ປີ 2021 ຜ່ານມາ ແຂວງອຸດົມໄຊ ປະຕິບັດການລົງທຶນໃສ່ການພັດທະນາ ໄດ້ລື່ນແຜນການ 7%

ໃນຕະລອດໄລຍະ 1 ປີຜ່ານມາ ແຂວງອຸດົມໄຊ ໄດ້ເອົາໃຈໃສ່ສູ້ຊົນຈັດຕັ້ງປະຕິບັດວຽກງານການລົງທຶນໃສ່ການພັດທະນາ ໂດຍຕິດພັນກັບການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງເຊື້ອພະຍາດໂຄວິດ-19 ສາມາດເຮັດໃຫ້ການຈັດຕັ້ງປະຕິບັດໄດ້ລື່ນແຜນ 7%.

ອີງຕາມບົດສະຫລຸບ ລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປະຈໍາປີ 2021 ທີ່ຜ່ານມາ ແຂວງອຸດົມໄຊ ສາມາດຈັດຕັ້ງປະຕິບັດວຽກງານການລົງທຶນ ເພື່ອການພັດທະນາ ໄດ້ທັງຫມົດ 1.020,2 ຕື້ກີບ ເທົ່າກັບ 107% ຂອງແຜນການປີ ຫລື ເກີນແຜນ 7% (ແຜນການ 953,21 ຕື້ກີບ) ໃນນີ້ ການຈັດຕັ້ງປະຕິບັດໂຄງການລົງທຶນຂອງລັດ ລວມທັງຫມົດ 68 ໂຄງການ ລວມມູນຄ່າທັງຫມົດ 96,78 ຕື້ກີບ ເທົ່າກັບ 108% ຂອງແຜນການປີ, ໂຄງການຊ່ວຍເຫຼືອທາງການ ເພື່ອການພັດທະນາ ປະຕິບັດໄດ້ 35,07 ຕື້ກີບ ເທົ່າກັບ 42,25% ຂອງແຜນການປີ ໃນນີ້ ທຶນຊ່ວຍເຫຼືອລ້າ 24,27 ຕື້ກີບ ແລະ ທຶນກູ້ຢືມ 10,80 ຕື້ກີບ, ການລົງ ທຶນເອກະຊົນພາຍໃນ ແລະ ຕ່າງປະເທດ ສາມາດຈັດຕັ້ງປະຕິບັດໄດ້ທັງຫມົດ 70 ໂຄງການ ລວມມູນຄ່າ 768,63 ຕື້ກີບ ເທົ່າກັບ 111,47% ຂອງແຜນການປີ, ໃນນີ້ ການລົງທຶນໃນກິດຈະການບັນຊີຄວບຄຸມ ແລະ ສຳປະທານ ຂອງຂະແຫນງແຜນການ ແລະ ການລົງທຶນ ກໍຄື ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນຂັ້ນແຂວງ ໄດ້ອະນຸມັດການລົງທຶນໃຫມ່ ທັງຫມົດ 11 ໂຄງການ ມູນຄ່າ 287,13 ຕື້ກີບ ແລະ ການລົງທຶນໃນກິດຈະການທົ່ວໄປ ຂອງຂະແຫນງອຸດສາຫະກຳ ແລະ ການຄ້າ ທີ່ໄດ້ຮັບແຈ້ງຂຶ້ນທະບຽນວິສາຫະກິດ ແລະ ດັດແກ້ ທະບຽນວິສາຫະກິດ ມີທັງຫມົດ 59 ໂຄງການ ມູູນຄ່າ 481,50 ຕື້ກີບ, ທຶນຈາກຂະແຫນງເງິນຕາ ສິນເຊື່ອທົ່ວລະບົບທະນາຄານ ສາມາດຈັດຕັ້ງປະຕິບັດໄດ້ 119,72 ຕື້ກີບ ເທົ່າກັບ 132% ແລະ ລະດົມເງິນຝາກໄດ້ທັງຫມົດ 2.261,61 ຕື້ກີບ ເທົ່າກັບ 104,16% ຂອງແຜນການປີ. ໂດຍລວມແລ້ວ ການຈັດຕັ້ງປະຕິບັດການລົງທຶນ ເຂົ້າໃສ່ການພັດທະນາ ທົ່ວແຂວງອຸດົມໄຊ ໃນປີ 2021 ຜ່ານມາ ແມ່ນສາມາດຈັດຕັ້ງປະຕິບັດໄດ້ລື່ນແຜນ ແຕ່ຍັງມີການຈັດຕັ້ງປະຕິບັດ ໂຄງການຊ່ວຍເຫຼືອ ເພື່ອການພັດທະນາ ເຫັນວ່າ: ປະຕິບັດໄດ້ຫຼຸດແຜນການ ປະຕິບັດໄດ້ພຽງແຕ່ 42%.