເປັນລະບຽບຮຽບຮ້ອຍ ຂອງສັງຄົມ ທົ່ວແຂວງອຸດົມໄຊ.