ແຂວງອຸດົມໄຊ ເລີ່ມສັກວັກຊີນ ປ້ອງກັນໂຄວິດ -19 ເຂັມທີ່ 3 ໃຫ້ພະນັກງານ

ວັນທີ 15 ທັນວາ 2021 ນີ້ ພະແນກສາທາລະນະສຸກແຂວງ ສົມທົບກັບ ວິຊາການແພດ ໂຮງຫມໍແຂວງອຸດົມໄຊ ລົງເຄື່ອນໄຫວ ບໍລິການສັກວັກຊີນ ປ້ອງກັນໂຄວິດ -19 ເຂັມທີ່ 3 ໃຫ້ບັນດາພະ ນັກງານ – ລັດຖະກອນ ທົ່ວເທດສະບານແຂວງ ອຸດົມໄຊ.

  ການລົງເຄື່ອນໄຫວ ບໍລິການ ສັກວັກຊີນປ້ອງກັນ ເຊື້ອພະຍາດໂຄວິດ – 19 ເຂັມທີ 3 ໃຫ້ບັນດາພະນັກງານ – ລັດຖະກອນ ພາຍໃນເທດສະບານແຂວງອຸດົມໄຊ ໃນຄັ້ງນີ້ ກໍເພື່ອເປັນການຫຼຸດຜ່ອນອັດຕາຄວາມສ່ຽງ ໃນການຕິດເຊື້ອພະຍາດໂຄວິດ – 19  ອີກຢ່າງຫນຶ່ງ ການຮັບວັກຊີນ ເຂັມທີ່ 1 ແລະ ເຂັມທີ 2 ໃນໄລຍະຜ່ານມາ ຈົນຮອດປັດຈຸບັນ ແມ່ນຄົບກຳນົດ 5 ເດືອນ ດັ່ງນັ້ນ ຕ້ອງໄດ້ຮັບວັກຊີນ ເຂັມທີ່ 3 ຕາມກຳນົດເວລາ ເພື່ອເພີ່ມພູມຄຸ້ມກັນຂອງຮ່າງກາຍ.

  ສໍາລັບ ວັກຊີນທີ່ນໍາມາສັກໃນຄັ້ງນີ້ ແມ່ນຊະນິດ ເອັກສຕ້າ ເຊເນກ້າ ເຊິ່ງໄດ້ມາຈາກການຊ່ວຍ ເຫລືອຂອງສາກົນ. ອີງຕາມກຳນົດເວລາ ໃນການສັກວັກຊີນ ເຂັມທີ່ 3 ໃຫ້ພະນັກງານ – ລັດຖະ ກອນຄັ້ງນີ້ ແມ່ນຈະແບ່ງອອກເປັນ 2 ຊຸດ ຄື: ຊຸດທຳອິດ ແມ່ນເລີ່ມສັກຕັ້ງແຕ່ວັນທີ 15 – 17 ທັນວາ ນີ້ ແລະ ຊຸດທີ 2 ແມ່ນເລີ່ມສັກ ວັນທີ 20-21 ທັນວາ 2021. ເຊິ່ງຈຸດບໍລິການ ສັກວັກຊີນ ໄດ້ແບ່ງອອກເປັນ 5 ຈຸດ ຄື: ຈຸດ ສາຂາທະນາຄານແຫ່ງສປປລາວ ພາກເຫນືອ ແຂວງອຸດົມໄຊ, 4 ອົງການຈັດຕັ້ງ ມະຫາຊົນ, ໂຮງຮຽນ ມສ ເທດສະບານແຂວງ, ພະແນກກະສິກຳ ແລະ ປ່າໄມ້ແຂວງ ແລະ ຈຸດ ພະແນກ ຍຸຕິທຳແຂວງ. ສ່ວນ 2 ກຳລັງປ້ອງກັນ ຊາດ – ປ້ອງກັນຄວາມສະຫງົບ ແມ່ນຮັບວັກຊີນ ຢູ່ພາຍໃນກົມກອງຂອງຕົນ ຄື: ກຳລັງປ້ອງກັນຊາດ ສັກວັກຊີນໄດ້ຢູ່ທີ່ ໂຮງຫມໍ ທະຫານແຂວງ ແລະ ກຳລັງ ປ້ອງກັນຄວາມສະຫງົບ ແມ່ນ ຫ້ອງເສນາຮັກ ປກສ ແຂວງ.

  ນອກນັ້ນ ພະນັກງານ ລັດຖະກອນ ທີ່ຂຶ້ນກັບເມືອງໄຊ ແມ່ນສາມາດຮັບວັກຊີນໄດ້ທີ່ ຫ້ອງການສາທາລະນະສຸກເມືອງໄຊ.   ສະເພາະ ວັກຊີນ ປ້ອງກັນໂຄວິດ -19 ເຂັມທີ່ 3 ນີ້ ແມ່ນຈະເລັ່ງສັກໃຫ້ບັນດາພະນັກງານ – ລັດ ຖະກອນ ໃຫ້ສຳເລັດ ພາຍໃນ ວັນທີ 21 ທັນວາ ນີ້. ຫລັງຈາກນັ້ນ ແມ່ນຈະສືບຕໍ່ສັກໃຫ້ບັນດາປະ ຊາຊົນ ແລະ ຊາວຕ່າງປະເທດ ທີ່ເຄື່ອນໄຫວ ແລະ ດຳລົງຊີວິດຢູ່ພາຍໃນແຂວງອຸດົມໄຊ ຄາດວ່າ ຈະສັກໃຫ້ໄດ້ທັງຫມົດ 25 ພັນໂດສ.