ສຳເລັດ ກອງປະຊຸມ ສະຫລຸບການຈັດຕັ້ງປະຕິບັດແຜນງານຫນຶ່ງດຽວ ທີ່ມີສ່ວນຮ່ວມຈາກຫລາຍຂະແຫນງການ 4 ແຂວງພາກເໜືອ ປະຈຳປີ 2021

ກອງປະຊຸມ ສະຫລຸບການເຄື່ອນໄຫວຈັດຕັ້ງປະຕິບັດແຜນງານຫນຶ່ງດຽວ ທີ່ມີສ່ວນຮ່ວມຈາກຫລາຍຂະແຫນງການ ເພື່ອປັບປຸງວຽກງານໂພຊະນາການ ຢູ່ 4 ແຂວງພາກເຫນືອ ຂອງ ສປປ ລາວ ປະຈຳປີ 2021 ແລະ ທິດທາງແຜນການ ປະຈຳປີ 2022 ພາຍຫລັງທີ່ໄດ້ເປີດມາແຕ່ວັນທີ 31 ມັງກອນ ທີ່ສະໂມສອນແຂວງອຸດົມໄຊ ໂດຍການເປັນປະທານຂອງ ທ່ານ ນາງ ສາຍຫມອນຄຳ ຮອງຫົວຫນ້າກົມຮ່ວມມືສາກົນ, ກະຊວງ ແຜນການ ແລະ ການລົງທຶນ ກອງປະຊຸມໄດ້ສະຫຼຸບການຈັດຕັ້ງປະຕິບັດ ຄວາມຄືບຫນ້າໃນການຈັດຕັ້ງປະຕິບັດຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການ, ໂຄງການກອງທຶນຫລຸດຜ່ອນຄວາມທຸກຍາກ, ໂຄງການເຂົ້າເຖິງການບໍລິການສຸຂະພາບ ແລະ ໂພຊະນາການ, ໂຄງການຂະຫຍາຍນ້ຳປະປາ, ສຸຂະພິບານ ແລະ ອະນາໄມ ແລະ ໂຄງການ ກອງທຶນຮ່ວມມືສາກົນ ເພື່ອການພັດທະນາ ຂອງວຽກງານແຜນງານຫນຶ່ງດຽວ ທີ່ມີສ່ວນຮ່ວມຈາກຫລາຍຂະແຫນງການ ຂັ້ນສູນກາງ ແລະ 4 ແຂວງພາກເຫນືອລາວ ຄື: ແຂວງຜົ້ງສາລີ, ຊຽງຂວາງ, ຫົວພັນ ແລະ ແຂວງອຸດົມໄຊ.

