ການນຳແຂວງ ເຄື່ອນໄຫວ ພົບປະຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງເຊິນລາ ສສ ຫວຽດນາມ

ໃນລະຫວ່າງວັນທີ 26 – 30 ສິງຫາ 2022 ນີ້ ການນໍາແຂວງອຸດົມໄຊ ເຊິ່ງນໍາໂດຍທ່ານ ຄໍາພຽງ ຢາຈົງວາ ຮອງເລຂາພັກແຂວງ ພ້ອມດ້ວຍວິຊາການທີ່ກ່ຽວຂ້ອງ ໄດ້ເດີນທາງ ເຄື່ອນໄຫວ ພົບປະຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງເຊິນລາ ແຫ່ງ ສສ ຫວຽດນາມ ໂດຍຕິດພັນກັບການເຂົ້າຮ່ວມ ພິທີ ສະເຫລີມສະຫລອງ ວັນສ້າງຕັ້ງ ສາຍພົວພັນການທູດລາວ – ຫວຽດນາມ ຄົບຮອບ 60 ປີ, ວັນເຊັນສົນທິສັນຍາ ມິດຕະພາບ ແລະ ການຮ່ວມມື ລາວ – ຫວຽດນາມ ຄົບຮອບ 45 ປີ ແລະ ພິທີ ຮັບໃບຢັ້ງຢືນ ອານຸສອນສະຖານ ການປະຕິວັດ ລາວ – ຫວຽດນາມ ເປັນເຂດອານຸສອນສະຖານພິເສດແຫ່ງຊາດ. ເຊິ່ງໄດ້ຮັບ ການຕ້ອນຮັບຢ່າງອົບອຸ່ນ ຈາກທ່ານ ຮວ່າງກວັກແຄັງ ຮອງເລຂາພັກແຂວງ ປະທານຄະນະກຳມະການປະຊາຊົນແຂວງ ( ເຈົ້າແຂວງ ). ພ້ອມດ້ວຍການນຳແຂວງເຊິນລາ.

ແຂວງອຸດົມໄຊ ແລະ ແຂວງເຊິນລາ ແມ່ນໄດ້ມີການພົວພັນຮ່ວມມື ແລະ ສາມັກຄີມິດຕະພາບ ແບບພິເສດ. ດັ່ງນັ້ນ ການເດີນທາງເຄື່ອນໄຫວ ພົບປະຢ້ຽມຢາມ ແລະ ເຮັດວຽກຂອງການນຳແຂວງອຸດົມໄຊໃນຄັ້ງນີ້ ກໍເພື່ອປະຕິບັດຕາມຄໍາເຊີນຂອງຄະນະພັກ, ອົງການປົກຄອງແຂວງເຊີນລາແຫ່ງ ສສ ຫວຽດນາມ. ທັງເປັນການເສີມຂະຫຍາຍຄວາມສາມັກຄີມິດຕະພາບແບບພິເສດ ລະຫວ່າງ ສອງພັກ, ສອງລັດ, ປະຊາຊົນສອງຊາດ ລາວ – ຫວຽດນາມ ເວົ້າລວມ, ເວົ້າສະເພາະກໍຄື ສອງແຂວງອຸດົມໄຊ ແລະ ແຂວງເຊິນລາ ໃຫ້ນັບມື້ນັບແຫນ້ນແຟ້ນຍິ່ງຂຶ້ນ. ເຊິ່ງຕະຫລອດໄລຍະຂອງການເຄື່ອນໄຫວທາງການນຳແຂວງອຸດົມໄຊ ກໍໄດ້ເຂົ້າຮ່ວມ ລົງນາມໃນບົດບັນທຶກ ການຮ່ວມມືຮອບດ້ານ ນັບແຕ່ປີ 2022 – 2024 ໃນວັນທີ 27 ສິງຫາ 2022 ທີ່ຫ້ອງປະຊຸມໃຫຍ່ຂອງແຂວງ ເຊິນລາ ໂດຍຕາງຫນ້າການນຳແຂວງ ອຸດົມໄຊ ຮ່ວມລົງນາມ ໃນບົດບັນທຶກ ການຮ່ວມມືດັ່ງກ່າວ ແມ່ນທ່ານ ສົມຈິດ ປັນຍາສັກ ຮອງເຈົ້າແຂວງ ແລະ ຝ່າຍ ແຂວງເຊິນລາ ແມ່ນທ່ານ ຮວ່າງກວັກແຄັງ ຮອງເລຂາພັກແຂວງ ປະທານຄະນະກຳມະການປະຊາຊົນແຂວງ ( ເຈົ້າແຂວງ ). ຈາກນັ້ນ ໃນຕອນເຊົ້າວັນທີ 28 ສິງຫາ ການນໍາ ແຂວງອຸດົມໄຊ ພ້ອມດ້ວຍການນໍາ ບັນດາແຂວງພາກເຫນືອຂອງລາວ ໄດ້ເດີນທາງໄປຢ້ຽມຊົມ ສະຖານທີ່ ເພາະພັນປາດູກອ່ອນ ຢູ່ອ່າງນ້ຳດາ ແລະ ເຂື່ອນໄຟຟ້າ ນ້ຳດາ ທີ່ຕາແສງ ອິດອອງ ເມືອງລາ ແຂວງເຊິນລາ.

