ການນຳຂັ້ນສູງ ທະຫານເຂດ 2 ຂອງ ສສ ຫວຽດນາມ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອຸດົມໄຊ

     ທ້າຍອາທິດຜ່ານມານີ້ ການນໍາຂັ້ນສູງ ທະຫານເຂດ 2 ແຫ່ງ ສສ ຫວຽດນາມ ເຊິ່ງນຳໂດຍທ່ານ ພົນຈັດຕະວາ ເຈິ່ນ ງັອກຕວນ ຮອງຫົວຫນ້າການເມືອງ ກອງບັນຊາການທະຫານເຂດ 2 ໄດ້ເດີນທາງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອຸດົມໄຊ ເຊິ່ງພິທີຕ້ອນຮັບໄດ້ຈັດຂຶ້ນ ຢູ່ໂຮງແຮມ ມິດຕະພາບ ແຂວງອຸດົມໄຊ ນຳໂດຍທ່ານ ຄຳພຽງ ຢາຈົງວາ ຮອງເລຂາພັກແຂວງ, ມີຄະນະປະຈຳພັກແຂວງ, ຕາງຫນ້າກອງບັນຊາການ ປກຊ ແຂວງ,ພະແນກການຕ່າງປະເທດ ແລະ ຄະນະພະແນກ ແຮງງານ ແລະ ສະຫວັດດີການສັງຄົມແຂວງ ພ້ອມດ້ວຍພະນັກງານ ແລະ ຄະນະປະທານສະມາຄົມ ຊາວຫວຽດນາມ ປະຈຳແຂວງອຸດົມໄຊ.

     ການເດີນທາງ ມາເຄື່ອນໄຫວ ແລະ ເຮັດວຽກຢູ່ແຂວງອຸດົມໄຊ ຂອງການນຳຂັ້ນສູງທະຫານເຂດ 2 ຂອງ ສສ ຫວຽດນາມ ໃນຄັ້ງນີ້ ຈຸດປະສົງ ກໍເພື່ອເຂົ້າຮ່ວມພິທີໄຫວ້ອາໄລ ແລະ ມອບ – ຮັບອັດຖິ ຂອງທະຫານອາສາສະຫມັກ ແລະ ຊ່ຽວຊານ ສສ ຫວຽດນາມ ທີ່ເສຍສະຫລະຊີວິດ ໃນປາງສົງຄາມ ຢູ່ 6 ແຂວງພາກເຫນືອລາວ ເວົ້າລວມ, ເວົ້າສະເພາະກໍຄື ຢູ່ພາຍໃນແຂວງອຸດົມໄຊ ກັບຄືນປະເທດ. ເຊິ່ງພິທີດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 16 ມິຖຸນາ 2022.

     ພາຍຫລັງ ມີພິທີຕ້ອນຮັບຢ່າງເປັນທາງການແລ້ວ ການນໍາ ທັງສອງຝ່າຍໄດ້ພົບປະໂອ້ລົມ ໂດຍສະເພາະແມ່ນ ການແຈ້ງຈຸດປະສົງ, ເປົ້າຫມາຍ ແລະ ແຜນທີ່ຈະເຄື່ອນໄຫວ ໃນແຕ່ລະກິດຈະກຳ. ໂດຍສະເພາະແມ່ນ ຈະໄດ້ເຂົ້າຮ່ວມພິທີ ແລກປ່ຽນບົດຮຽນ ກັບຄະນະປະຕິບັດງານພິເສດ ຂອງແຂວງອຸດົມໄຊ, ວາງພວງມາລາ ຢູ່ອານຸສາວະລີ ຮ່ວມນ້ຳໃຈ ສາມັກຄີສູ້ຮົບລາວ – ຫວຽດນາມ ແລະ ຢ້ຽມຢາມ ສະມາຄົມຊາວຫວຽດນາມປະຈໍາແຂວງອຸດົມໄຊ.