4 ແຂວງພາກເຫນືອ ຫາລື ບຸກທະລຸ ຫັນເປັນອຸດສາຫະກໍາ ເພື່ອທົດແທນການນຳເຂົ້າ ແລະ ສົ່ງອອກ

ກອງປະຊຸມ ປຶກສາຫາລື ພາຍໃຕ້ ຫົວຂໍ້ ບຸກທະລຸ ໃນການຫັນເປັນອຸດສາຫະກໍາ ເພື່ອທົດແທນການນຳເຂົ້າ ແລະ ສົ່ງອອກ 4 ແຂວງພາກເຫນືອ ຈັດຂຶ້ນໃນວັນທີ 26 ກັນຍາ 2022 ທີ່ຫ້ອງວ່າການແຂວງອຸດົມໄຊ ໂດຍການເປັນປະທານຮ່ວມຂອງທ່ານ ບຸນຄົງ ຫລ້າຈຽມພອນ ເຈົ້າ ແຂວງອຸດົມໄຊ,ທ່ານ ຈັນທະບູນ ລັດຕະນະວົງ ຜູ້ຊ່ວຍວຽກນາຍົກລັດຖະມົນຕີ ແລະ ທ່ານ ອຸເດດ ສຸວັນນະວົງ ປະທານສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ,ມີຕາງຫນ້າສະຖານ ທູດຍີ່ປຸ່ນ ປະຈຳ ລາວ,ຕາງຫນ້າກະຊວງ ທີ່ກ່ຽວຂ້ອງ,ມີການນຳຈາກພະແນກອຸດສາຫະກຳ ແລະ ການຄ້າ,ກະສິກຳ ແລະ ປ່າໄມ້ ແລະ ພະແນກແຜນການ ແລະ ການລົງທຶນ 4 ແຂວງ ພາກເຫນືອ ອຸດົມໄຊ,ຫລວງນ້ຳທາ,ບໍ່ແກ້ວ ແລະ ແຂວງຜົ້ງສາລີ,ມີຕາງຫນ້າການນຳຈາກແຂວງຈຳປາສັກ ແລະ ແຂວງຄຳມ່ວນ ຕະຫລອດຮອດ ຕາງຫນ້າບໍລິສັດ ທັງພາຍໃນ ແລະ ຕ່າງປະເທດ ລວມທັງ ຂະ ແຫນງການກ່ຽວຂ້ອງ ຂອງແຂວງອຸດົມໄຊ ເຂົ້າຮ່ວມ.

ໃນກອງປະຊຸມຜູ້ແທນທີ່ເຂົ້າຮ່ວມໄດ້ພັດປ່ຽນກັນມີຄໍາຄິດ ຄໍາເຫັນ ແລກປ່ຽນ ບົດຮຽນ ຮ່ວມກັນ ນຳເອົາຄວາມອາດສາມາດ ແລະ ທ່າແຮ່ງຂອງແຕ່ລະພາກສ່ວນ ສົມທົບກັນ ເພື່ອກຳນົດທາງອອກ ໃນການຫັນເປັນອຸດສາຫະກຳ ເພື່ອທົດແທນການນຳເຂົ້າ ແລະ ສົ່ງອອກ. ໃນນີ້ ບັນດາຄຳຄິດເຫັນທີ່ສະເໜີຂຶ້ນມາສົນທະນາກັນໃນຄັ້ງນີ້ ສ່ວນຫລາຍແມ່ນເວົ້າເຖິງ ສິ່ງທ້າທາຍ,ກາລະໂອກາດ,ແນວຄວາມຄິດ,ທິດທາງ,ຄາດຫມາຍ,ກົນໄກ,ວິທີການ,ມາດຕະການ,ການແບ່ງງານ ແລະ ແບ່ງຄວາມຮັບຜິດຊອບ. ນອກນັ້ນ ຍັງຍົກໃຫ້ເຫັນ ເຖິງການຜະລິດກະສິກຳ ແລະ ການສົ່ງອອກ ໄປຕ່າງປະເທດ ຂອງບັນດາແຂວງພາກເຫນືອ ໃນໄລຍະຜ່ານມາ,ສະພາບການນຳເຂົ້າ ແລະ ສົ່ງອອກ ສິນຄ້າ ແລະ ຜະລິດຕະພັນ ລວມທັງ ທິດທາງແຜນການ ໃນການຫັນເປັນອຸດສາຫະກຳ ໃນຕໍ່ຫນ້າ. ຕໍ່ກັບ ວຽກງານການຫັນເປັນອຸດສາຫະກຳ ເພື່ອທົດແທນການນຳເຂົ້າ ແລະ ສົ່ງອອກ ຂອງບັນດາແຂວງພາກເຫນືອໃນຄັ້ງນີ້ ທາງບໍລິສັດ ລວມທັງ ສະ ຖານທູດຍີ່ປຸ່ນ ປະຈຳລາວ ພ້ອມແລ້ວທີ່ຈະສະຫນັບສະຫນູນ ແລະ ຊຸກຍູ້ສົ່ງເສີມ ເພື່ອເຮັດໃຫ້ ແຂວງພາກເຫນືອລາວ ມີເສດຖະກິດຂະຫຍາຍຕົວ,ປະຊາຊົນມີວຽກເຮັດງານທຳ ລວມທັງ ເປັນການພັດທະນາ ວຽກງານກະສິກຳ ໃຫ້ທັນສະໄຫມ ແລະ ສາມາດຜະລິດກະສິກຳໃຫ້ກາຍເປັນສິນ ຄ້າ ເພື່ອສະຫນອງໃຫ້ແກ່ພາກອຸດສາຫະກຳ ພາຍໃນ ເຮັດໃຫ້ຂະແຫນງອຸດສາຫະກຳ ມີການເຕີບໃຫຍ່ຂະຫຍາຍຕົວ ໂດຍສາມາດຜະລິດສິນຄ້າອອກຮັບໃຊ້ພາຍໃນ ໂດຍສະເພາະແມ່ນ 4 ແຂວງພາກເຫນືອ ໃຫ້ທົ່ວເຖິງ ແລະ ພຽງພໍ ເພື່ອຫລຸດຜ່ອນການນຳເຂົ້າສິນຄ້າ ຈາກຕ່າງປະເທດ.