ມາວັນທີ 1 ກຸມພາ 2022 ການດໍາເນີນກອງປະຊຸມເປັນມື້ທີ 2 ໂດຍມີ ທ່ານ ອ່ອນແກ້ວ ອຸ່ນອາລົມ ຮອງເຈົ້າແຂວງອຸດົມໄຊ ແລະ ທ່ານ ປອ ສະຖາບັນດິດ ອິນສີຊຽງໃຫມ່ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ການເປັນປະທານຮ່ວມ. ກອງປະຊຸມໄດ້ລາຍງານຜົນການລົງຊຸກຍູ້, ຕິດຕາມ ການຈັດຕັ້ງປະຕິບັດ ວຽກງານຕົວຈິງ ຢູ່ ບ້ານຫ້ວຍຈາຍ, ເມືອງຫລາ, ແຂວງອຸດົມໄຊ ຜົນການດຳເນີນກອງປະຊຸມ ດ້ານວິຊາການ ໃນມື້ທີ 1,  ຮັບຟັງການສະເຫນີ ບົດແນະນຳ ກົນໄກການປະສານງານ ລະຫວ່າງ ຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ ແລະ ການສະເຫນີ ກ່ຽວກັບເຄື່ອງມືການຕິດຕາມ ແລະ ປະເມີນຜົນ ການຈັດຕັ້ງປະຕິບັດຕົວຈິງ ກ່ຽວກັບແຜນງານຫນຶ່ງດຽວ ທີ່ມີສ່ວນຮ່ວມຫລາຍຂະແຫນງການ. ໂອກາດດັ່ງກ່າວ ຜູ້ແທນກອງປະຊຸມ ທັງຂັ້ນສູນກາງ ແລະ 4 ແຂວງ ມີຄຳເຫັນແລກປ່ຽນບົດຮຽນເຊິ່ງກັນແລະກັນ ເພື່ອສະຫຼຸບ, ຖອດຖອນບົດຮຽນຄືນ ກ່ຽວກັບການຈັດຕັ້ງປະຕິບັດວຽກງານແຜນງານຫນຶ່ງດຽວ ທີ່ມີສ່ວນຮ່ວມຫລາຍຂະແຫນງການ ເພື່ອປັບປຸງວຽກງານ ໂພຊະນາການ ຢູ່ 4 ແຂວງພາກເຫນືອ ຂອງ ສປປ ລາວ ໃນໄລຍະຜ່ານມາ ພ້ອມທັງ ປຶກສາຫາລື ບັນຫາສິ່ງທ້າທາຍ, ຮູບແບບ, ວິທີການ, ຂັ້ນຕອນ ແລະ ທິດທາງແຜນການ ທີ່ຈະສືບຕໍ່ຈັດຕັ້ງປະຕິບັດ ໃນປີ 2022 ໂດຍແນ່ໃສ່ເຮັດໃຫ້ວຽກງານ ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິພາບ ແລະ ມີຜົນສຳເລັດຕາມລະດັບຄາດຫມາຍ ເຮັດໃຫ້ເດັກນ້ອຍ ອາຍຸ ຕໍ່າກວ່າ 5 ປີ ໄດ້ຮັບສານອາຫານທີ່ຄົບຖ້ວນ, ເຕີບໂຕສົມບູນ, ແຂງແຮງໄດ້ມາດຖານທັງນ້ຳຫນັກ ແລະ ລວງສູງ, ຫລຸດຜ່ອນອັດຕາສ່ວນເດັກຕ່ຳກວ່າມາດຕະຖານ ຢູ່ 4 ແຂວງພາກເຫນືອລາວ ຈາກ 44% ໃຫ້ຫລຸດລົງເຫລືອ 25 % ໃນປີ 2025.

ໂຄງການແຜນງານຫນຶ່ງດຽວ ທີ່ມີສ່ວນຮ່ວມຈາກຫລາຍຂະແຫນງການ ແມ່ນໂຄງການຫນຶ່ງທີ່ນອນໃນ ຍຸດທະສາດ ໂພຊະນາການແຫ່ງຊາດ ຮອດປີ 2025 ໂດຍໄດ້ຮັບທຶນໃນການຈັດຕັ້ງປະຕິບັດ ຈາກ ທະນາຄານໂລກ ເຊິ່ງກວມເອົາ 12 ເມືອງ ຂອງ 4 ແຂວງພາກເຫນືອລາວ ມີ: ແຂວງອຸດົມໄຊ ແລະ ແຂວງຊຽງຂວາງ 2 ເມືອງ, ແຂວງຜົ້ງສາລີ ແລະ ແຂວງຫົວພັນ 4 ເມືອງ ໂດຍເລີ່ມຈັດຕັ້ງປະຕິບັດມາແຕ່ປີ 2019 ເປັນຕົ້ນມາ ແບ່ງອອກເປັນ 3 ໄລຍະ ຄື: ໄລຍະທີ 1 ແມ່ນການສ້າງພື້ນຖານທີ່ຈຳເປັນສຳລັບວຽກງານໂພຊະນາການ ທາງກົງ ແລະ ທາງອ້ອມ, ໄລຍະທີ 2 ແມ່ນສ້າງຄວາມເຂັ້ມແຂງໃຫ້ແກ່ສະຖາບັນ ເພື່ອຮັບປະກັນການສະຫນອງການບໍລິການທີ່ມີປະສິດທິພາບ ແລະ ໄລຍະທີ 3 ແມ່ນການຂະຫຍາຍພື້ນທີ່ປົກຄຸມຂອງແຜນງານ.