ທ່ານຮອງເຈົ້າແຂວງຜົ້ງສາລີພ້ອມດ້ວຍຄອບຄົວ ຊ່ວຍເຫຼືອແຂວງອຸດົມໄຊ

     ຕອນເຊົ້າ ວັນທີ 5 ກັນຍາ 2022 ນີ້ ທີ່ຫ້ອງວ່າການແຂວງອຸດົມໄຊ ໄດ້ມີພິທີ ມອບ – ຮັບເງິນ ລະຫວ່າງ ທ່ານ ວິສອນ ລາວເມົາ ຮອງເຈົ້າແຂວງຜົ້ງສາລີ ຜູ້ຊີ້ນຳຂົງເຂດເສດຖະກິດ ພ້ອມດ້ວຍຄອບຄົວ ແລະ ທ່ານ ສົມຈິດ ປັນຍາສັກ ຮອງເຈົ້າແຂວງອຸດົມໄຊ.

     ເງິນທີ່ທ່ານ ຮອງເຈົ້າແຂວງ ຜົ້ງສາລີ ພ້ອມດ້ວຍຄອບຄົວ ນໍາມາມອບໃຫ້ແຂວງອຸດົມໄຊ ໃນຄັ້ງນີ້ ມີຈຳນວນ 30 ລ້ານກີບ. ເພື່ອເປັນການປະກອບສ່ວນເຂົ້າໃນການເຄື່ອນໄຫວ ຊ່ວຍເຫລືອ ແລະ ບັນເທົາທຸກ ໃຫ້ແກ່ປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ຢູ່ພາຍໃນແຂວງອຸດົມໄຊ.

    ໂອກາດດັ່ງກ່າວ ທ່ານ ສົມຈິດ ປັນຍາສັກ ຮອງເຈົ້າແຂວງອຸດົມໄຊ ໄດ້ສະແດງຄວາມຂອບໃຈ ມາຍັງທ່ານ ວິສອນ ລາວເມົາ ຮອງເຈົ້າແຂວງຜົ້ງສາລີ ພ້ອມດ້ວຍຄອບຄົວ ທີ່ໄດ້ນຳເອົາເງິນຈຳນວນດັ່ງກ່າວ ມອບໃຫ້ແຂວງອຸດົມໄຊ ແລະ ທາງແຂວງອຸດົມໄຊ ຈະໄດ້ສືບຕໍ່ນຳໄປຈັດຊື້ວັດຖູ, ອຸປະ ກອນ ຕະຫລອດຮອດເຄື່ອງໃຊ້ທີ່ຈຳເປັນຕ່າງໆ ລົງມອບໃຫ້ປະຊາຊົນ ທີ່ໄດ້ຮັບຜົນກະທົບ ຈາກໄພນ້ຳຖ້ວມ ໃນຄັ້ງນີ້ ໃຫ້ທັນກັບສະພາບການ.

  ພິທີມອບ – ຮັບໄດ້ມີຄະນະກໍາມະການຄ້ອງຄອງໄພພິບັດຂັ້ນແຂວງ ເຂົ້າຮ່ວມ.