ພົບປະແລກປ່ຽນ ບົດຮຽນ ວຽກງານຫ້ອງວ່າການ ອຸດົມໄຊ-ອັດຕະປື

ພິທີພົບປະແລກປ່ຽນບົດຮຽນວຽກງານຫ້ອງວ່າການ ລະຫວ່າງ ຫ້ອງວ່າການແຂວງອຸດົມໄຊ ກັບ ຫ້ອງວ່າການແຂວງອັດຕະປື ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 7 ກຸມພາ ນີ້ ທີ່ຫ້ອງວ່າການແຂວງອຸດົມໄຊ.

ເຂົ້າຮ່ວມໃນພິທີ ຕາງໜ້າແຂວງອຸດົມໄຊ ນຳໂດຍທ່ານນາງ ອຳໄພວອນ ປັນຍາລັກ ກຳມະການພັກແຂວງ ຫົວໜ້າຫ້ອງວ່າການ ແຂວງອຸດົມໄຊ ຕາງໜ້າຫ້ງວ່າການແຂວງອັດຕະປື ນຳໂດຍ ທ່ານນາງ ບັນໄດ ໄຊຍະສິດ ຮອງເລຂາຄະນະພັກຮາກຖານ ຮອງຫົວໜ້າຫ້ອງວ່າການ ແຂວງອັດຕະປື, ມີຫົວໜ້າ – ຮອງຫົວໜ້າຂະແໜງການ ພ້ອມດ້ວຍພະນັກງານວິຊາການ ຈາກຫ້ອງວ່າການສອງແຂວງເຂົ້າຮ່ວມ.


ໃນການພົບປະແລກປ່ຽນບົດຮຽນວຽກງານຫ້ອງວ່າການຄັ້ງນີ້ ທັງສອງແຂວງ ກໍໄດ້ລາຍງານສະພາບຈຸດພິເສດຂອງແຂວງ ສະພາບການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຫ້ອງວ່າການໃຫ້ກັນຊາບໂດຍສັງເຂບ ໂດຍໄດ້ໃຫ້ຮູ້ເຖິງດ້ານດີທີ່ພົ້ນເດັ່ນ ແລະ ດ້ານອ່ອນຂໍ້ຄົງຄ້າງຈຳນວນໜຶ່ງ ທີ່ທັງສອງແຂວງຈະໄດ້ພ້ອມກັນປະກອບຄຳຄິດເຫັນແລກປ່ຽນບົດຮຽນນຳກັນ ເປັນຕົ້ນແມ່ນການນຳໃຊ້ງົບປະມານ, ການປັບປຸງກົງຈັກການຈັດຕັ້ງ, ການຈັດຕັ້ງປະຕິບັດວຽກງານເສນາທິການ ໃນການພົວພັນກັບບັນດາຂະ ແໜງການຕ່າງໆ, ການຈັດຕັ້ງຜັນຂະຫຍາຍບັນດາມະຕິຂອງອົງການປົກຄອງແຂວງ, ການສ້າງນິຕິກຳລຸ່ມກົດໝາຍ ແລະ ການລົງກໍ່ສ້າງຮາກຖານການເມືອງຕິດພັນກັບວຽກງານສາມສ້າງ. ຕາມຈຸດປະສົງເພື່ອນຳເອົາບົດຮຽນ, ແບບແຜນການຈັດຕັ້ງປະຕິບັດວຽກງານ ໄປຈັດຕັ້ງຜັນຂະຫຍາຍເຂົ້າໃນການປະຕິບັດວຽກງານ ຫ້ອງວ່າການຂອງທັງສອງແຂວງໃຫ້ມີອັນພົ້ນເດັ່ນຂຶ້ນ ຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່.