ແຂວງອຸດົມໄຊ ສະຫລຸບ ການຈັດຕັ້ງປະຕິບັດ ການປ້ອງກັນ ຄວບຄຸມ ແລະ ແກ້ໄຂ ການລະບາດ ຂອງພະຍາດ ໂຄວິດ – 19

ກອງປະຊຸມ ສະຫລຸບ ການເຄື່ອນໄຫວຈັດຕັ້ງປະຕິບັດ ວຽກງານ ກ່ຽວກັບ ການປ້ອງກັນ,ຄວບຄຸມ ແລະ ແກ້ໄຂ ການລະບາດ ຂອງເຊື້ອພະຍາດ ໂຄວິດ – 19 ຂອງຄະນະສະເພາະກິດ ແຂວງອຸດົມໄຊ ໄດ້ຈັດຂຶ້ນ ທ້າຍອາທິດຜ່ານມາ ໂດຍການເປັນປະທານຂອງທ່ານ ສົມຈິດ ປັນຍາສັກ ຮອງ ເຈົ້າແຂວງອຸດົມໄຊ.

  ໃນກອງປະຊຸມ ໄດ້ຮັບຟັງການລາຍງານ ສະພາບລວມ ກ່ຽວກັບການ ເຄື່ອນໄຫວ ຈັດຕັ້ງປະຕິ ບັດວຽກງານ ຂອງຄະນະສະເພາະກິດ ປ້ອງກັນ,ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດໂຄວິດ – 19 ຂອງແຂວງອຸດົມໄຊ ກໍຄື ຄະນະກໍາມະການ,ກອງເລຂາ,ເຈົ້າຫນ້າທີ່ປະຈໍາຈຸດກວດ ຄົນເຂົ້າ – ອອກ,ເຈົ້າຫນ້າທີ່ ແລະ ແພດຫມໍ ທີ່ປະຈໍາຢູ່ ບັນດາສູນກັກກັ່ນ ນັບຕັ້ງແຕ່ ມີການລະ ບາດ ຂອງເຊື້ອພະຍາດ ໂຄວິດ – 19 ຢູ່ພາຍໃນແຂວງອຸດົມໄຊ ການນໍາແຂວງ ໄດ້ມີການແຕ່ງຕັ້ງ ແລະ ຈັດແບ່ງຄວາມຮັບຜິດຊອບ ໃນການປ້ອງກັນ,ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະ ຍາດ ດັ່ງກ່າວ ໂດຍເລີ່ມ ຈັດຕັ້ງປະຕິບັດ ແຕ່ ວັນທີ 24 ເມສາ 2021 – 17 ກຸມພາ 2022. ໃນນີ້ ພົບຜູ້ຕິດເຊື້ອສະສົມທັງຫມົດ 7.203 ກໍລະນີ,ປິ່ນປົວຫາຍດີ 7.151 ຄົນ,ກຳລັງປິ່ນປົວ 19 ຄົນ ແລະ ເສຍຊີວິດ 33 ຄົນ,ມີຈຸດກວດກາ ຄົນເຂົ້າ – ອອກ ຕາມເສັ້ນທາງ ລະຫວ່າງ ເມືອງ ແລະ ແຂວງ,ສູນກັກກັ່ນ ຂອງແຂວງ 5 ແຫ່ງ,ສ່ວນວຽກງານ ປກຊ – ປກສ,ວຽກງານໂຄສະນາ ແລະ ເຜີຍແຜ່ ຂໍ້ມູນຂ່າວສານ,ວຽກງານເສດຖະກິດ – ສັງຄົມ ແລະ ການແກ້ໄຂຜົນກະທົບ ແລະ ວຽກງານອື່ນໆ ກໍໄດ້ ຈັດຕັ້ງປະຕິບັດຕາມພາລະບົດບາດ,ຫນ້າທີ່ຂອງຕົນ ຢ່າງຕັ້ງຫນ້າ ແລະ ມີຜົນສຳ ເລັດຕາມລະດັບຄາດຫມາຍ. ໃນໄລຍະທີ່ມີການລະບາດຂອງເຊື້ອພະຍາດໂຄວິດ – 19 ກໍໄດ້ມີຫລາຍພາກສ່ວນ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ການຊ່ວຍເຫລືອ ທັງວັດຖຸ,ປັດໃຈ,ອຸປະກອນການແພດ,ເຄື່ອງປ້ອງກັນ,ເຄື່ອງອຸປະໂພກ – ບໍລິໂພກ ແລະ ນໍ້ຳດື່ມ ເພື່ອນຳໃຊ້ເຂົ້າໃນການ ເຄື່ອນໄຫວ ປ້ອງກັນ,ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດໂຄວິດ -19.

  ສຳລັບການສັກວັກຊີນ ມາຮອດປັດຈຸບັນນີ້ ມີຜູ້ໄດ້ຮັບວັກຊີນ ເຂັມທີ 1 ກວມ 81,55%, ໄດ້ຮັບຄົບໂດສ ກວມ 66,83% ແລະ ຜູ້ທີ່ໄດ້ຮັບວັກຊີນ ເຂັມກະຕຸ້ນ ກວມ 23,41%.

  ພ້ອມດຽວກັນນີ້ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ພ້ອມກັນ ສະແດງຄວາມຄິດເຫັນ ຕໍ່ກັບບາງບັນຫາ ທີ່ເປັນຈຸດອ່ອນ ແລະ ຂໍ້ຄົງຄ້າງ ເພື່ອຄວາມເປັນເອກພາບ ໃນການສືບຕໍ່ຈັດຕັ້ງປະຕິບັດ ການປ້ອງກັນ,ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດໂຄວິດ -19 ໃນຕໍ່ຫນ້າ ໃຫ້ມີປະສິດທິພາບ.

  ກອງປະຊຸມ ມີຄະນະສະເພາະກິດ ຂັ້ນແຂວງ,ເມືອງ ແລະ ຂະແຫນງການກ່ຽວຂ້ອງເຂົ້າຮ່ວມ.

ນັກຂາວ: ຄານມະນີ ຮຽນດໍຈັນ