ປີ 2021 ນີ້ ເສດຖະກິດ ຂອງແຂວງອຸດົມໄຊ ຂະຫຍາຍຕົວ ໃນລະດັບ 3,47%

ໃນໄລຍະ 1 ປີນີ້ ແຂວງອຸດົມໄຊ ຍັງສືບຕໍ່ມີສະຖຽນລະພາບ ທາງດ້ານການເມືອງ,ມີຄວາມສະ ຫງົບ,ມີຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຢ່າງຫນັ້ກແຫນ້ນ,ເປັນຕົ້ນແມ່ນການສະກັດກັ້ນການລະບາດຂອງພະຍາດໂຄວິດ -19 ເຊິ່ງເຮັດໃຫ້ທົ່ວແຂວງ ສາມາດຄວບຄຸມໄດ້ໂດຍພື້ນຖານ ແລະ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ ກໍຍັງສືບຕໍ່ຂະຫຍາຍຕົວ ເປັນກ້າວໆມາ.

  ອີງຕາມບົດສະຫລຸບລາຍງານ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ ປະຈໍາປີ 2021 ແລະ ທິດທາງແຜນການປະຈໍາປີ 2022 ຂອງແຂວງອຸດົມໄຊ ເຫັນວ່າ: ການເຕີບໂຕ ທາງດ້ານເສດຖະກິດ ຫລື ລວມຍອດພະລິດຕະພັນພາຍໃນ ( GDP ) ຂະຫຍາຍຕົວໃນລະດັບ 3,47% ຖ້າທຽບໃສ່ທິດທາງແຜນການ ທີ່ສະພາບຮັບຮອງແມ່ນບໍ່ບັນລຸຕາມເປົ້າຫມາຍ( ມະຕິສະພາຮັບຮອງແມ່ນ 6,66% )  ລວມມູນຄ່າ ພະລິດຕະພັນພາຍໃນທັງຫມົດ 5 ພັນ 4 ຮ້ອຍກວ່າຕື້ກີບ( 5.463,45 ຕື້ກີບ ) ສະເລ່ຍຕໍ່ຫົວຄົນເທົ່າກັບ 1.663 ໂດລາສະຫະລັດ ( ມະຕິສະພາຮັບ ຮອງແມ່ນ 1.813 ໂດລາສະຫະລັດ ) ໃນນັ້ນ ຂະແຫນງກະສິກຳ ຂະຫຍາຍຕົວ 4,10% ກວມ37,65% ຂອງ GDP,ຂະແຫນງອຸດສາຫະກຳ ຂະຫຍາຍຕົວ 3,32% ກວມເອົາ 17,63%,ຂະ ແຫນງບໍລິການ ຂະຫຍາຍຕົວ 3,17 % ກວມເອົາ 43,27% ແລະ ພາສີອາກອນຜະລິດຕະພັນ ແລະ ຂາເຂົ້າ ຂະຫຍາຍຕົວ 1,07% ກວມເອົາ 1,45% ຂອງ GDP. ນອກນັ້ນ ປັດໃຈອື່ນໆ ທີ່ເຮັດໃຫ້ເສດຖະກິດຂອງແຂວງອຸດົມໄຊ ຂະຫຍາຍ ປະກອບມີ ດ້ານເງິນຕາ,ດ້ານງົບປະມານ ເຊິ່ງສາມາດປະຕິບັດລາຍຮັບໄດ້ 124,93 ຕື້ກີບ ເທົ່າກັບ 87,85% ຂອງແຜນການ,ດ້ານລາຍຈ່າຍປະຕິບັດໄດ້ 407,11 ຕື້ກີບ ເທົ່າກັບ 99,96% ຂອງແຜນການປີ,ດ້ານການນຳເຂົ້າ – ສົ່ງອອກ ໄດ້ມີການແກ້ໄຂ ຂອດຄວາມຫຍຸ້ງຍາກ ໃນການຂົນສົ່ງສິນຄ້າ ໃຫ້ດີຂຶ້ນ ເຮັດໃຫ້ມີມູນຄ່າ ການນຳເຂົ້າຈາກບັນດາປະເທດຕ່າງໆ ໄດ້ທັງຫມົດ 15,17 ຕື້ກີບ ເທົ່າກັບ 21,57% ຂອງແຜນການປີ ແລະ ມູນຄ່າການສົ່ງອອກທັງຫມົດ 38,67 ຕື້ກີບ ເທົ່າກັບ 33,45 %ຂອງແຜນການປີ,ດ້ານແຫລ່ງທຶນເພື່ອການພັດທະນາ ສາມາດປະຕິບັດໄດ້ທັງຫມົດ 1.020,2 ຕື້ກີບ ເທົ່າກັບ 107% ຂອງແຜນ ການປີ.     ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ ປະຈໍາປີ 2021 ນີ້ ຖືເປັນປີທໍາອິດ ໃນການປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ 5 ປີ ຄັ້ງທີ IX ( 2021 -​2025 ) ຂອງແຂວງອຸດົມໄຊ ເຊິ່ງໂດຍລວມແລ້ວ ເຫັນວ່າ ການຂະຫຍາຍຕົວທາງດ້ານເສດຖະກິດ ຂອງແຂວງ ຍັງບໍ່ທັນບັນລຸຕາມ ລະດັບຄາດຫມາຍ ກໍຄື ຕົວເລກທີ່ສະພາ ປະຊາຊົນແຂວງ ຮັບຮອງ.