ກອງປະຊຸມ ປຶກສາຫາລື ກ່ຽວກັບການແກ້ໄຂ ບັນຫານ້ຳມັນ ພາຍໃນແຂວງ

ຕອນບ່າຍ ຂອງວັນທີ 23 ພຶດະພາ 2022 ທີ່ຫ້ອງປະຊຸມຂອງຫ້ອງວ່າການແຂວງ ເປີດກອງປະຊຸມປຶກສາຫາລື ກ່ຽວກັບການແກ້ໄຂບັນຫາຊື້ – ຂາຍນ້ຳມັນຢູ່ແຂວງອຸດົມໄຊ ພາຍໃຕ້ການເປັນປະທານຂອງ ທ່ານ ອ່ອນແກ້ວ ອຸ່ນອາລົມ ຮອງເຈົ້າແຂວງອຸດົມໄຊ ມີ ຫ້ອງວ່າການແຂວງ, ພະແນການການຄ້າ, ສະພາການຄາ, ອຸດສາຫະກຳການຄ້າເມືອງໄຊ, ອາກອນແຂວງ,ທະນາຄານແຫ່ງ ສປປ ລາວ ປະຈຳພາກເໜືອ ແຂວງອຸດົມໄຊ, ບໍລິສັດນ້ຳມັນເຊື້ອໄຟລາວ, ຫົວໜ່ວຍທຸລະກິດຄ້ານ້ຳມັນເຊື້ອໄຟ ຈາກບັນດາປ້ຳຕ່າງໆພາຍໃນເທດສະບານແຂວງ ເຂົ້າຮ່ວມ ທັງໝົດ 32 ທ່ານ ຍິງ 10 ທ່ານ ຈຸດປະສົງກອງປະຊຸມດັ່ງກ່າວແມ່ນຫາວິທີແກ້ໄຂບັນຫາວິກິດນ້ຳມັນພາຍໃນ.