ທ່ານ ບຸນທອງ ຈິດມະນີ ຮອງປະທານປະເທດ ແຫ່ງ ສປປ ລາວ ໂອ້ລົມ ພະນັກງານຫລັກແຫລ່ງ ເມືອງໄຊ

ທ້າຍອາທິດຜ່ານມາ ທ່ານ ປອ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູງກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ ແຂວງອຸດົມໄຊ. ໂອກາດລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ທ່ານກໍໄດ້ພົບປະໂອ້ລົມ ພະນັກງານຫລັກແຫລ່ງຂອງເມືອງໄຊ ທີ່ສະໂມສອນເມືອງໄຊ ໂດຍໄດ້ຮັບການຕ້ອນຮັບຂອງ ທ່ານ ຄຳພຽງ ຢາຈົງວາ ຮອງເລຂາພັກແຂວງ, ທ່ານ ວາລີ ຈືນໍເຢັງ ກຳມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງໆໄຊ ພ້ອມດ້ວຍ ພະນັກງານ – ລັດຖະກອນ ພາຍໃນເມືອງໄຊ.

ພິທີພົບປະໂອ້ລົມ ທ່ານ ວາລີ ຈືນໍເຢັງ ເຈົ້າເມືອງໆໄຊ ໄດ້ລາຍງານສະພາບລວມ ກ່ຽວກັບການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຮອບດ້ານຂອງເມືອງ ໃນໄລຍະຜ່ານມາ ການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັັກແຂວງ, ການພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ຕິດພັນກັບວຽກງານກໍ່ສ້າງຮາກຖານການເມືອງ ແລະ ວຽກງານສາມສ້າງ, ຍົກໃຫ້ເຫັນດ້ານດີ-ຜົນງານ ແລະດ້ານອ່ອນ-ຂໍ້ຄົງຄ້າງ ທີ່ຈະສືບຕໍ່ປັບປຸງແກ້ໄຂ ໃນຕໍ່ຫນ້າ.

ໂອກາດດັ່ງກ່າວ ທ່ານ ປອ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການ ຄະນະເລຂາທິການສູງກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນຳ ບາງດ້ານ ກ່ອນອື່ນ ທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດ ທີ່ເມືອງໄຊ ຍາດມາໄດ້ໃນໄລຍະຜ່ານມາ ເພື່ອເຮັດໃຫ້ການເຄື່ອນໄຫວວຽກງານຮອບດ້ານໃນຕໍ່ຫນ້າ ໄດ້ຮັບຜົນສຳເລັດຕາມລະດັບຄາດຫມາຍ ທ່ານໄດ້ເນັ້ນຫນັກ ໃຫ້ສືບຕໍ່ເອົາໃຈໃສ່ແກ້ໄຂບາງບັນຫາ ໂດຍສະເພາະແມ່ນ ຈັດຕັ້ງເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ລະບຽບກົດຫມາຍຂອງລັດ ໃຫ້ກວ້າງຂວາງ, ທົ່ວເຖິງທຸກຂົງເຂດ, ປັບປຸງ, ແກ້ໄຂ ວຽກງານການຈັດຕັ້ງປະຕິບັດວຽກງານ 2 ວາລະແຫ່ງຊາດ ໃຫ້ມີປະສິດທິພາບ, ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ໂດຍສະເພາະແມ່ນບັນຫາລັກລອບຂຸດຄົ້ນໄມ້ທຳລາຍປ່າ, ບຸກລຸກປ່າສະຫງວນ, ການລັກລອບປູກຝິ່ນ, ບັນຫາຢາເສບຕິດ, ຂີ້ລັກງັດແງະ, ຄົນເລ່ລ້ອນ, ການເຄື່ອນໄຫວເຜີຍແຜ່ສາສະຫນາ ແລະອື່ນໆ, ປັບປຸງກົງຈັກການຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ໃຫ້ຮັບປະກັນທາງດ້ານຄຸນນະພາບ ໂດຍສະພາະແມ່ນ ຂັ້ນຮາກຖານພັກບ້ານ, ຂະຫຍາຍສະມາຊິກພັກ ແລະກໍ່ສ້າງຫນ່ວຍພັກ ໃຫ້ປອດໃສ, ເຂັ້ມແຂງ, ຫນັກແຫນ້ນ. ສືບຕໍ່ເພີ່ມທະວີ ວຽກງານສຶກສາອົບຮົມ ການເມືອງ-ແນວຄິດ, ຍູ້ແຮງການພັດທະນາເສດຖະກິດ-ສັງຄົມ, ເອົາໃຈ ໃສ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ວຽກງານຮາກຖານການເມືອງ ແລະ ເພີ່ມທະວີ ວຽກງານພັກ-ພະນັກງານ,ສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງ ໃນວຽກງານພະນັກງານ.

ໂອກາດນີ້ ທ່ານ ປອ ບຸນທອງ ຈິດມະນີ ກົມການເມືອງ ສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູງກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ນຳເອົາຄອມພິວເຕີ ຈຳນວນ 2 ຊຸດ ແລະ ຢາປົວພະ ຍາດ ຈຳນວນຫນຶ່ງ ມອບໃຫ້ເມືອງໄຊ ເພື່ອນຳໃຊ້ເຂົ້າໃນການປະຕິບັດວຽກງານ ຕື່ມອີກ.