ທ່ານເຈົ້າແຂວງອຸດົມໄຊ ຕ້ອນຮັບການມາຢ້ຽມຢາມ ຂອງຫົວຫນ້າຫ້ອງການ ຜູ້ຕາງຫນ້າ ອົງການໄຈກາ ປະຈຳລາວ

ອົງການໄຈກາ ປະຈຳລາວ

ຕອນເຊົ້າວັນທີ 18 ກຸມພາ 2022 ນີ້ ທ່ານ ບຸນຄົງ ຫລ້າຈຽມພອນ ເຈົ້າແຂວງອຸດົມໄຊ ພ້ອມດ້ວຍການນຳແຂວງ  ໄດ້ຕ້ອນຮັບການເດີນທາງ ມາພົບປະ, ຢ້ຽມຢາມ ຂອງທ່ານ ນາກາເຊະ ໂທຊິໂອະ ຫົວຫນ້າຫ້ອງການ ຜູ້ຕາງຫນ້າ ອົງການໄຈກາ ປະຈຳລາວ ພ້ອມດ້ວຍທິມງານ ເຊິ່ງພິທີ ຕ້ອນຮັບຈັດຂຶ້ນ ທີ່ຫ້ອງປະຊຸມ ຫ້ອງວ່າການແຂວງອຸດົມໄຊ.

  ໃນໂອກາດທີ່ ທ່ານ  ນາກາເຊະ ໂທຊິໂອະ ຫົວຫນ້າຫ້ອງການ ຜູ້ຕາງຫນ້າ ອົງການໄຈກາ ປະຈຳລາວ ເຂົ້າພົບປະ, ຢ້ຽມຢາມ ແລະ ເຮັດວຽກ ຮ່ວມກັບ ການນຳແຂວງອຸດົມໄຊ ໃນຄັ້ງນີ້ ທ່ານໄດ້ສະເຫນີຈຸດປະສົງ, ເປົ້າຫມາຍ ແລະ ສະພາບລວມ ກ່ຽວກັບການເຄື່ອນໄຫວຈັດຕັ້ງປະຕິວັດວຽກງານ ຂອງອົງການໄຈກາ ຢູ່ພາຍໃນ ສປປລາວ ໃນໄລຍະຜ່ານມາ ຈົນເຖິງປັດຈຸບັນ. ເຊິ່ງການເຄື່ອນໄຫວ ຂອງອົງການໄຈກາ ສ່ວນໃຫຍ່ແມ່ນຈະໃຫ້ການຊ່ວຍເຫຼືອ ແກ່ ສປປລາວ ໃນຫລາຍດ້ານ ເປັນຕົ້ນແມ່ນ ການປັບປຸງ, ກໍ່ສ້າງ ແລະ ພັດທະນາພື້ນຖານໂຄງລ່າງ, ການສະຫນອງທຶນ ເພື່ອຍົກລະດັບດ້ານການສຶກສາໃຫ້ແກ່ນັກສຶກສາ ແລະ ພະນັກງານ – ລັດຖະກອນ, ການສ້າງວຽກເຮັດງານທຳ ແລະ ການສົ່ງຊ່ຽວຊານ ມາປະຈຳການຢູ່ບັນດາຂະແຫນງການຕ່າງໆ ຂອງລາວ ທີ່ເຫັນວ່າ ມີຄວາມຈຳເປັນ. ໂອກາດ ດັ່ງກ່າວ ທ່ານ ນາກາເຊະ ໂທຊິໂອະ ຫົວຫນ້າຫ້ອງການ ຜູ້ຕາງຫນ້າ ອົງ ການໄຈກາ ປະຈຳລາວ ຍັງໄດ້ສະເຫນີ ຕໍ່ທ່ານ ບຸນຄົງ ຫລ້າຈຽມພອນ ເຈົ້າແຂວງອຸດົມໄຊ ໃຫ້ຄັດຈ້ອນ ບັນດາໂຄງການທີ່ເປັນບູລິມະສິດ ນຳສະເຫນີຕໍ່ອົງການໄຈກາ  ເພື່ອຄົ້ນຄວ້າ, ພິຈາລະນາ ແລະ ຊອກຫາແນວທາງໃນການຊ່ວຍເຫຼືອ. ຈາກນັ້ນ ທ່ານ ບຸນຄົງ ຫລ້າຈຽມພອນ ເຈົ້າແຂວງອຸດົມໄຊ ໃນນາມຕາງຫນ້າການນຳຂອງແຂວງ ໄດ້ສະແດງຄວາມດີໃຈ ທີ່ຜູ້ຕາງຫນ້າ ອົງການໄຈກາ ປະຈຳລາວ ພ້ອມດ້ວຍທິມງານ ເດີນທາງມາພົບປະ ແລະ ຢ້ຽມຢາມ ແຂວງອຸດົມໄຊ ແລະ ຂອບໃຈເປັນຢ່າງສູງ ທີ່ຈະໃຫ້ການຊ່ວຍເຫຼືອ ແຂວງອຸດົມໄຊ, ຈາກນັ້ນ ເຈົ້າແຂວງອຸດົມໄຊ ໄດ້ສະເຫນີຕໍ່ອົງການໄຈກາ ໃຫ້ການຊ່ວຍເຫຼືອບາງດ້ານທີ່ຈຳເປັນ ໂດຍສະເພາະແມ່ນດ້ານພື້ນຖານໂຄງລ່າງ ຄື: ການກໍ່ສ້າງ, ສ້ອມແປງເສັ້ນທາງ, ຂົວ, ໂຮງຮຽນ,  ໂຮງຫມໍ, ໄຟຟ້າ, ນຳລິນສະອາດ, ການຈັດສັນບ້ານຂອງປະຊາຊົນ ໃນເຂດຫ່າງໄກຊອກຫລີກ ໂດຍແນ່ໃສ່ໃນການແກ້ໄຂຄວາມທຸກຍາກໃຫ້ແກ່ປະຊາຊົນ, ການພັດທະນາຊັບພະຍາກອນມະນຸດ ດ້ວຍການຍົກລະດັບການສຶກສາ ແລະ ການຝຶກອົບຮົມ ແລະ ການຊ່ວຍເຫຼືອ ທາງດ້ານຊ່ຽວຊານ ( ດ້ານວິຊາການ ) ໃຫ້ບັນດາຂະແຫນງການຕ່າງໆ ພາຍໃນແຂວງອຸດົມໄຊ.   ຕໍ່ກັບການສະເຫນີ ຂອງເຈົ້າແຂວງອຸດົມໄຊ ນັ້ນ ທ່ານ ຜູ້ຕາງຫນ້າ ອົງການໄຈກາປະຈຳລາວ ຈະນຳເອົາໄປພິຈາລະນາ ແລະ ນຳສະເຫນີຕໍ່ສະຖານທູດຍີ່ປຸ່ນ ປະຈຳລາວ ລວມທັງ ຊ່ຽວຊານ ແລະ ວິຊາການ ພາຍໃນອົງການ ຂອງຕົນຮັບຮູ້ ເພື່ອພ້ອມກັນຈັດຕັ້ງປະຕິບັດ ໃຫ້ມີຜົນສຳເລັດ.