ຫ້ອງວ່າການ ແຂວງອຸດົມໄຊ ປັບປຸງ ກົງຈັກການຈັດຕັ້ງ

  ພິທີ ປະກາດແຕ່ງຕັ້ງ ຮອງຫົວຫນ້າ ຫ້ອງວ່າການແຂວງ ແລະ ຫົວຫນ້າຂະແຫນງ ພາຍໃນ ຫ້ອງວ່າການ ແຂວງອຸດົມໄຊ ໄດ້ຈັດຂຶ້ນ ໃນວັນທີ 19 ກັນຍາ 2022

ໃນພິທີ ໄດ້ຜ່ານຂໍ້ຕົກລົງ ຂອງທ່ານເຈົ້າແຂວງອຸດົມໄຊ ວ່າດ້ວຍການ ແຕ່ງຕັ້ງ ພະນັກ ງານ – ລັດຖະກອນ ຂອງຫ້ອງວ່າການແຂວງ ກໍຄື ທ່ານ ຈັນທາ ແກ້ວສະຫວັດ ຮອງຫົວຫນ້າຫ້ອງວ່າການແຂວງ ໄປປະຈຳການໄລຍະຍາວ ຢູ່ຫ້ອງການຍົກຍ້າຍ – ຈັດສັນ ເພື່ອລົງເຄື່ອນໄຫວສໍາຫລວດ,ເກັບກໍາຂໍ້ມູນ ຊັບສິນທີ່ຖືກຜົນກະທົບ ຈາກໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳຂອງ ຈຸດຫລວງພະບາງ ຈຳນວນ 12 ບ້ານທີ່ຂຶ້ນກັບເມືອງງາ ແຂວງອຸດົມໄຊ, ດັ່ງນັ້ນ ທ່ານເຈົ້າ ແຂວງ ຈຶ່ງອອກຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງ ຮອງຫົວຫນ້າຫ້ອງວ່າການ ແຂວງອຸດົມໄຊ ເພີ່ມຕື່ມ ຈຳນວນ 2 ທ່ານ ຄື: ທ່ານ ກອງຄຳ ໄຊພົມປັນ ແລະ ທ່ານ ວິໄລ ໄຊທອງແກ້ວ. ນອກນັ້ນ ຍັງໄດ້ມີການແຕ່ງຕັ້ງ ຫົວຫນ້າຂະແຫນງ ຂອງຫ້ອງວ່າການແຂວງ ຈຳນວນ 4 ທ່ານ ຄື: ແຕ່ງຕັ້ງທ່ານ ວົງເພັດ ສຸລິຍາ ເປັນຫົວຫນ້າຂະແຫນງກໍ່ສ້າງຮາກຖານ ການເມືອງ,ທ່ານ ລຳພອນ ສະຫວັດດີ ເປັນຫົວຫນ້າຂະແຫນງ ອານຸສາວະລີ ປະທານໄກສອນ ພົມວິຫານ,ທ່ານນາງ ສີພອນ ເຈົ້າຊຸນລິ້ງ ເປັນຫົວຫນ້າຂະແຫນງ ຄຸ້ມຄອງບໍລິຫານ – ພິທີການ ແລະ ການເງິນ ແລະ ແຕ່ງຕັ້ງທ່ານ ຜາດົງ ອິນສະແຫວງ ເປັນຮັກສາການຫົວຫນ້າ ຂະແຫນງຄົ້ນຄວ້າ – ສັງລວມ.   

ໂອກາດັ່ງກ່າວ ທ່ານ ບຸນຄົງ ຫລ້າຈຽມພອນ ເຈົ້າແຂວງອຸດົມໄຊ ໄດ້ມີຄຳເຫັນໂອ້ລົມ ແລະ ໃຫ້ທິດຊີ້ນຳບາງດ້ານ ເຊິ່ງທ່ານກ່າວວ່າ: ການປະກາດແຕ່ງຕັ້ງໃນຄັ້ງນີ້ ກໍເພື່ອ ປະຕິບັດຕາມຄວາມຮຽກ ຮ້ອງຕ້ອງການຂອງຫນ້າທີ່ການເມືອງ,ເປັນການປັບປຸງກົງຈັກການຈັດຕັ້ງ ພາຍໃນຫ້ອງວ່າການແຂວງ ໃຫ້ມີຄວາມສົມບູນ,ເຂັ້ມແຂງ ແລະ ມີປະສິດທິພາບ. ສ່ວນຜູ້ທີ່ໄດ້ຮັບການແຕ່ງຕັ້ງໃຫ້ລົງເຄື່ອນໄຫວຢູ່ຂັ້ນຮາກຖານ ໃນຄັ້ງນີ້ ກໍເພື່ອເປັນການຈັດຕັ້ງຜັນຂະຫຍາຍແນວທາງຂອງພັກ,ລັດ ລົງສູ່ຮາກຖານບ້ານໃຫ້ທົ່ວເຖິງ,ນຳເອົາຄວາມຮູ້,ຄວາມສາມາດ ໄປຈັດຕັ້ງປະຕິບັດຕົວຈິ່ງ ທັງເປັນການຝຶກຝົນ,ຫລໍ່ຫລອມຕົນເອງ ກ່ຽວກັບການຊີ້ນຳ – ນໍາພາ ແລະ ການແກ້ໄຂ ບັນຫາຕ່າງໆ.ສືບຕໍ່ເອົາໃຈໃສ່ ປະຕິບັດ ຕາມພາລະບົດບາດ,ສິດຫນ້າທີ່ຂອງຕົນ ຢ່າງຕັ້ງຫນ້າ ເພື່ອເຮັດໃຫ້ວຽກງານ ມີປະສິດທິ ພາບ ແລະ ມີຜົນສຳເລັດຕາມລະດັບຄາດຫມາຍ.