ຜູ້ແທນແຂວງອຸດົມໄຊ ແຫ່ງ ສປປ ລາວ ແລະ ຜູ້ແທນແຂວງດຽນບຽນ ແຫ່ງ ສສ ຫວຽດນາມ ພົບປະແລກປ່ຽນຮຽນ ຮ່ວມມືຮອບດ້ານ

ວັນທີ 16 ກໍລະກົດ 2022 ນີ້ ທີ່ຫ້ອງປະຊຸມຫ້ອງວ່າການແຂວງອຸດົມໄຊ ໄດ້ຈັດພິທີພົບປະ ລະຫວ່າງ ຄະນະຜູ້ແທນຂັ້ນສູງ ແຂວງອຸດົມໄຊ ແຫ່ງ ສປປ ລາວ ແລະ ຄະນະຜູ້ແທນຂັ້ນສູງ ແຂວງດຽນບຽນ ແຫ່ງ ສສ ຫວຽດນາມ ທີ່ແຂວງອຸດົມໄຊ ຝ່າຍແຂວງອຸດົມໄຊ ນຳໂດຍ ສະຫາຍ ບຸນຄົງ ຫລ້າຈຽມພອນ ກຳມະການສຳຮອງສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງອຸດົມໄຊ ພ້ອມດ້ວຍຄະນະ ຝ່າຍແຂວງດຽນບຽນ ນຳໂດຍ ສະຫາຍ ຫວງຽນວັນຖັງ ກຳມະການສູນກາງພັກ, ເລຂາພັກແຂວງ, ຫົວຫນ້າຄະນະຜູ້ແທນສະມາຊິກສະພາແຫ່ງຊາດ ແຂວງດຽນບຽນ ພ້ອມດ້ວຍຄະນະ.

ພິທີພົບປະ ຜູ້ແທນທັງສອງຝ່າຍ ໄດ້ລາຍງານຜົນການຈັດຕັ້ງປະຕິບັດບົດບັນທຶກພົບປະ ລະຫວ່າງ ແຂວງດຽນບຽນ ແຫ່ງ ສສ ຫວຽດນາມ ກັບ ແຂວງອຸດົມໄຊ ແຫ່ງ ສປປ ລາວ ໄລຍະປີ 2017-2021 ຜ່ານມາ ເຊິ່ງມີຫລາຍດ້ານທີ່ປະສົບຜົນສຳເລັດ ເປັນຕົ້ນແມ່ນ ສາຍພົວພັນມິດຕະພາບແບບພິເສດ ສອງແຂວງໄດ້ນຳເອົາ ຄະນະຜູ້ແທນ, ການນໍາແຂວງ ແລະ ພະນັກງານ ໄປພົບປະແລກປ່ຽນ ປຶກສາຫາລື ແລະ ຖອດຖອນບົດຮຽນເຊິ່ງກັນ ແລະ ກັນ; ເອົາໃຈໃສ່ເກັບກຳ ແລະ ແລກປ່ຽນຂໍ້ມູນຂ່າວສານກ່ຽວກັບ ສະພາບການທາງດ້ານເສດຖະກິດ-ສັງຄົມ, ບັນດາການເຄື່ອນໄຫວທີ່ສຳຄັນຂອງສອງແຂວງ. ມີການຮ່ວມມື ແລະ ຊ່ວຍເຫຼືອ ເຊິ່ງກັນ ແລະກັນ ລະຫວ່າງ ບັນດາພະແນກການ, ອົງການ, ອົງການຈັດຕັ້ງສັງຄົມ, ເມືອງ ແລະ ທ້ອງຖິ່ນ ໄດ້ຮັບການເປີດກວ້າງ, ມີການເສີມຂະຫຍາຍປະສິດທິພາບບັນດາກົນໄກການຮ່ວມມື. ດ້ວຍເຫດນີ້, ສາຍພົວພັນມິດຕະພາບແບບພິເສດ ແລະ ການຮ່ວມມືຮອບດ້ານ ແມ່ນສືບຕໍ່ເພີ່ມທະວີ, ປ່ຽນແປງໃໝ່ ແລະ ພັດທະນາເຂົ້າສູ່ລວງເລິກ, ປະກອບສ່ວນຕົວຈິງເຂົ້າໃນພາລະກິດ ສ້າງສາ ແລະ ປົກປັກຮັກສາປະເທດຂອງສອງຝ່າຍ; ນອກນີ້ ທັງສອງຝ່າຍຍັງໄດ້ແລກປ່ຽນຮ່ວມມືໃນຂົງເຂດຕ່າງ ເຊັ່ນ: ວຽກງານການກໍ່ສ້າງພັກ ແລະຮາກຖານການເມືອງ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ອົງການຕຸລາການ, ຂົງເຂດພັດທະນາເສດຖະກິດ, ວຽກງານການຄ້າ ແລະ ການບໍລິການ, ວຽກງານກະສິກຳ, ວຽກງານໂຍທາທິການ ແລະຂົນສົ່ງ, ວຽກງານກໍ່ສ້າງ, ວຽກງານວັດທະນະທຳ-ສັງຄົມ, ວຽກງານການສຶກສາ ແລະ ກໍ່ສ້າງ, ວຽກງານສາທາລະນະສຸກ, ວຽກງານວັດທະນະທຳ ແລະກິລາ, ວຽກງານທູດປະຊາຊົນ ລະຫວ່າງສອງແຂວງ, ວຽກງານຊ່ວຍເຫລືອ ແລະ ການລົງທຶນ, ໂອກາດນີ້ ຍັງໄດ້ຮັບຟັງການລາຍງານການຮ່ວມມືດ້ານການສຶກສາ ລະຫວ່າງ ແຂວງອຸດົມໄຊ ແຫ່ງ ສປປ ລາວ ກັບ ແຂວງດຽນບຽນ ແຫ່ງ ສສ ຫວຽດນາມ ໃນໄລຍະຜ່ານ ກໍຄື ສົກປີ 2018-2020 ໄດ້ຮັບການຊ່ວຍເຫຼືອດ້ານງົບປະມານ ຈຳນວນ 12ຕື້ດົງ ເຂົ້າໃນການພັດທະນາພື້ນຖານໂຄງລ່າງ ແລະດ້ານການສຶກສາ ຂອງແຂວງອຸດົມໄຊ.

ໂອກາດດັ່ງ ຄະນະຜູ້ແທນຂັ້ນສູງສອງແຂວງ ກໍໄດ້ລົງນາມໃນບົດບັນທຶກຊ່ວຍຈຳ ຕາງຫນ້າຝ່າຍແຂວງອຸດົມໄຊ ລົງນາມໂດຍ ສະຫາຍ ບຸນຄົງ ຫລ້າຈຽມພອນ ກຳມະການສຳຮອງສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງອຸດົມໄຊ ແລະ ຕາງຫນ້າຝ່າຍແຂວງດຽນບຽນ ລົງນາມໂດຍ ສະຫາຍ ຫວງຽນວັນຖັງ ກຳມະການສູນກາງພັກ, ເລຂາພັກແຂວງ, ຫົວຫນ້າຄະນະຜູ້ແທນສະມາຊິກສະພາແຫ່ງຊາດ ແຂວງດຽນບຽນ.