ຫ້ອງວ່າການແຂວງ ແລະ ສະພາປະຊາຊົນແຂວງ ພົບປະແລກປ່ຽນບົດຮຽນ

ຄະນະເລຂາທິການສະພາປະຊາຊົນແຂວງ ແລະ ຫ້ອງວ່າການແຂວງ ໄດ້ຈັດກອງປະຊຸມພົບປະແລກປ່ຽນບົດຮຽນວຽກງານເສນາທິການໃຫ້ການນຳແຂວງ ໄດ້ຈັດຂຶ້ນໃນຕອນບ່າຍຂອງ ວັນທີ 3 ມິຖຸນາ  ທີ່ຫ້ອງປະຊຸມ ຂອງສະພາປະຊາຊົນແຂວງ ໂດຍການເປັນປະທານຮ່ວມຂອງທ່ານ ນາງ ວັນສີ ພວງມະໄລ ກໍາມະການປະຈໍາ ສພຂ ເລຂາທິການ ສພຂ ແລະ ທ່ານ ນາງ ອໍາໄພວອນ ປັນຍາລັກ ກຳມະການພັກແຂວງ ຫົວໜ້າຫ້ອງວ່າການແຂວງ, ມີຄະນະເລຂາທິການສະພາປະຊາຊົນແຂວງ, ຄະນະຫ້ອງວ່າການແຂວງ, ຫົວໜ້າຂະແໜງ, ຮອງຫົວໜ້າຂະແໜງ ພ້ອມດ້ວຍພະນັກງານວິຊາການ ທັງສອງຝ່າຍເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມຄັ້ງນີ້ ໄດ້ຮັບຟັງການລາຍງານຫຍໍ້ກ່ຽວກັບການເປັນເສນາທິການໃຫ້ແກ່ການນໍາ ຂອງຄະນະເລຂາທິການສະພາປະຊາຊົນແຂວງ ແລະ ຫ້ອງວ່າການແຂວງ, ພ້ອມທັງສະເໜີເນື້ອໃນບາງບັນຫາທີ່ຈະແລກປ່ຽນກັນເຊັ່ນ: ການຈັດຕັ້ງປະຕິບັດບົດບັນທຶກຮ່ວມລະຫວ່າງ ສພຂ ກັບ ອົງການປົກຄອງແຂວງ ເລກທີ 70, ການເປັນເຈົ້າການໃນການກະກຽມຮ່າງຂໍ້ຕົກລົງຂອງທ່ານເຈົ້າແຂວງກ່ອນຈະນຳຜ່ານກອງປະຊຸມອົງການປົກຄອງ ແລະ ກອງປະຊຸມສພຂ, ການເປັນເຈົ້າການໃນການທາບທາມຮ່າງກົດໝາຍທີ່ສະພາແຫ່ງຊາດສົ່ງໃຫ້, ການເປັນເຈົ້າການໃນການກະກຽມເນື້ອໃນກອງປະຊຸມ ສພຂ, ການເປັນເຈົ້າການໃນການຮັບແຂກສະພາແຫ່ງຊາດ ໃນບົດບາດກຳມະການສູນກາງພັກ, ກົມການເມືອງ(ທິມງານຂອງສະພາແຫ່ງຊາດ), ການປະຕິບັດນະໂຍບາຍຕ່າງໆຕໍ່ຄະນະປະຈຳສະພາປະຊາຊົນແຂວງ(ເຊັກສຸຂະພາບ ແລະ ສິ້ນສຸດອາຍຸຂອງສສຊ ສສຂ) ແລະ ປະຕິບັດລະບອບສ່ອງແສງລາຍງານເຊິ່ງກັນ ແລະ ກັນ.

ຫຼັງຈາກນັ້ນກອງປະຊຸມໄດ້ແລກປ່ຽນ ແລະ ປຶກສາຫາລື, ປະກອບຄໍາຄິດຄຳເຫັນ ແລະ ມີຄໍາສະເໜີຕໍ່ກັນຢ່າງເລິກເຊິ່ງ ແລະ ກົງໄປກົງມາ, ເພື່ອເຮັດໃຫ້ຂອດການປະສານງານ, ການສະໜອງຂໍ້ມູນຕ່າງໆ ລະຫວ່າງ ສະພາປະຊາຊົນແຂວງ ກັບ ຫ້ອງວ່າການແຂວງແຂວງ ໃຫ້ມີຄວາມວອງໄວ, ຊັດເຈນ ແລະ ສຳເລັດຕາມແຜນການທີ່ວາງໄວ້.