ແຂວງອຸດົມໄຊ ຢ້ຽມຢາມ ແລະ ແລະປ່ຽນບົດຮຽນ ຢູ່ແຂວງບໍ່ແກ້ວ

ໃນລະຫວ່າງວັນທີ 19-20 ພຶດສະພາ 2022 ຫ້ອງວ່າການແຂວງອຸດົມໄຊ ໄດ້ຢ້ຽມຢາມ ແລະ ແລກປ່ຽນຖອດຖອນບົດຮຽນນຳຫ້ອງວ່າການແຂວງບໍ່ແກ້ວ  ນຳພາຄະນະທີມງານແຂວງອຸດົມໄຊ ໂດຍ ທ່ານ ນ. ອຳໄພວອນ ປັນຍາລັກ ກຳມະການພັກແຂວງ ຫົວໜ້າຫ້ອງວ່າການແຂວງອຸດົມໄຊ ແລະ ແຂວງບໍ່ແກ້ວໂດຍ ທ່ານ ຄຳເກີງ ຜີວວັນນາ ກຳມະການພັກແຂວງ ຫົວໜ້າຫ້ອງວ່າການແຂວງບໍ່ແກ້ວ ພ້ອມດ້ວຍຄະນະ ໃຫ້ກຽດຕ້ອນຮັບ ຢ່າງອົບອຸ່ນຢູ່ທີ່ຫ້ອງວ່າການແຂວງບໍ່ແກ້ວ, ໃນພິທີພົບປະແລກປ່ຽນບົດຮຽນຄັ້ງນີ້ແມ່ນໄດ້ຮັບຟັງການລາຍງານສະພາບລວມການຈັດຕັ້ງປະຕິບັດໜ້າທີ່ວຽກງານຫ້ອງວ່າການແຂວງທັງ 2 ຝ່າຍ ໃນໄລຍະຜ່ານມາ ແລະ ບາດກ້າວໃໝ່ຂອງ 2 ວາລະແຫ່ງຊາດ ເພື່ອຖອດຖອນແລກປ່ຽນບົດຮຽນ ໃຫ້ມີຄວາມຮັດແໜ້ນ ສາມັກຄີ ຊ່ວຍເຫຼືອເຊິງກັນແລະກັນ ນອກຈາກນີ້ທັງ2 ຝ່າຍຍັງເຂົ້າຮ່ວມຫຼີ້ນກິລາສາມັກຄີ