ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ ເຄື່ອນໄຫວ ຕິດຕາມ ຊຸກຍູ້ ການຈັດຕັ້ງປະຕິບັດ ນິຕິກຳ ຂອງລັດຖະບານ ຢູ່ ແຂວງອຸດົມໄຊ

ຕອນເຊົ້າວັນທີ 4 ພຶດສະພານີ້ ທີ່ຫ້ອງວ່າການ ແຂວງອຸດົມໄຊ ທ່ານ ປອ ຄຳແພງ ໄຊສົມແພງ ກຳມະການສູນກາງພັກ, ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ລົງເຄື່ອນໄຫວ ຕິດຕາມ ຊຸກຍູ້ ການຈັດຕັ້ງປະຕິບັດ ນິຕິກຳ ຂອງລັດຖະບານ ຢູ່ ແຂວງອຸດົມໄຊ ພ້ອມເຂົ້າຮ່ວມກອງປະຊຸມອົງການປົກຄອງ ແຂວງອຸດົມໄຊ ໂດຍມີ ທ່ານ ບຸນຄົງ ຫຼ້າຈຽມພອນ ກຳມະການສຳຮອງສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງອຸດົມໄຊ ເປັນປະທານ, ມີຫົວໜ້າ-ຮອງຫົວໜ້າພະແນກການ, ອົງການ ແລະ ພະນັກງານວິຊາການພາຍໃນຫ້ອງວ່າການ ເຂົ້າຮ່ວມ.

ກອງປະຊຸມ ໄດ້ມີການລາຍງານໂດຍຫຍໍ້ ກ່ຽວກັບສະພາບ ທີ່ຕັ້ງ ແລະ ຈຸດພິເສດຂອງແຂວງ, ການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ, ການຈັດຕັ້ງຜັນຂະຫຍາຍບັນດານິຕິກຳຂອງລັດຖະບານ, ການຈັດຕັ້ງປະຕິບັດສອງວາລະແຫ່ງຊາດ, ການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມຂອງແຂວງ ຕິດພັນກັບການຈັດຕັ້ງປະຕິບັດສອງວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ການຈັດຕັ້ງນະໂຍບາຍ ສົ່ງເສີມ ຊຸກຍູ້ ຄຸ້ມຄອງ ການລົງທຶນການ, ການແກ້ໄຂບັນຫາສະພາບໄຟໄໝ້ລາມປ່າ ແລະ ການຈັດຕັ້ງປະຕິບັດວຽກງານຄຸ້ມຄອງອິນເຕີເນັດ ແລະ ວຽກງານການຫັນເປັນລັດຖະບານເອເລັກໂຕຼນິກ ຢູ່ ຂັ້ນແຂວງ. ໂດຍໃຫ້ຮູ້ເຖິງຜົນໄດ້ຮັບ, ບາງບັນຫາຄົງຄ້າງທີ່ຈັດຕັ້ງຍັງບໍ່ທັນບັນລຸ ແລະ ບາງແຜນວຽກຈຸດສຸມທີ່ຈະສືບຕໍ່ໃນການຈັດຕັ້ງປະຕິບັດ.

ໃນໂອກາດດຽວກັນ ກອງປະຊຸມກໍໄດ້ມີຄຳຄິດຄຳເຫັນຕາມການເຈາະຈີ້ມຂອງປະທານກອງປະຊຸມ ກ່ຽວກັບການຈັດຕັ້ງປະຕິບັດວຽກງານຕ່າງໆຂອງອົງການປົກຄອງແຂວງ ຕິດພັນກັບການປະຕິບັດເນື້ອໃນ ນິຕິກຳຂອງສູນກາງ ພ້ອມທັງ ແລກປ່ຽນບົດຮຽນນຳກັນ ສູນກາງ ກັບ ທ້ອງຖິ່ນ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດເນື້ອໃນນິຕິກຳຂອງລັດຖະບານໄດ້ຮັບຜົນສຳເລັດຕາມຄາດໝາຍທີ່ວາງໄວ້.