ປະທານສູນກາງແນວລາວສ້າງຊາດ ຢ້ຽມຢາມ ເຮັດວຽກ ແລະ ຊ່ວຍເຫຼືອ ແຂວງອຸດົມໄຊ

ວັນທີ 19 ກັນຍາ 2022 ນີ້ ທ່ານ ປອ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ,ປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍ ສູນກາງສະຫະພັນແມ່ຍິງລາວ,ສູນກາງຊາວຫນຸ່ມ ປະຊາຊົນປະຕິວັດລາວ ແລະ ພາກສ່ວນກ່ຽວຂ້ອງ ໄດ້ເດີນທາງ ມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອຸດົມໄຊ ໂດຍມີທ່ານ ບຸນຄົງ ຫລ້າຈຽມພອນ ກຳມະການສຳຮອງສູນກາງພັກ,ເລຂາພັກແຂວງ,ເຈົ້າແຂວງອຸດົມໄຊ ພ້ອມດ້ວຍການນຳແຂວງໃຫ້ການຕ້ອນຮັບ.

  ໂອກາດດັ່ງກ່າວ ກໍໄດ້ຮັບຟັງການລາຍງານ ສະພາບລວມ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ ໃນໄລຍະຜ່ານມາ ໂດຍຕິດພັນກັບ ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂ ສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ – ການເງິນ ແລະ ບັນຫາ ຢາເສບຕິດ ລວມທັງ ຮັບຟັງການລາຍງານ ສະພາບເຫດການຈາກໄພທຳມະຊາດນ້ຳຖ້ວມໃນທ້າຍເດືອນ ສິງຫາ ຜ່ານມາ ພ້ອມກັບການຟື້ນຟູ,ແກ້ໄຂ ແລະ ຊ່ວຍເຫລືອ ປະຊາຊົນທີ່ໄດ້ຮັບຜົນກະທົບ ຈາກໄພນ້ຳຖ້ວມຄັ້ງນີ້.

   ໃນໂອກາດທີ່ທ່ານ ປອ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍການນຳຂັ້ນສູນການ ລົງເຄື່ອນໄຫວ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອຸດົມໄຊ ໃນຄັ້ງນີ້ ກໍໄດ້ນຳເອົາເງິນສົດ ຈຳນວນ 140 ລ້ານກີບ ແລະ ສູນກາງສະຫະພັນແມ່ຍິງລາວ ຈຳນວນ 40 ລ້ານກີບ ມອບໃຫ້ແຂວງອຸດົມໄຊ ເພື່ອນຳໃຊ້ເຂົ້າໃນການເຄື່ອນໄຫວຊ່ວຍເຫລືອ,ບັນເທົ່າທຸກ ໃຫ້ແກ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດນ້ຳຖ້ວມຕື່ມອີກ.

ນັກຂ່າວ: ຄານມະນີ ຮຽນດໍຈັນ