ເຈົ້າແຂວງອຸດົມໄຊ ລົງເຄື່ອນໄຫວ ແລະ ເຮັດວຽກ ຢູ່ ເມືອງປາກແບງ

ວັນທີ 5 ສິງຫານີ້ ທ່ານ ບຸງຄົງ ຫລ້າຈຽມພອນ ກໍາມະການສໍາຮອງສູນກາງພັກ, ເລຂາພັກແຂວງ,ເຈົ້າແຂວງອຸດົມໄຊ ພ້ອມຄະນະ ໄດ້ລົງເຄື່ອນໄຫວເຮັດວຽກ ຢູ່ ເມືອງປາກແບງ ໂດຍໄດ້ຮັບການຕ້ອນຮັບຈາກທ່ານ ຄຳສະພອນ ໄຊຍະວົງ ເລຂາພັກເມືອງ, ເຈົ້າເມືອງປາກແບງ.

        ການລົງເຄື່ອນໄຫວເຮັດວຽກເຈົ້າແຂວງທ່ານໄດ້ລົງພົບປະໂອ້ລົມກັບປະຊາຊົນ ຢູ່ ບ້ານໄຊມຸງຄຸນ ບ້ານທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມໃນໄລຍະຜ່ານມາ, ຢ້ຽມຢາມການກໍ່ສ້າງຫ້ອງການບ້ານແລະໂຮງຮຽນ ປະຖົມໄຊມຸງຄຸນ. ຈາກນັ້ນ ທ່ານເຈົ້າແຂວງໄດ້ເດີນທາງໄປເຮັດວຽກ ຢູ່ ເມືອງປາກແບງ ທີ່ສະໂມສອນຂອງເມືອງ ທ່ານພົບປະໂອ້ລົມ ພະນັກງານຫລັກແຫລ່ງຂອງເມືອງ, ຕິດຕາມ, ຊຸກຍູ້ ການປະຕິບັດວຽກງານຮອບດ້ານ ແລະ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ. ໂດຍແນ່ໃສ່ເຮັດໃຫ້ການເຄື່ອນໄຫວວຽກງານຂອງເມືອງ ມີປະສິດທິພາບ,ມີຄວາມເຂັ້ມແຂງ ແລະ ໄປໃນທິດທາງດຽວກັນ ທ່ານເຈົ້າແຂວງໄດ້ຮັບຟັງການລາຍງານສະພາບລວມ ກ່ຽວກັບການປະຕິບັດວຽກງານ ໃນໄລຍະ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2021 ບາງວຽກງານທີ່ພົບຄວາມຫຍຸ້ງຍາກ ແລະ ປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນເມືອງປາກແບງ ໂດຍສະເພາະແມ່ນ ວຽກງານ ປກສ, ພະລັງງານ ແລະ ບໍ່ແຮ່, ກະສິກຳ ແລະ ປ່າໄມ້ ແລະ ວຽກງານກໍ່ສ້າງຮາກຖານການເມືອງ ຕາມການເຈາະຈີ້ມຂອງທ່ານເຈົ້າແຂວງ ເປີດໂອກາດຫ້ອງການທີ່ກ່ຽວຂ້ອງໄດ້ມີຄຳເຫັນຊີ້ແຈງ ເປັນຕົ້ນແມ່ນ ປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນບໍລິສັດຂຸດຄົ້ນແຮ່ຄຳ, ການຕິດຕາມ, ກວດກາ ການຂຸດຄົ້ນແຮ່ຄຳ, ການປັບປູງວຽກງານກຳສິກຳ ແລະ ການພັດທະນາບຸກຄະລາກອນ ພາຍໃນເມືອງ.

        ໂອກາດດັ່ງກ່າວ ທ່ານ ບຸນຄົງ ຫລ້າຈຽມພອນ ເຈົ້າແຂວງອຸດົມໄຊ ໄດ້ມີຄໍາເຫັນໂອ້ລົມ ແລະ ໃຫ້ທິດຊີ້ນໍາ ບາງວຽກງານຕໍ່ການນຳ ແລະ ພະນັກງານຫລັກແຫລ່ງຂອງເມືອງປາກແບງ ເຊິ່ງທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ເມືອງປາກແບງຍາດມາໄດ້ໃນໄລຍະ 6 ເດືອນຕົ້ນປີ2021 ພ້ອມທັງເນັ້ນຫນັກໃຫ້ການນຳເມືອງ ໃຫ້ເອົາໃຈໃສ່ສູ້ຊົນແກ້ໄຂບາງວຽກງານທີ່ຍັງຈັດຕັ້ງປະຕິບັດບໍ່ທັນໄດ້ດີ ເຊັ່ນ: ປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມ, ການແກ້ໄຂສະພາບເສດຖະກິດ-ສັງຄົມ ໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ການປັບປຸງກົງຈັກການຈັດຕັ້ງ ແລະ ແບບແຜນວິທີຊີ້ນຳ-ນຳພາ ໃຫ້ມີຄວາມເຂັ້ມແຂງ, ພັດທະນາບຸກຄະລາກອນໃຫ້ມີຄວາມຮູ້, ຄວາມສາມາດ, ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານມີຄວາມເຂົ້າໃຈ ຕໍ່ແນວທາງຂອງພັກ,ລະບຽບກົດຫມາຍຂອງລັດ, ປະຕິບັດຫນ້າທີ່ຄວາມຮັບຜິດຊອບຂອງຕົນໃຫ້ມີຜົນສຳເລັດ ໂດຍຕິດພັນກັບການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂ ການລະບາດຂອງເຊື້ອພະຍາດໂຄວິດ-19.

ຂ່າວ: ຄານມະນີ ຮຽນດໍຈັນ