ແຂວງອຸດົມໄຊ ສະເຫຼີມສະຫຼອງ ວັນສ້າງຕັ້ງແຂວງ ຄົບຮອບ 60 ປີ

ພິທີໂຮມຊຸມນຸມສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ອຸດົມໄຊ ຄົບຮອບ 60 ປີ ແລະ ວັນ ສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບແຂວງຄົບຮອບ 60 ປີ ໄດ້ຈັດຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 15 ກໍລະກົດນີ້ ຢູ່ສະໂມສອນຂອງແຂວງໂດຍການເຂົ້າຮ່ວມເປັນກຽດຂອງ ທ່ານ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປລາວ, ອະດີດເລຂາພັກແຂວງ, ເຈົ້າແຂວງອຸດົມໄຊ. ມີບັນດາ ສະຫາຍອະດິດເລຂາພັກແຂວງ, ເຈົ້າແຂວງອຸດົມໄຊ, ບັນດາການນຳ, ອາດີດການນໍາແຂວງ, ການນໍາແຂວງໃກ້ຄຽງ, ບັນດາຫົວໜ້າພະແນກການ, ສອງກອງບັນຊາການທະຫານ, ຕຳຫຼວດ, ບັນດາຂະແໜງການ, ລັດວິສາຫະກິດ, ນັກທຸລະກິດ ຕະຫຼອດຮອດ ສະມາຊິກພັກ – ພະນັກຫຼງານຫຼັກແຫຼ່ງ, ອົງການປົກຄອງບ້ານ ຕະຫຼອດຮອດປະຊາຊົນຊາວແຂວງອຸດົມໄຊເຂົ້າຮ່ວມຢ່າງພ້ອມພຽງ.

ທິທີທ່ານ ບຸນຄົງ ຫລ້າຈຽມພອນ ກຳມະການສຳຮອງສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງ ອຸດົມໄຊ ຂື້ນກ່າວປາໃສຕໍ່ງານໂຮມຊຸມນຸມວ່າ: ແຂວງອຸດົມໄຊ ໃນເມື່ອກ່ອນເປັນກິ່ງແຂວງໄຊຍະພູມ ຂຶ້ນກັບແຂວງຫຼວງພະບາງ ຊຶ່ງປະກອບມີ 3 ເມືອງຄື: ເມືອງໄຊ, ເມືອງຮຸນ ແລະ ເມືອງປາກທາ ຊຶ່ງມີສໍາ ນັກງານຕັ້ງຢູ່ເມືອງໄຊ. ເປັນດິນແດນທີ່ມີມູນເຊື້ອປະຕິວັດອັນອົງອາດກ້າຫານ, ເດັດດ່ຽວຫນຽວແຫນ້ນ, ມີຂະບວນການປະຕິວັດຕໍ່ສູ້ປົດປ່ອຍຊາດ ພາຍໃຕ້ການນໍາພາຂອງພັກກອມມູນິດອິນດູຈີນ ມາແຕ່ກ່ອນຊຸມປີ 1945, ຕໍ່ມາກໍໄດ້ກາຍເປັນເຂດທີ່ ຫມັ້ນອັນແຂງແກ່ນ ຂອງການປະຕິວັດລາວ, ພາຍຫຼັງເມືອງໄຊໄດ້ຮັບການປົດປ່ອຍໃນ ວັນທີ 15 ເມສາ ປີ 1961, ສູນກາງພັກໄດ້ຕົກລົງເອົາກິ່ງແຂວງໄຊຍະພູມ ສ້າງຕັ້ງ ເປັນແຂວງຢ່າງເປັນທາງການໃນວັນທີ 15 ກໍລະກົດ ປີ 1962 ຊຶ່ງເອີ້ນວ່າ: “ແຂວງລ້ານຊ້າງ” ຮອດປີ 1965 ແຂວງລ້ານຊ້າງ ໄດ້ປ່ຽນຊື່ມາເປັນ “ ແຂວງເມືອງໄຊ ” ແລະ ມາຮອດປີ 1967 ແຂວງເມືອງໄຊ ໄດ້ປ່ຽນຊື່ມາເປັນ “ ແຂວງອຸດົມໄຊ ” ຈົນເຖິງປັດຈຸບັນ. ການສ້າງຕັ້ງແຂວງອຸດົມໄຊ ແມ່ນເປັນຂີດຫມາຍປະຫວັດສາດອັນສໍາຄັນ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງແຂວງອຸດົມໄຊ ເຊິ່ງນັບແຕ່ນັ້ນມາຂະບວນການປົກປັກຮັກສາ ແລະ ພັດທະນາແຂວງອຸດົມໄຊໄດ້ກ້າວຂຶ້ນສູ່ຄຸນນະພາບໃຫມ່ ແລະ ສາມາດຍາດໄດ້ຜົນສໍາເລັດອັນໃຫຍ່ຫຼວງໃນຫຼາຍດ້ານ. ຕະຫຼອດໄລຍະທີ່ຜ່ານມາ; ສະມາຊິກ ພັກ, ພະນັກງານ-ລັດຖະກອນ ແລະ ປະຊາຊົນບັນດາເຜົ່າຊາວແຂວງອຸດົມໄຊ ແລະ ຊັ້ນຄົນຕ່າງໆໃນທົ່ວສັງຄົມ ມີຄວາມຮັບຮູ້ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ, ມີຄວາມສາມັກຄີເປັນປຶກແຜ່ນແຫນ້ນຫນາ ແລະ ເປັນເຈົ້າການເຂົ້າຮ່ວມໃນການຈັດຕັ້ງ ປະຕິບັດສອງຫນ້າທີ່ຍຸດທະສາດ ປົກປັກຮັກສາ ແລະ ພັດທະນາແຂວງ ຢ່າງເປັນຂະບວນຕໍ່ເນື່ອງ ໄດ້ສ້າງເງື່ອນໄຂອໍານວຍຄວາມສະດວກ ແລະ ດຶງດູດການລົງທຶນຈາກນັກທຸລະກິດ, ຜູ້ປະກອບການ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາລົງທຶນພັດທະນາດ້ານຕ່າງໆ ນັບມື້ນັບຫຼາຍຂຶ້ນ ເຮັດໃຫເສດຖະກິດຂອງແຂວງ ຂະຫຍາຍຕົວຢ່າງຕໍ່ເນື່ອງ. ໄປຄຽງຄູ່ກັບການ ຫວນຄືນ ມູນເຊື້ອວັນສ້າງຕັ້ງແຂວງ ອຸດົມໄຊ ຄົບຮອບ 60 ປີແລ້ວ ພວກເຮົາ ຍັງລະນຶກເຖິງ ມູນເຊື້ອ ວັນສ້າງຕັ້ງກໍາລັງປ້ອງ ກັນຄວາມສະຫງົບແຂວງຄົບຮອບ 60 ປີ. ໃນວັນທີ 4 ເມສາ ປີ 1962 ຢູ່ທີ່ສໍານັກ ງານປິດລັບ ເຂດບ້ານຈັນວາງ, ຕາແສງນ້ໍາພູນ, ເມືອງຮຸນ, ຄະນະພັກແຂວງ ໄດ້ ຕົກລົງຈັດຕັ້ງກໍາລັງປ້ອງກັນຂຶ້ນທໍາອິດ ເອີ້ນວ່າ: “ຫນ່ວຍປ້ອງກັນສໍານັກ”; ຈາກນັ້ນ ຜ່ານຂະບວນການ ໃນແຕ່ລະໄລຍະ ກໍໄດ້ປ່ຽນຊື່ ຂອງກໍາລັງຫຼາຍຄັ້ງ ເພື່ອໃຫ້ ສອດຄ່ອງກັບສະພາບຕົວຈິງ. ຈົນມາຮອດປີ 1986 ກະຊວງປ້ອງກັນຄວາມສະຫງົບ ໄດ້ປ່ຽນຊື່ມາເປັນ “ກອງບັນຊາການປ້ອງກັນຄວາມສະຫງົບ” ຈົນເຖິງປັດຈຸບັນ ແລະ ມາຮອດວັນທີ 15 ພຶດສະພາ 2016 ກະຊວງປ້ອງກັນຄວາມສະຫງົບ ໄດ້ຕົກລົງ ຮັບຮອງເອົາວັນທີ 4 ເມສາ 1962 ເປັນວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບແຂວງ ອຸດົມໄຊ ຢ່າງເປັນທາງການ. ນັບແຕ່ມື້ສ້າງຕັ້ງ ກໍາລັງປ້ອງກັນຄວາມສະຫງົບແຂວງຈົນເຖິງປັດຈຸບັນ ແມ່ນໄດ້ຕິດພັນກັບພາລະກິດ ປະຕິວັດ, ພາລະກິດປົກປັກຮັກສາ ແລະ ພັດທະນາແຂວງ ໂດຍຜ່ານການທົດສອບຈາກຂະບວນການຕ່າງໆ ນາໆ ປະການ ລະອິດ ລະອ້ຽວ, ແຕ່ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສ, ເດັດຂາດ, ໂດຍກົງ ແລະ ຮອບດ້ານ ຂອງອົງຄະນະພັກແຂວງ, ກໍາລັງປ້ອງກັນຄວາມສະຫງົບ ໄດ້ຮັບການສຶກສາອົບຮົມ, ຖະນຸບໍາລຸງ, ກໍ່ສ້າງຕົນເອງ ເຕີບໃຫຍ່ຂະຫຍາຍຕົວ ທາງ ດ້ານປະລິມານ ແລະ ຄຸນນະພາບໂດຍຕະຫຼອດມາ. ຕໍ່ກັບຜົນສໍາເລັດອັນໃຫຍ່ຫຼວງ ທີ່ຍາດມາໄດ້ຕະຫຼອດໄລຍະ 60 ປີ ຜ່ານມານັ້ນ ທ່ານ ເຈົ້າແຂວງອຸດົມໄຊ ຍັງໄດ້ຮຽກຮ້ອງໃຫ້ ຄະນະພັກ, ອົງການປົກຄອງທຸກຂັ້ນອອກແຮງບຸກບືນສູ້ຊົນ, ສຸມທຸກສະຕິປັນຍາ, ກໍາລັງແຮງວັງຊາເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາແຂວງພວກເຮົາ ໂດຍຖືເອົາການສ້າງເສດຖະກິດເປັນໃຈກາງ, ຕິດພັນກັບການການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງ ດ້ານເສດຖະກິດ – ການເງິນ ໄປຄວບຄູ່ກັບການພັດທະນາວຽກງານວັດທະນະທໍາສັງຄົມ, ໃນສະເພາະຫນ້ານີ້ ແມ່ນຕ້ອງສຸມໃສ່ວຽກງານປ້ອງກັນຊາດ – ປ້ອງກັນຄວາມ ສະຫງົບທົ່ວປວງຊົນຮອບດ້ານ ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າ ດ້ວຍການແກ້ໄຂບັນຫາຢາເສບຕິດ ດ້ວຍການຫັນລົງກໍ່ສ້າງຮາກຖານການເມືອງ ຕິດ ພັນກັບການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ, ແນໃສ່ ເຮັດໃຫ້ແຂວງພວກເຮົາມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມ ສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ເສດຖະກິດມີການເຕີບໂຕດ້ວຍພື້ນຖານທີ່ຫນັກແຫນ້ນ, ຫມັ້ນທ່ຽງ, ຍືນຍົງ ຕາມທິດຫັນເປັນອຸດສາຫະກໍາ ແລະ ທັນສະໄຫມ ເພື່ອນໍາເອົາແຂວງອຸດົມໄຊ ກ້າວຂຶ້ນຕາມທິດ 4 ໃຈກາງພັດທະນາ. ສືບຕໍ່ສຸມໃສ່ປະຕິບັດ 6 ເປົ້າຫມາຍ ແລະ 24 ແຜນວຽກຈຸດສຸມໃຫ້ປະກົດຜົນ ເປັນຈິງ, ຍົກສູງການພັດທະນາ ຊັບພະຍາກອນມະນຸດໃຫ້ມີຄຸນນະພາບ ເພື່ອເປັນກໍາລັງຂັບເຄື່ອນການພັດທະນາແຂວງ ໃຫ້ຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ໃນປີ 2025 ແລະ ບັນລຸເປົ້າຫມາຍການພັດທະນາແບບຍືນຍົງ, ຮັບມືການເຊື່ອມໂຍງກັບພາກພື້ນ ແລະ ສາກົນ ແລະ ການພັດທະນາອຸດສາຫະກໍາຕາມຍຸກ 4.0 ຢ່າງເປັນເຈົ້າການ, ເອົາໃຈໃສ່ໃນການປັບປຸງການຈັດຕັ້ງ ແລະ ການເຄື່ອນໄຫວ ບັນດາອົງການຈັດຕັ້ງມະຫາຊົນ ເພື່ອເສີມຂະຫຍາຍສິດເປັນເຈົ້າ ຂອງປະຊາຊົນບັນດາເຜົ່າຢ່າງກວ້າງຂວາງ ແລະ ເລິກເຊິ່ງກ່ວາເກົ່າ. ເພີ່ມທະວີບົດບາດຂອງສະພາປະຊາຊົນແຂວງ ກໍ່ຄື ສະມາຊິກສະພາປະຊາຊົນແຂວງ ເຂົ້າໃນການສຶກສາອົບຮົມ, ປຸກລະດົມຂົນຂວາຍ ຊັ້ນຄົນຕ່າງໆໃນສັງຄົມ ເຂົ້າຮ່ວມໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາ ແຂວງອຸດົມໄຊ ໃຫ້ຮັບການສືບຕໍ່ພັດທະນາເປັນກ້າວໆ. ຕັ້ງຫນ້າເສີມະຫຍາຍມູນເຊື້ອ ການພົວພັນຮ່ວມມືກັບບັນດາປະເທດເພື່ອນມິດຍຸດທະສາດ ແລະ ກັບບັນດາປະເທດບ້ານໃກ້ເຮືອນຄຽງ ໂດຍສະເພາະແມ່ນ ບັນດາແຂວງພາກເຫນືອຂອງ ສສ.ຫວຽດນາມ ໃຫ້ກວ້າງຂວາງ, ສືບຕໍ່ເປັນຫຼັກແຫຼ່ງ ປະກອບສ່ວນເຂົ້າໃນການສຶກສາອົບຮົມຈິດໃຈຮັກຊາດ, ທັດສະນະຫຼັກຫມັ້ນປະຕິວັດໃຫ້ແກ່ຊາວຫນຸ່ມ – ເຍົາວະຊົນ ກໍຄືຮຸ່ນລູກ, ຮຸ່ນຫຼານ ແລະ ຮຸ່ນຕໍ່ໆໄປ. ການສະເຫຼີມສະຫຼອງວັນສ້າງຕັ້ງແຂວງອຸດົມໄຊ ຄົບຮອບ 60 ປີນີ້ ກໍ່ພໍດີ ກົງ ກັບ ປີແຫ່ງຄວາມສາມັກຄີ, ມິດຕະພາບ ລາວ – ຫວຽດນາມ, ຫວຽດນາມ – ລາວ ນັ້ນ ກໍຄືວັນ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 45 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 60 ປີ. ຊຶ່ງຕະຫຼອດໄລຍະຜ່ານມາ ແຂວງ ອຸດົມໄຊ ໄດ້ມີການພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານກັບ 8 ແຂວງ, 1 ນະຄອນ ແລະ 1 ກອງບັນຊາການທະຫານເຂດ II ຂອງ ສສ.ຫວຽດນາມ.

ໃນພິທີທີ່ມີຄວາມຫມາຍຄວາມສໍາຄັນໃນຄັ້ງນີ້ຍັງໄດ້ຈັດພິທີປະດັບຫລຽນໄຊອິດສະຫລະຊັ້ນ 3 ຂອງປະທານປະເທດ ເເລະໃບຢັ້ງຢືນໃຫ້ເເຂວງອຸດົມໄຊຕື່ມອີກເພື່ອເປັນສີ່ງຢັ້ງຢືນເຖີງຜົນງານຂອງເເຂວງທີ່ໄດ້ປະກອບສ່ວນສໍາຄັນເຂົ້າໃນພາ ລະກິດຕໍ່ສູ້ກູ້ຊາດໃນເມື່ອກ່ອນ ກໍ່ຄື ພາລະກິດປົກປັກຮັກ ເເລະ ສ້າງສາພັດທະນາປະເທດຊາດໃນປັດຈຸບັນ ເປັນກຽດປະດັບຫລຽນໄຊອິດສະຫລະຊັ້ນ3ໂດຍ ທ່ານ ບຸນທອງ ຈິດມະນີ ກໍາມະການກົມເມືອງສູນກາງພັກ ຜູ້ປະຈໍາ ການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ເເລະ ຕາງຫນ້າຄະນະພັກ ຄະນະນໍາຂອງ ເເຂວງຂື້ນຮັບຫລຽນ ໄຊອິດ ສະຫລະຊັ້ນ3ໃນຄັ້ງນີ້ ໂດຍ ທ່ານ ບຸນຄົງ ຫລ້າຈຽມພອນ ກໍາມະການສໍາຮອງສູນກາງພັກ ເລຂາຄະນະບໍລິຫານງານພັກເເຂວງ ເຈົ້າເເຂວງໆອຸດົມໄຊ ແລະ ມອບຂອງທີ່ລະນຶກໃຫ້ແກ່ຄອບຄົວອາດີດເຈົ້າແຂວງອຸດົມໄຊແຕ່ລະສະໄໝຕື່ມອີກ.