ສ່ວນຕອນແລງຂອງວັນດັ່ງກ່າວ ໄດ້ມີການເຂົ້າຮ່ວມ ພິທີ ວາງພວງມາລາ ແລະ ໄຕ້ທູບບູຊາ ທີ່ຫໍບູຊາ ປະທານໂຮຈີມິນ ສະຫນາມຫລວງໄຕບັກ. ເພື່ອສະແດງຄວາມຮູ້ບຸນຄຸນ ແລະ ລະນຶກເຖິງຄຸນງາມຄວາມດີ ຂອງທ່ານ ທີ່ໄດ້ເສຍສະຫລະ ເລືອດເນື້ອ ເພື່ອການປະຕິວັດຂອງ ສສ ຫວຽດນາມ ໃນໄລຍະຜ່ານມາ. ເຊິ່ງນຳໂດຍທ່ານ ຫງວຽນ ຮີ້ວ ດົງ ກຳມະການສູນກາງພັກ, ເລຂາພັກແຂວງ, ຫົວຫນ້າຄະນະຜູ້ແທນສະມາຊິກສະພາແຫ່ງຊາດ ແຂວງເຊິນລາ, ທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງ ສປປລາວ ປະຈຳ ສສ ຫວຽດນາມ ຕະຫລອດຮອດການນຳແຂວງເຊິນລາ ແລະ ບັນດາແຂວງ ພາກເຫນືອຂອງລາວ.

ມາໃນຕອນເຊົ້າຂອງວັນທີ 29 ສິງຫາ 2022 ກໍໄດ້ສືບຕໍ່ເຂົ້າຮ່ວມພິທີ ສະເຫລີມ ສະຫລອງ ວັນສ້າງຕັ້ງ ສາຍພົວພັນການທູດລາວ – ຫວຽດນາມ ຄົບຮອບ 60 ປີ,ວັນເຊັນສົນທິສັນຍາ ມິດຕະພາບ ແລະ ການຮ່ວມມື ລາວ – ຫວຽດນາມ ຄົບຮອບ 45 ປີ ແລະ ພິທີ ຮັບໃບຢັ້ງຢືນ ອານຸສອນສະຖານການປະຕິວັດ ລາວ – ຫວຽດນາມ ເປັນເຂດ ອານຸສອນສະຖານ ພິເສດແຫ່ງຊາດ. ຢູ່ບ້ານລາວໂຄ ຕາແສງພຽງຄວາຍ ເມືອງອຽນເຈົາ ຕື່ມອີກ.