ນາງສາວທ່ອງທ່ຽວລາວ ປີ 2023 ເຂົ້າຢ້ຽມຂ່ຳນັບທ່ານເຈົ້າແຂວງອຸດົມໄຊ

ໃນຕອນແລງວັນທີ 9 ກຸມພານີ້ ທີ່ຫ້ອງຮັບແຂກຫ້ອງວ່າການປົກຄອງ ແຂວງອຸດົມໄຊ ຄະນະອຳນວຍການປະກວດນາງສາວທ່ອງທ່ຽວລາວ ປີ 2023 ໄດ້ນຳພານາງສາວທີ່ໄດ້ຮັບລາງວັນຈາກການປະກວດ ນາງສາວທ່ອງທ່ຽວລາວ ປີ 2023 ໂດຍມີ ນາງ ສາວ ອິນທິລາ ຄຸນພະຈັນສີ ຕົວແທນຈາກແຂວງອຸດົມໄຊ ທີ່ເຂົ້າປະກວດໄດ້ຮັບມຸງກຸດຊະນະເລີດ ນາງສາວທ່ອງທ່ຽວລາວ ປະຈຳປີ 2023 ແລະ ນາງ ສາວ ອັກສອນສະຫວັນ ຈັນທະລັງສີ ຕົວແທນຈາກນະຄອນຫຼວງ ທີ່ໄດ້ຮັບມຸງກຸດຮອງຊະນະເລີດອັນດັບໜຶ່ງ ເຂົ້າຢ້ຽມຄຳນັບທ່ານເຈົ້າແຂວງອຸດົມໄຊ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ໂດຍ ທ່ານ ບຸນຄົງ ຫຼ້າຈຽມພອນ ເຈົ້າແຂວງອຸດົມໄຊ.
ການເຂົ້າຢ້ຽມຂ່ຳນັບ ທາງຄະນະອຳນວຍການປະກວດ ນາງສາວທ່ອງທ່ຽວລາວ ປີ 2023 ຕາງໜ້າໃຫ້ແກ່ນ້ອງນາງສາວໄດ້ລາຍງານສະພາບ, ຜົນສຳເລັດຂອງການປະກວດ ພ້ອມຈຸດປະສົງຂອງການມາເຄື່ອນໄຫວ ຢູ່ ແຂວງອຸດົມໄຊ ເຊິ່ງເປັນແຂວງທຳອິດທີ່ນາງສາວທ່ອງທ່ຽວໄດ້ມາເຄື່ອນໄຫວກິດຈະກຳ ແລະຈະໄດ້ເຂົ້າຮ່ວມພິທີທີ່ສຳຄັນຂອງແຂວງ, ລົງເຄື່ອນໄຫວຖ່າຍພາບວີດີໂອຕົວຢ່າງ ກ່ຽວກັບການໂຄສະນາການທ່ອງທ່ຽວ ເປັນຕົ້ນແມ່ນ ການນຸ່ງຖືຊຸດຊົນເຜົ່າຕ່າງຂອງແຂວງ ແລະ ສະຖານທີ່ທ່ອງທ່ຽວສຳຄັນຂອງແຂວງຈຳນວນໜຶ່ງ.


ໂອກາດນີ້ ກໍໄດ້ມອບກະຕ່າຂອງຂັວນ ເພື່ອສະແດງຄວາມຮູ້ບຸນຄຸນ ແກ່ຄະນະອົງການປົກຄອງແຂວງ ແລະ ປະຊາຊົນພາຍໃນແຂວງອຸດົມໄຊ ທີ່ໄດ້ສົ່ງແຮງໃຈຊ່ວຍຊົມຊ່ວຍເຊຍ ເຮັດໃຫ້ຕົວແທນຈາກແຂວງອຸດົມໄຊ ສາມາດຍາດໄດ້ໄຊຊະນະ ແລະ ໄດ້ຮັບມົງກຸດອັນຊົງກຽດ ຕຳແໜ່ງນາງສາວທ່ອງທ່ຽວລາວ ປະຈຳປີ 2023 ເຊິ່ງໄດ້ສ້າງຊື່ສຽງ ຄວາມເອກອ້າງທະນົງໃຈ ມາສູ່ຊາວແຂວງອຸດົມໄຊ.
ທ່ານເຈົ້າແຂວງອຸດົມໄຊ ກໍໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ຕໍ່ຜົນສຳເລັດທີ່ຕົວແທນຍາດມາໄດ້ ພ້ອມທັງໄດ້ແນະນຳໃຫ້ສືບຕໍ່ເຄື່ອນໄຫວຕາມພາລະບົດບາດຂອງນາງສາວ ເຄື່ອນໄຫວໂຄສະນາແຫຼ່ງທ່ອງທ່ຽວທີ່ສຳຄັນຂອງແຂວງໃຫ້ກວ້າງຂວາງ ແລະ ໃຫ້ສືບຕໍ່ພົວພັນກັບຂະແໜງການທີ່ກ່ຽວຂ້ອງ ເຄື່ອນໄຫວກິດຈະກຳຕ່າງໆທີ່ກຳນົດໄວ້ໃຫ້ປະສົບຜົນສຳເລັດ.

ນັກຂ່າວ: ສີຈັນ ເກດວົງສາ