ກອງປະຊຸມ ຄົບຄະນະພັກຮາກຖານ ຫ້ອງວ່າການແຂວງ ກາງສະໄຫມ ທີ III

ກອງປະຊຸມ ຄົບຄະນະພັກຮາກຖານ ຫ້ອງວ່າການ ແຂວງອຸດົມໄຊ ກາງສະໄຫມ ທີ III ຈັດຂຶ້ນລະຫວ່າງວັນທີ 9-10 ພຶດສະພາ 2023 ນີ້ ທີ່ຫ້ອງວ່າການແຂວງ ໂດຍການເປັນປະທານຂອງ ສະຫາຍ ນາງ ອຳໄພວອນ ປັນຍາລັກ ກຳມະການພັກແຂວງ, ເລຂາຄະນະພັກຮາກຖານ, ຫົວຫນ້າຫ້ອງວ່າການ ແຂວງອຸດົມໄຊ, ເປັນກຽດເຂົ້າຮ່ວມມີ ສະຫາຍ ຄຳພຽງ ຢາຈົງວາ ຮອງເລຂາພັກແຂວງ, ມີຄະນະພັກຮາກຖານ, ຄະນະຫນ່ວຍພັກ ຕະຫລອດຮອດ ຂະແຫນງການກ່ຽວຂ້ອງ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ເຜີຍແຜ່ ເຊື່ອມຊຶມ ບັນດາເອກະສານ ດ້ານການເມືອງ-ແນວຄິດ, ຜ່ານບາງເນື້ອໃນເອກະສານທີ່ສໍາຄັນຂອງພັກ, ມາດຖານເງື່ອນໄຂຂອງພະນັກງານ ນຳພາ-ຄຸ້ມຄອງ, ມາດຖານຂອງສະມາຊິກພັກ, ຂໍ້ຫ້າມ, ສິດ ແລະ ຫນ້າທີ່ ຂອງຄະນະພັກແຕ່ລະຂັ້ນ ພ້ອມທັງມີການທາບທາມ ຄວາມເຊື່ອຫມັ້ນ ແລະ ຄວາມໄວ້ວາງໃຈ ຂອງຄະນະພັກຮາກຖານ ຕໍ່ກັບການນຳພາລວມ ຕະຫລອດໄລຍະ ກາງສະໄຫມ ທີ່ຜ່ານມາ ດ້ວຍການປະກອບຄຳເຫັນໃສ່ບັດທາບທາມ ຂອງສະມາຊິກພັກ ພາຍໃນຄະນະພັກຮາກຖານ ຫ້ອງວ່າການແຂວງ. ກອງປະຊຸມ ຍັງໄດ້ສະຫລຸບ ຕີລາຄາ ການຈັດຕັ້ງປະຕິບັດ ມະຕິກອງປະຊຸມ ຄົບຄະນະພັກຮາກຖານ ກາງສະໄຫມ ໂດຍຍົກໃຫ້ເຫັນ ດ້ານດີ, ຜົນງານ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ທິດທາງແຜນການເຄື່ອນໄຫວ ໃນຕໍ່ຫນ້າ. ພ້ອມທັງ ມີຄຳຄິດ ຄຳເຫັນ ຕໍ່ບາງບັນຫາ ທີ່ຍັງຄົງຄ້າງ ໂດຍແນ່ໃສ່ເຮັດໃຫ້ການເຄື່ອນໄຫວວຽກງານໃນຕໍ່ຫນ້າ ມີປະສິດທິພາບ ແລະ ຮັບຜົນສຳເລັດຕາມລະດັບຄາດຫມາຍ ແລະ ດຳເນີນການສຳຫລວດ ບຸກຄົນ ພາຍໃນຄະນະພັກຮາກຖານ ເພື່ອເປັນການປັບປຸງ, ກໍ່ສ້າງ, ຕຳນິ, ສົ່ງຂ່າວ ເຊິ່ງກັນ ແລະ ກັນ.

ໂອກາດ ດັ່ງກ່າວ ກໍໄດ້ມີການປະກາດ ຍຸບເລີກ ຄະນະພັກຮາກຖານຫ້ອງວ່າການ ແຂວງອຸດົມໄຊ ພ້ອມທັງ ປະກາດ ເປັນຫນ່ວຍພັກຫ້ອງວ່າການແຂວງ ດ້ວຍການເຕົ້າໂຮມເອົາບັນດາຫນ່ວຍພັກ ພາຍໃນຫ້ອງວ່າການແຂວງ ເຂົ້າເປັນຫນ່ວຍພັກດຽວ ແລະ ມີການແຕ່ງຕັ້ງ ເລຂາ, ຮອງເລຂາ, ກຳມະການຫນ່ວຍພັກ ແລະ ຄະນະກວດກາຫນ່ວຍພັກ ຕາມມະຕິຕົກລົງ ຂອງຄະນະປະຈຳພັກແຂວງອຸດົມໄຊ.