6 ເດືອນ ຕົ້ນປີ 2021 ແຂວງອຸດົມໄຊ ສາມາດປະຕິບັດງົບປະມານເຂົ້າໃນການລົງທຶນໄດ້ທັງຫມົດ 545,14 ຕື້ກີບ ຫລື ເທົ່າກັບ 57,19% ຂອງແຜນການປີ

ໃນໄລຍະ 6 ເດືອນຕົ້ນປີ 2021 ນີ້ ສະພາບການເຄື່ອນໄຫວວຽກງານການລົງທຶນ ທັງຂອງພາກລັດ, ການຊ່ວຍເຫຼືອທາງການເພື່ອການພັດທະນາ, ຂອງພາກເອກະຊົນ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາລົງທຶນໃນທົ່ວແຂວງອຸດົມໄຊ ເຫັນວ່າຍັງສືບຕໍ່ມີການຂະຫຍາຍຕົວ ເຖິງແມ່ນວ່າຈະພົບກັບສະພາບຄວາມຫຍຸ້ງຍາກ ຈາກການລະບາດແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ກໍຕາມ.

        ອີງຕາມເນື້ອໃນບົດລາຍງານຫຍໍ້ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນ ທ້າຍປີ 2021 ຂອງແຂວງອຸດົມໄຊ ໃຫ້ເຫັນວ່າ: ສະພາບການລົງທຶນລວມ ເຂົ້າໃນການພັດທະນາແຂວງອຸດົມໄຊ ໃນໄລຍະ 6 ເດືອນ ຕົ້ນປີ 2021 ສາມາດປະຕິບັດໄດ້ທັງຫມົດ 545,14 ຕື້ກີບ ຫລື ເທົ່າກັບ 57,19% ຂອງແຜນການປີ (ແຜນປີທີ່ວາງໄວ້ 953,21 ຕື້ກີບ ) ໃນນັ້ນ ສາມາດປະຕິບັດ ໂຄງການລົງທຶນຂອງລັດ ໄດ້ທັງຫມົດ 28 ໂຄງການ ລວມມູນຄ່າການລົງທຶນທັງຫມົດ 16,76 ຕື້ກີບ, ໂຄງການຊ່ວຍເຫລືອທາງການ ເພື່ອການພັດທະນາ (ODA) ປະຕິບັດໄດ້ 34 ໂຄງການ ມູນຄ່າ 11,70 ຕື້ກີບ ໃນນີ້ ທຶນພາຍໃນ 0,98 ຕື້ກີບ ແລະ ຕ່າງປະເທດ 10,72 ຕື້ກີບ, ການລົງທຶນຂອງພາກເອກະຊົນ ທັງພາຍໃນ ແລະ ຕ່າງປະເທດ ສາມາດດຶງດູດໃນກິດຈະການສຳປະທານ ແລະ ກິດຈະການທົ່ວໄປ ເພື່ອກະຕຸ້ນການພັດທະນາເສດຖະກິດ-ສັງຄົມຂອງແຂວງ ໄດ້ທັງຫມົດ 88 ໂຄງການ ລວມມູນຄ່າ 441,18 ຕື້ກີບ ໃນນີ້ ການລົງທຶນທີ່ຂຶ້ນກັບບັນຊີຄວບຄຸມ ແລະ ສຳປະທານຂອງຂະແຫນງແຜນການ ແລະ ການລົງທຶນ, ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນຂັ້ນແຂວງ ທັງຫມົດ 7 ໂຄງການ ລວມມູນຄ່າ 102,67 ຕື້ກີບ ແລະ ການລົງທຶນໃນກິດຈະການທົ່ວໄປ ທີ່ຂະແຫນງອຸດສາຫະກຳ ແລະ ການຄ້າ ທີ່ໄດ້ຮັບແຈ້ງຂຶ້ນທະບຽນວິສາຫະກິດ ແລະ ດັດແກ້ທະບຽນວິສາຫະກິດ ມີທັງຫມົດ 81 ໂຄງການ ລວມມູນຄ່າ 338,51 ຕື້ກີບ, ໄດ້ອອກຫນັງສືຢັ້ງຢືນການອະນຸມັດອຸປະກອນຮັບໃຊ້ໂຄງການປູກມອນ-ລ້ຽງມ້ອນ, ວັດຖຸດິບຮັບໃຊ້ການຜະລິດຫົວອາຫານສັດ ແລະ ປັດໃຈການຜະລິດທາງດ້ານກະສິກຳ ດ້ວຍນະໂຍບາຍຍົກເວັ້ນພາສີ – ອາກອນ ມີຈຳນວນ 8 ໂຄງການ ລວມ 99 ລາຍການ ຄິດເປັນມູນຄ່າທັງຫມົດ 5,41 ລ້ານ ໂດລາສະຫະລັດ ແລະ ທຶນຈາກສິນເຊື່ອທົ່ວລະບົບທະນາຄານ ປະຕິບັດໄດ້ 75,19 ຕື້ກີບ ແລະ ລະດົມເງິນຝາກໄດ້ທັງຫມົດ 2.131,22 ຕື້ກີບ.

ເຖິງຢ່າງໃດກໍຕາມ ໃນໄລຍະ 6 ເດືອນທ້າຍປີ 2021ນີ້ ແຂວງອຸດົມໄຊ ຍັງຈະສືບຕໍ່ສູ້ຊົນ ເຮັດໃຫ້ສະພາບການລົງທຶນຂອງແຂວງ ບັນລຸຕາມແຜນການ ກໍຄື ການປະຕິບັດງົບປະມານການລົງທຶນ ເຂົ້າໃສ່ການພັດທະນາ ແຂວງອຸດົມໄຊ ໃຫ້ບັນລຸ 953,21 ຕື້ກີບ.