ແຂວງອຸດົມໄຊ ກຳນົດເອົາ 5 ຈຸດສຸມ ໃນການແກ້ໄຂ ບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ

ການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຂອງແຂວງອຸດົມໄຊ ໄດ້ກໍານົດເຂົ້າໃນກອງປະຊຸມ ສະໄຫມທີ IX ຂອງຄະນະບໍລິຫານງານພັກແຂວງ.ພ້ອມທັງ ຈັດຕັ້ງປະຕິບັດ ໃນປີ 2021 ເປັນຕົ້ນມາ ໂດຍກຳນົດເອົາ 5 ຈຸດສຸມ ແລະ 49 ແຜນການ ໃນການຈັດຕັ້ງປະຕິບັດຮ່ວມກັບບັນດາຂະແຫນງການກ່ຽວຂ້ອງ.

ອີງຕາມການລາຍງານຂອງ ສະຫາຍ ປອ ສຸລິຍາ ສຸພິທັກ ກໍາມະການພັກແຂວງ,ຫົວຫນ້າພະແນກ ການເງິນແຂວງອຸດົມໄຊ ໃນກອງປະຊຸມຄົບຄະນະກາງສະໄໝຂອງຄະນະບໍລິຫານງານພັກແຂວງອຸດົມໄຊ ສະໄໝທີ IX ເຫັນວ່າ: 5 ຈຸດສຸມຫລັກທີ່ແຂວງອຸດົມໄຊ ໄດ້ຈັດຕັ້ງປະຕິບັດເຂົ້າໃນການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ໃນຕະຫລອດໄລຍະ 2 ປີເຄິ່ງ ທີ່ຜ່ານມາ ປະກອບມີ: ຈຸດສຸມທີໜຶ່ງ: ການສົ່ງເສີມແລະຊຸກຍູ້ການຜະລິດສິນຄ້າເພື່ອສົ່ງອອກ ໃນນີ້ ໄລຍະຜ່ານມາໄດ້ອຳນວຍຄວາມສະດວກ ແລະ ດຶງດູດການລົງທຶນຈິ່ງເຮັດໃຫ້ການລົງທຶນຂອງພາກເອກະຊົນພາຍໃນ ແລະ ຕ່າງປະເທດ ມີມູນຄ່າເຖິງ 3.128,97 ຕື້ກີບ,ສົ່ງເສີມການຜະລິດສິນຄ້າພູມປັນຍາ ແລະ ຫັດຖະກໍາຂອງພາກຄົວເຮືອນ. ສໍາຄັນອີກອັນໜຶ່ງ ແມ່ນໄດ້ລິເລີ່ມສ້າງໜໍ່ແໜງພື້ນຖານການຂົນສົ່ງສິນຄ້າຕາມແລວທາງລົດໄຟ ໃຫ້ກາຍເປັນຂົວຕໍ່ສົ່ງອອກສິນຄ້າໄປຍັງພາຍໃນ ແລະ ຕ່າງປະເທດ; ຈຸດສຸມທີສອງ: ແມ່ນການສ້າງຄວາມເຂັ້ມແຂງດ້ານການຈັດເກັບລາຍຮັບເຂົ້າງົບປະມານ ສາມາດຈັດເກັບລາຍຮັບຂອງແຂວງ ແຕ່ລະປີເພີ່ມຂຶ້ນຢ່າງຕັ້ງໜ້າ ໃນປີ 2021 ສາມາດຈັດເກັບລາຍຮັບໄດ້ລື່ນແຜນ 10,54% ທຽບໃສ່ປີ 2020 ເພີ່ມຂຶ້ນ 1,08%, ປີ 2022 ລາຍຮັບພາຍໃນກ້າວກະໂດດລື່ນແຜນ 21,21% ຖ້າທຽບໃສ່ປີ 2021 ເພີ່ມຂຶ້ນ10,67%. ຜ່ານການຈັດຕັ້ງປະຕິບັດຈັດເກັບລາຍຮັບພາຍໃນ ໄລຍະສອງປີເຄິ່ງ ສາມາດບັນລຸ 402,40 ຕື້ກີບ; ຈຸດສຸມທີສາມ: ແມ່ນການສົ່ງເສີມການປະຢັດ ແລະຕ້ານການຟູມເຟືອຍ. ໄດ້ມີການປັບປຸງນິຕິກຳ,ດັດສົມລົດລັດ ທັງຫມົດ ທົ່ວແຂວງ 2,644 ຄັນ,ຕິດສະຕິກເກີ ລົດຮັບໃຊ້ທາງການ,ຜັນຂະຫຍາຍ ດໍາລັດຂອງລັດຖະບານ ເລກທີ 205ວ່າດ້ວຍການປະຍັດ ແລະ ຕ້ານການຟຸມເຟືອຍ ມາເປັນນິຕິກຳຂອງແຂວງ ສະບັບເລກທີ 1032ແລະ ຄຳສັ່ງ ເລກທີ 999ວ່າດ້ວຍການເພີ່ມທະວີການຈັດຕັ້ງປະຕິບັດຄຸ້ມຄອງພະນັກງານ-ລັດຖະກອນ ແລະ ກຳລັງປະກອບອາວຸດ ຈິ່ງສາມາດປະຍັດງົບປະມານໃນການຈັດກອງປະຊຸມ, ຮັບແຂກ, ງານລ້ຽງ, ນໍາໃຊ້ພາຫະນະ, ການໄປເຮັດວຽກທາງການ ແລະ ອື່ນໆໄດ້ດີສົມຄວນ; ຈຸດສຸມທີສີ່: ວຽກງານການສ້າງສະຖຽນລະພາບດ້ານເງິນຕາໄດ້ຍົກສູງການຕິດຕາມລະບົບຈໍລະຈອນເງິນຕາ, ຄຸ້ມຄອງ, ດັດສົມຮ້ານແລກປ່ຽນເງິນຕາ ທີ່ເປັນຕົວແທນ ຂອງທະນາຄານທຸລະກິດ 14 ຮ້ານ ດ້ວຍການແຈ້ງຖອນໃບອະນຸຍາດ ເພື່ອຮັກສາສະຖຽນລະພາບເງິນກີບ ບັນດາສະຖາບັນການເງິນເຄື່ອນໄຫວມີຄວາມຄ່ອງຕົວດີ ສາມາດລະດົມເງິນຝາກ 3.394,60ຕື້​ກີບ, ປ່ອຍສິນເຊື່ອ 1.190,33ຕື້​ກີບແລະ ແກ້ໄຂໜີ້ເສຍຫຼຸດລົງ 14,30 ຕື້ກີບ ເທົ່າ 14,12% ແລະ ຈຸດສຸມທີຫ້າ:ແມ່ນວຽກງານການຍົກສູງປະສິດທິພາບການຄຸ້ມຄອງລັດດ້ວຍກົດໝາຍໄດ້ປູກຈິດສໍານຶກແນວຄິດເຄົາລົບກົດໝາຍ,ເຜີຍແຜ່ບັນດາກົດໝາຍ,ນິຕິກໍາຕ່າງໆໃຫ້ກວ້າງຂວາງ, ເລິກເຊິ່ງ ແລະ ທົ່ວເຖິງ,ສ້າງສິ່ງອໍານວຍຄວາມສະດວກໃຫ້ທຸກພາກສ່ວນໃນສັງຄົມ ເຂົ້າເຖິງຂໍ້ມູນດ້ານກົດໝາຍຫຼາຍຮູບແບບ ເພື່ອສ້າງຄວາມຮັບຮູ້, ເຂົ້າໃຈທີ່ເປັນເອກະພາບ, ກວດກາຄືນ, ປະເມີນການຈັດຕັ້ງປະຕິບັດກົດໝາຍ, ນິຕິກໍາລຸ່ມກົດໝາຍ ຂອງບັນດາຂະແໜງການ ພ້ອມທັງຄົ້ນຄ້ວາ, ສ້າງ ແລະ ປັບປຸງເພີ່ມເຕີມນິຕິກຳລຸ່ມກົດໝາຍທີ່ບໍ່ສອດຄ່ອງ, ຍັງມີຊ່ອງຫວ່າງ  ແລະ ບໍ່ສາມາດປະຕິບັດໄດ້.

ໂດຍລວມແລ້ວ ການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຂອງແຂວງອຸດົມໄຊ ໃນຕະຫລອດໄລຍະ 2 ປີເຄິ່ງຜ່ານມາ 5 ຈຸດສຸມຫລັກ ການຈັດຕັ້ງປະຕິບັດເຫັນວ່າ: ມີຜົນສຳເລັດໃນລະດັບຫນຶ່ງ.