ທ່ານ ປອ ຄຳພັນ ເຜີຍຍະວົງ ພ້ອມຄະນະລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອຸດົມໄຊ

ທ່ານ ປອ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພ້ອມຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກນຳຄະນະໂຄສະນາອົບຮົມແຂວງອຸດົມໄຊ ໃນວັນທີ 17 ກຸມພາ 2022 ທີ່ຫ້ອງປະຊຸມຫ້ອງວ່າການແຂວງ, ກ່ອນອື່ນ ທ່ານ ມໍ ຊົງ ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ຂື້ນລາຍງານສະພາບການອັນພົ້ນເດັ່ນ ໃນຈັດຕັ້ງປະຕິບັດວຽກງານໂຄສະນາ ສຶກສາອົບຮົມການເມືອງ, ແນວຄິດດ້ວຍຫຼາຍຮູບການ ແລະ ມີສີສັນ ເຊິ່ງທ່ານໄດ້ຍົກໃຫ້ເຫັນຜົນງານດ້ານດີ, ຈຸດອ່ອນ, ຂໍ້ຄົງຄ້າງ ແລະ ວິທີການແກ້ໄຂໃນຕໍ່ໜ້າ ພ້ອມທັງທິດທາງແຜນການໃນປີ 2022 ໂດຍຍົກສູງວຽກງານໂຄສະນາສຶກສາອົບຮົມການເມືອງແນວຄິດເປັນກົກເຂົ້າສູ່ທຸກຂົງເຂດວຽກງານ ແລະ ໃຫ້ກາຍເປັນໜ້າທີ່ລວມຂອງທົ່ວສັງຄົມ ຈາກນັ້ນ ໄດ້ມີການປະກອບຄຳຄິດຄຳເຫັນແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ລະຫວ່າງສູນກາງກັບທ້ອງຖິ່ນ ເພື່ອແນ່ໃສ່ປັງປຸງບັນຫາທີ່ຍັງຄົງຄ້າງ, ຊອກວິທີທາງແກ້ໄຂໃຫ້ຖຶກຕ້ອງສອດຄ່ອງ ແລະ ເໝາະສົມ ໄປຕາມທິດທາງດຽວກັນ ໂອກາດດຽວກັນ ທ່ານ ປອ ຄຳພັນ ເຜີຍຍະວົງ ເລຂາຄະນະພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ກໍໄດ້ໂອ້ລົມ, ໃຫ້ທິດຊີ້ນຳ ກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຜົນງານຕໍ່ຄະນະພັກ, ພະນັກງານຄະນະໂຄສະນາອົບຮົມແຂວງອຸດົມໄຊ ຍາດມາໄດ້ໃນໄລຍະຜ່ານມາ ພ້ອມທັງເນັ້ນໃຫ້ຄະນະໂຄສະນາອົບຮົມແຂວງຈົ່ງເອົາໃຈໃສ່ໃນການຊີ້ນຳໆພາວຽກງານວິຊາສະເພາະຂອງຕົນເປັນຕົ້ນແມ່ນວຽກງານໂຄສະນາສຶກສາອົບຮົມການເມືອງແນວຄິດ ເປັນວຽກງານປະຈັນບານປະເສີນໜ້າກັບສັງຄົມ ບໍ່ວ່າຈະເປັນທາງກົງ ຫຼື ທາງອ້ອມ ນຳເອົາແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ລົງສູ່ຮາກຖານເຮັດໃຫ້ທົ່ວແຂວງ ມີສະຖຽງລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບປອດໄພ, ເສດຖະກິດມີການພັດທະນາຢ່າງຕໍ່ເນື່ອງ ໄປຕາມທິດສ້າງການຫັນປ່ຽນໃໝ່ຢ່າງແຂງແຮງໄປສູ່ຄຸນນະພາບໃໝ່,ປັບປຸງຄຸນນະພາບບຸກຄະລາກອນ, ຍົກສູງຄວາມຮູ້ຄວາມສາມາດຂອງພະນັກງານ ຕອບສະໜອງພາຫະນະ, ອຸປະກອນ,ງົບປະມານ ໃຫ້ແທດເໝາະກັບທ້ອງຖິ່ນຮາກຖານຂອງຕົນ. ທັງນີ້ກໍ່ເພື່ອແນ່ໃສ່ເຮັດໃຫ້ແກ່ການກະກຽມກອງປະຊຸມວຽກງານການເມືອງແນວຄິດທົ່ວປະເທດຄັ້ງທີ່ V ທີຈະໄຂຂື້ນໃນຕໍ່ໜ້າໃຫ້ມີເນື້ອໃນຄົບຖ້ວນສົມບູນ.
ໃນໂອກາດທີທ່ານຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພ້ອມຄະນະລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກນຳຄະນະໂຄສະນາອົບຮົມແຂວງອຸດົມໄຊຄັ້ງນີ້ ຍັງໄດ້ນຳເອົາຄອມຜີວເຕີໂນດບຸກຈຳນວນ 1 ເຄື່ອງ ພ້ອມເງິນສົດຈຳນວນໜຶງມອບໃຫ້ຄະນະໂຄສະນາອົບແຂວງເພື່ອນຳໄຊ້ເຂົ້າໃນວຽກງານວິຊາສະເພາະຕົວຈິ່ງຕືມອີກ.
ກວດແກ້ໂດຍ: ດາວອນ ສີວິໄລ

Leave a Reply

Your email address will not be published. Required fields are marked *