ວັດພູທາດ ໄຊມຸງຄຸນ ຣັດຕະນະ ມິ່ງເມືອງ ຈັດພິທີ ສົມໂພດຫລຽນ ພຣະປາງປະທານພອນ

ທ້າຍອາທິດຜ່ານມານີ້ ທີ່ວັດພູທາດ ໄຊມຸງຄຸນ ຣັດຕະນະມິ່ງເມືອງ, ເມືອງໄຊ, ແຂວງອຸດົມໄຊ ໄດ້ຈັດພິທີ ສະເຫລີມສະຫລອງ ອາຣາມວັດ ພ້ອມ ຈັດພິທີ ສູດພຸດທາ ພິເສກ ສົມໂພດ ຫລຽນ ພຣະປາງປະທານພອນ.

ພາຍຫລັງທີ່ສຳເລັດໃນການປັບປຸງ ບູລະນະ ປະຕິສັງຂອນ ພຣະປາງປະທານພອນ ແຫ່ງວັດພູທາດ ໄຊມຸງຄຸນ ຣັດຕະນະມິ່ງເມືອງ ໄດ້ມີຜູ້ທີ່ສົນໃຈ ໃນການເປັນເຈົ້າພາບ, ເຈົ້າສັດທາ ສ້າງວັດຖຸມຸງຄຸນ ຫລຽນ ພຣະເຈົ້າປາງປະທານພອນ ຂຶ້ນ ເຊິ່ງໄດ້ສົມທົບກັບເຈົ້າອະທິການວັດພູທາດ ໄຊມຸງຄຸນ ຣັດຕະນະມິ່ງເມືອງ ກໍຄື ອົງການພຸດທະສາສະຫນາ ສຳພັນລາວ ແຂວງອຸດົມໄຊ ລວມທັງ ບັນດາຂະແຫນງການກ່ຽວຂ້ອງແຕ່ລະຂັ້ນ ແລະ ສ້າງສຳເລັດ ທັງຫມົດ ປະກອບມີ: ພຣະບູຊາ ຂະຫນາດ 9 ນີ້ (40 ຊັງຕີແມັດ) ຈຳນວນ 69 ອົງ,ດອກຕະກຸດ ຈຳນວນ 39 ດອກ ແລະ ຫລຽນພຣະ ຈຳນວນ 7.041 ອົງ. ດັ່ງນັ້ນ ຈັດພິທີ ສູດພຸດທາພິເສກ ສົມໂພດ ຫຼຽນ ດັ່ງກ່າວນີ້ຂຶ້ນ ພ້ອມກັບ ການສະເຫລີມ ສະຫອລງ ອາຣາມ.ເພື່ອເຮັດໃຫ້ວັດຖຸມຸງຄຸນ ມີຄວາມສັກສິດ, ຖືກຕ້ອງ, ຄົບຖ້ວນ ຕາມຂັ້ນຕອນ.

ພາຍລັງ ສໍາເລັດ ພິທີ ສູດພຸດທາພິເສກ ສົມໂພດຫລຽນ ທາງເຈົ້າພາບ,ເຈົ້າສັດທາ ຜູ້ສ້າງວັດຖຸມຸງຄຸນ ຈະໄດ້ມອບ ຫຼຽນ ພຣະທຳມະທານ ໃຫ້ແກ່ວັດພູທາດ ໄຊມຸງຄຸນ ຣັດຕະນະມິ່ງເມືອງ ຈຳນວນ 2.000 ອົງ ເພື່ອແຈກຢາຍໃຫ້ຜູ້ທີ່ມີຈິດໃຈເຫລື້ອມໃສ,ສັດທາ ນຳໄປບູຊາ. ໃນພິທີ ກໍ່ໄດ້ມີການບວງສວງ ເຈົ້າພູມທິດທັງ 4, ໄຫວ້ພຣະ ຮັບສິນ-ສູດປະຣິຕະມຸງຄຸນ,ຖວາຍປັດໃຈ, ຄາຣະວະຮັບພອນ, ຢາດນ້ຳ ແລະ ອື່ນໆ ຕາມຫລັກການ,ຂັ້ນຕອນ ຂອງການສ້າງວັດຖຸມຸງຄຸນ.

ໃນໂອກາດ ຈັດພິທີ ສະເຫລີມ ສະຫລອງ ອາຣາມ ພ້ອມ ຈັດພິທີ ສູດພຸດທາພິເສກ ຫລຽນ ພຣະເຈົ້າປາງປະທານພອນ ຍັງມີການ ຕັກບາດ,ຢາດນ້ຳ,ໄຫວ້ພຣະຮັບສິນ,ຖວາຍເຄື່ອງໃສ່ບາດ,ພັດຕາຫານ,ກອງບວດ, ກອງອັດຖະ-ກອງຫົດ, ບ້າງກັນເທດ, ຟັງທໍາມະເທດສະຫນາ ແລະ ອື່ນໆ. ພິທີ ມີທ່ານ ບຸນຄົງ ຫລ້າຈຽມພອນ ເຈົ້າແຂວງອຸດົມໄຊ,ທ່ານ ວັນນາ ແກ້ວສັນຕິ ປະທານອົງການແນວລາວສ້າງຊາດແຂວງ, ເຈົ້າພາບ-ເຈົ້າສັດທາ,ເຖົ້າແກ່ແນວໂຮມ, ພຣະສົງ, ສາມະເນນ ຕະຫລອດຮອດ ມວນຊົນຊາວ ແຂວງອຸດົມໄຊ ເຂົ້າຮ່ວມ.

ຂ່າວ: ຄານມະນີ ຮຽນດໍຈັນ