ເຈົ້າແຂວງອຸດົມໄຊ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບ ແລະ ອໍາລາຫນ້າທີ່ ຂອງທ່ານ ກົງສຸນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈຳແຂວງຫລວງພະບາງ

ຕອນແລງ ວັນທີ 17 ມິຖຸນາ ນີ້ ທ່ານ ບຸນຄົງ ຫລ້າຈຽມພອນ ເຈົ້າແຂວງອຸດົມໄຊ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບ ການເຂົ້າຢ້ຽມ ຂ່ຳນັບ ແລະ ອຳລາຫນ້າທີ່ ຂອງທ່ານ ຫງວຽນ ດັງຫຸງ ກົງສຸນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈຳແຂວງຫລວງພະບາງ ພ້ອມດ້ວຍພັນລະຍາ ເຊິ່ງການຕ້ອນຮັບດັ່ງກ່າວ ຈັດຂຶ້ນທີ່ຫ້ອງວ່າການແຂວງອຸດົມໄຊ.

       ທ່ານ ຫງວຽນ ດັງຫຸງ ກົງສຸນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈຳແຂວງຫລວງພະບາງ ກ່າວວ່າ: ຕົນເອງ ຈະສິ້ນສຸດການປະຕິບັດຫນ້າທີ່ ເປັນກົງສຸນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈຳແຂວງຫລວງພະບາງ ໃນທ້າຍເດືອນ ມິຖຸນາ 2022 ນີ້ ດັ່ງນັ້ນ ຈຶ່ງໄດ້ເດີນທາງໄປຍັງບັນດາແຂວງພາກເຫນືອຂອງລາວ ເວົ້າລວມ, ເວົ້າສະເພາະ ກໍຄື ແຂວງອຸດົມໄຊ ເພື່ອຢ້ຽມຂ່ຳນັບ ແລະ ກ່າວອຳລາຫນ້າທີ່ຢ່າງເປັນທາງການ ພ້ອມທັງ ສະແດງຄວາມຂອບໃຈ ມາຍັງການນຳແຂວງອຸດົມໄຊ ທີ່ໃຫ້ການຊຸກຍູ້, ຊ່ວຍເຫລືອ ແລະ ອໍານວຍຄວາມສະດວກທາງດ້ານຕ່າງໆ ເພື່ອເຮັດໃຫ້ ການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານ ມີຜົນສຳເລັດ ແລະ ລຸລ່ວງດ້ວຍດີໂດຍຕະຫລອດມາ ສ່ວນບັນດາຫນ້າວຽກທີ່ຍັງຄົງຄ້າງ ເປັນຕົ້ນແມ່ນການຊຸກຍູ້, ຊ່ວຍເຫລືອ ແກ່ແຂວງອຸດົມໄຊ ທີ່ໄດ້ມີການຕົກລົງເຫັນດີ ໃນເມື່ອກ່ອນ ແມ່ນຈະມອບໃຫ້ຜູ້ທີ່ຈະເຂົ້າມາຮັບຜິດຊອບ ເປັນກົງສຸນໃຫຍ່ຜູ້ໃຫມ່ ສືບຕໍ່ຈັດຕັ້ງປະຕິບັດໃຫ້ສຳເລັດຕາມລະດັບຄາດຫມາຍ.

      ໂອກາດດັ່ງກ່າວ ທ່ານ ບຸນຄົງ ຫລ້າຈຽມພອນ ເຈົ້າແຂວງອຸດົມໄຊ ໄດ້ສະແດງຄວາມດີໃຈ ທີ່ໄດ້ຕ້ອນຮັບ ທ່ານກົງສຸນໃຫຍ່ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍພັນລະຍາ ແລະ ເສຍດາຍທີ່ ທ່ານ ຫງວຽນ ດັງຫຸງ ກົງສຸນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈຳແຂວງຫລວງພະບາງ ຈະຫມົດວາລະ ແລະ ຄວາມຮັບຜິດຊອບໃນຄັ້ງນີ້. ເຖິງຢ່າງໃດກໍຕາມ ທ່ານເຈົ້າແຂວງອຸດົມໄຊ ຍັງໄດ້ສະແດງ ຄວາມຂອບໃຈ ທີ່ກົງສຸນໃຫຍ່ ແຫ່ງ ສສ ຫວຽດນາມ ທີ່ໃຫ້ການຊ່ວຍເຫລືອ ໂດຍສະເພາະແມ່ນເປັນຂົວຕໍ່ສຳຄັນ ລະຫວ່າງແຂວງອຸດົມໄຊ ກັບບັນດາແຂວງ ພາກເຫນືອລາວ ລວມທັງ ບັນດາແຂວງ ຂອງ ສສ ຫວຽດນາມ ໃນການປຶກສາຫາລື ແລະ ຊ່ວຍເຫລືອ ເຊິ່ງກັນ ແລະ ກັນ ໃນດ້ານຕ່າງໆ ໂດຍສະເພາະແມ່ນໄລຍະທີ່ມີການລະບາດຂອງເຊື້ອພະຍາດໂຄວິດ – 19. ແລະ ສິ່ງທີ່ສໍາຄັນໄປກວ່ານັ້ນ ກໍຄື ເຮັດໃຫ້ການພົວພັນຮ່ວມມື ແບບພິເສດ ແລະ ສະຫນິດສະຫນົມ ຂອງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ຊາດລາວ – ຫວຽດນາມ ໄດ້ຮັບການເສີມຂະຫຍາຍຂຶ້ນເລື້ອຍໆ.     ຕອນທ້າຍ ຂອງພິທີ ທ່ານ ບຸນຄົງ ຫລ້າຈຽມພອນ ເຈົ້າແຂວງອຸດົມໄຊ ໄດ້ກ່າວອວຍພອນ ໃຫ້ທ່ານ ຫງວນ ດັງຫຸງ ກົງສຸນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈຳແຂວງຫລວງພະບາງ ພ້ອມດ້ວຍພັນລະຍາ ຈົ່ງເດີນທາງກັບຄືນສູ່ພູມລຳເນົ່າຂອງຕົນ ດ້ວຍຄວາມສະຫວັດດີພາບ.