ບໍລິສັດ ຈຽນຟອງ ພັດທະນາຢາງພາລາ ແລະ ບໍລິສັດ ເກດມະນີ ກໍ່ສ້າງ – ຂົວທາງ ຈໍາກັດ ມອບເງິນຊ່ວຍເຫລືອຜູ້ປະສົບໄພນ້ຳຖ້ວມ

ພາຍຫລັງທີ່ ເກີດມີໄພພິບັດ ນໍ້າຖ້ວມ ຢູ່ 3 ເມືອງຂອງແຂວງອຸດົມໄຊ ໃນທ້າຍເດືອນສິງຫາ ຜ່ານມາ ໄດ້ມີຫລາຍພາກສ່ວນ ທັງພາກລັດ ແລະ ເອກະຊົນ ທັງພາຍໃນ ແລະ ຕ່າງປະເທດ ໄດ້ນຳເອົາວັດຖຸ,ປັດໃຈ,ເຄື່ອງອຸປະໂພກ – ບໍລິໂພກ ມອບໃຫ້ແຂວງອຸດົມໄຊ ເພື່ອນໍາໄປຊ່ວຍເຫລືອ ບັນເທົ່າທຸກ ໃຫ້ບັນດາປະຊາຊົນ ທີ່ໄດ້ຮັບຜົນກະທົບ ຈາກໄພພິບັດ ດັ່ງກ່າວ ມາຮອດປັດຈຸບັນນີ້ ກໍຍັງມີຫລາຍພາກສ່ວນ ສືບຕໍ່ ເຂົ້າໃຫ້ການຊ່ວຍເຫຼືອ ຢ່າງຕໍ່ເນື່ອງ

ໃນນີ້ ບໍລິສັດ ຈຽນຟອງ ພັດທະນາຢາງພາລາ ມອບເງິນສົດ ຈຳນວນ 20 ລ້ານກີບ ພ້ອມດ້ວຍ ເຂົ້າສານ,ຜ້າຫົ່ມ ແລະ ສາດ ຈໍານວນຫນຶ່ງ ລວມເປັນມູນຄ່າທັງຫມົດ 30 ລ້ານກີບ ແລະ ບໍລິສັດ ເກດມະນີ ກໍ່ສ້າງ – ຂົວທາງ ຈໍາກັດ ມອບ ເງິນສົດ ຈໍານວນ 20 ລ້ານກີບ ເຊິ່ງຕາງຫນ້າການນຳແຂວງອຸດົມໄຊ ຮັບໂດຍທ່ານ ບຸນຄົງ ຫລ້າຈຽມພອນ ເຈົ້າແຂວງອຸດົມໄຊ.

ໂອກາດ ດັ່ງກ່າວ ທ່ານ ບຸນຄົງ ຫລ້າຈຽມພອນ ເຈົ້າແຂວງອຸດົມໄຊ ໄດ້ສະແດງຄວາມຂອບໃຈ ມາຍັງ ທັງ 2 ບໍລິສັດ ທີ່ໃຫ້ການຊ່ວຍເຫລືອ ແລະ ອຸປະຖຳຄ້ຳຊູ ໃນຄັ້ງນີ້ ແລະ ຫວັງວ່າຈະໄດ້ຮັບການຊ່ວຍເຫລືອ ໃນໂອກາດຫນ້າຕື່ມອີກ. ສ່ວນເງິນທີ່ໄດ້ຮັບໃນຄັ້ງນີ້ ແມ່ນຈະນຳໃຊ້ເຂົ້າໃນການຊູກຍູ້,ຊ່ວຍເຫລືອ ແລະ ຟື້ນຟູ ຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ກັບຄືນສູ່ສະພາບປົກກະຕິ ໂດຍໄວ ແລະ ເຂົ້າສານ,ເຄື່ອງນຸ່ງຫົ່ມ,ເຄື່ອງໃຊ້ຕ່າງໆ ແມ່ນຈະໄດ້ນຳໄປມອບໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບ ຈາກໄພພິບັດນ້ຳຖ້ວມ ໃຫ້ທົ່ວເຖິງ ແລະ ທັນກັບສະພາບການ.