ຮອງກົງສຸນໃຫຍ່ ແຫ່ງ ສປ ຈີນ ປະຈຳ ແຂວງຫລວງພະບາງ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ ແຂວງອຸດົມໄຊ

ຫວ່າງ ວັນທີ 29 ຫາ 30 ກັນຍາ ທີ່ຜ່ານມາ ທ່ານ ຕຽວຫມິງ ຮອງກົງສຸນໃຫຍ່ ແຫ່ງ ສປ ຈີນ ປະຈຳ ແຂວງຫລວງພະບາງ ໄດ້ເດີນທາງມາເຄື່ອນໄຫວ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ແຂວງແຂວງອຸດົມໄຊ ຕາງໜ້າການນຳ ແຂວງອຸດົມໄຊ ຕ້ອນຮັບໂດຍ ທ່ານ ອ່ອນແກ້ວ ອຸ່ນອາລົມ ຮອງເຈົ້າແຂວງອຸດົມໄຊ ພ້ອມດ້ວຍຄະນະ.

ການເດີນທາງມາເຄື່ອນໄຫວ ຢ້ຽມຢາມ ແລະເຮັດວຽກ ຂອງ ທ່ານ ຕຽວຫມິງ ຮອງກົງສຸນໃຫຍ່ ແຫ່ງ ສປ ຈີນ ປະຈຳ ແຂວງຫລວງພະບາງ ກ່ອນອື່ນ ທ່ານໄດ້ເຂົ້າພົບປະ ທ່ານ ອ່ອນແກ້ວ ອຸ່ນອາລົມ ຮອງເຈົ້າແຂວງອຸດົມໄຊ, ປະທານຄະນະບໍລິຫານ ສະມາຄົມມິດຕະພາບ ລາວ-ຈີນ ເພື່ອລາຍງານ ຈຸດປະສົງ ຂອງການເດີນທາງມາໃນຄັ້ງນີ້ ພ້ອມທັງ ນໍາເອົາເງິນສົດ ຈຳນວນ 30 ລ້ານກີບ, ເຂົ້າສານ 1 ໂຕນ, ນ້ຳດື່ມ 200 ແພັກ ແລະ ຫມີ່ ຈຳນວນ 200 ແກັດ ລວມມູນຄ່າ 65 ລ້ານກີບ ເຊິ່ງໄດ້ຈາກການລະດົມນຳ ນັກທຸລະກິດ ຈີນ ມອບໃຫ້ ແຂວງອຸດົມໄຊ ເພື່ອນຳໄປຊ່ວຍເຫລືອ ປະຊາຊົນ, ຄອບຄົວ ທີ່ໄດ້ຮັບຜົນກະທົບຈາກໄພພິບັດ ນ້ຳຖ້ວມ ໃນທ້າຍເດືອນສິງຫາ ຜ່ານມາ.

ໂອກາດດັ່ງກ່າວ ທ່ານ ອ່ອນແກ້ວ ອຸ່ນອາລົມ ຮອງເຈົ້າແຂວງອຸດົມໄຊ ຕາງຫນ້າການນຳແຂວງ ແລະ ປະຊາຊົນຊາວແຂວງອຸດົມໄຊ ສະແດງຄວາມຂອບໃຈ ມາຍັງການນຳ ພັກ-ລັດ, ນັກທຸລະກິດ ແລະ ປະຊາຊົນ ຈີນ ເວົ້າລວມ, ເວົ້າສະເພາະ ແມ່ນກົງສຸນໃຫຍ່ ສປ ຈີນ ປະຈຳ ແຂວງຫລວງພະບາງ ທີ່ໄດ້ນຳເອົາວັດຖຸ-ປັດໃຈ ຊ່ວຍເຫລືອ ແຂວງອຸດົມໄຊ.

ຈາກນັ້ນ ວັນທີ 30 ກັນຍາ 2022 ຄະນະ ໄດ້ເດີນທາງໄປ ວາງພວງມາລາ ທີ່ສຸສານ ບ້ານນ້ຳແຊ, ເມືອງນາຫມໍ້ ແລະ ບ້ານທ້ຽວ, ເມືອງໄຊ, ແຂວງອຸດົມໄຊ ເພື່ອໄວ້ອາໄລ ແລະ ລະນຶກເຖິງດວງວິນຍານຂອງບັນດານັກວິລະກຳ ກອງຊ່າງແສງ ສາທາລະນະລັດ ປະຊາຊົນ ຈີນ ທີ່ໄດ້ເສຍສະຫລະຊີວິດ ອຸທິດຕົນເຂົ້າໃນ ພາລະກິດ ກໍ່ສ້າງເສັ້ນທາງ ຊ່ວຍເຫລືອ ລາວ ໃນປາງສົງຄາມ ແລະ ໄດ້ຕໍ່ສູ້ຕ້ານກັບ ຈັກກະພັດຜູ້ຮຸກຮານ ໃນຊຸມປີ 1960–1970. ການເດີນທາງມາເຄື່ອນໄຫວ ຢ້ຽມຢາມ ແລະເຮັດວຽກ ທີ່ ແຂວງອຸດົມໄຊ ຂອງ ທ່ານ ຕຽວຫມິງ ຮອງກົງສຸນໃຫຍ່ ແຫ່ງ ສປ ຈີນ ປະຈຳ ແຂວງຫລວງພະບາງ ໃນຄັ້ງນີ້ ນອກຈາກ ເປັນການພົບປະ, ຢ້ຽມຢາມ ແລະ ເຮັດວຽກແລ້ວ ຍັງເປັນການ ເພີ່ມທະວີ ການພົວພັນຮ່ວມມື ລາວ – ຈີນ ເວົ້າລວມ, ເວົ້າສະເພາະ ກໍຄື ແຂວງອຸດົມໄຊ ແລະ ບັນດາແຂວງຮຽກສ່ຽງຂອງ ສປ ຈີນ ໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວ.