ສະເຫຼີມສະຫຼອງວັນສ້າງຕັ້ງ ລັດຖະທຳມະນູນ ຄົບຮອບ 30 ປີ ແລະ ວັນສ້າງຕັ້ງ ສານປະຊາຊົນ ຄົບຮອບ 39 ປີ

ແຂວງອຸດົມໄຊ ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງ ລັດຖະທໍາມະນູນ ຄົບຮອບ 30 ປີ (15 ສິງຫາ 1991–15 ສິງຫາ 2021) ແລະ ວັນສ້າງຕັ້ງ ສານປະຊາຊົນ ຄົບຮອບ 39 ປີ (15 ສິງຫາ 1982–15 ສິງຫາ 2021) ໃນຕອນເຊົ້າວັນທີ 16 ສິງຫານີ້ ໂດຍການເປັນປະທານຂອງ ທ່ານ ບຸນຄົງ ຫລ້າຈຽມພອນ ກຳມະການສຳຮອງສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງອຸດົມໄຊ.

ພິທີສະເຫຼີມສະຫຼອງສອງວັນດັ່ງກ່າວ ບັນດາການນໍາຂັ້ນແຂວງ, ເມືອງ ໄດ້ເຂົ້າວາງກະຕໍ່ດອກໄມ້ ທີ່ອານຸສອນສະຖານ ປະທານ ໄກສອນ ພົມວິຫານ ເພື່ອສະແດງຄວາມຮູ້ບຸນຄຸນອັນລົ້ນເຫລືອຍັງຜູ້ນຳທີ່ແສນເຄົາລົບຮັກ ແລະນັກຮົບປະຕິວັດ ທີ່ເສຍສະຫຼະເລືອດເນື້ອເພື່ອປະເທດຊາດ.

ຈາກນັ້ນ ກໍໄດ້ເຂົ້າສູ່ພິທີສະເຫຼີມສະຫຼອງຢ່າງເປັນທາງການ ເຊິ່ງພິທີ ດັ່ງກ່າວ ໄດ້ຈັດຂຶ້ນທີ່ສະໂມສອນຂອງແຂວງ ພິທີເລີ່ມຕົ້ນດ້ວຍການຊົມການສະແດງສິລະປະ ວັນນະຄະດີ ຈາກພະແນກ ຖວທ ແຂວງ ສົມທົບກັບ ໂຮງຮຽນ ສາທາລະນະສຸກແຂວງ

ຫຼັງຈາກນັ້ນກໍ່ຮັບຟັງການປາໄສ ຂອງ ທ່ານ ບຸນຄົງ ຫລ້າຈຽມພອນ ກຳມະການສຳຮອງສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງອຸດົມໄຊ ເຊິ່ງທ່ານ ໄດ້ຍົກໃຫ້ເຫັນ ມູນເຊື້ອວັນລັດຖະທຳມະນູນແຫ່ງຊາດ ຕະຫຼອດໄລຍະ 30ປີ ໂດຍສະເພາະແມ່ນ ຄວາມເປັນມາ, ຄວາມໝາຍ ແລະ ຄວາມສຳຄັນ ຂອງລັດຖະທຳມະນູນ ແຫ່ງ ສປປ ລາວ, ການຕີລາຄາສະພາບການຈັດຕັ້ງປະຕິບັດລັດຖະທຳມະນູນ ແລະ ກົດໝາຍ ນັບແຕ່ມື້ສ້າງຕັ້ງຈົນຮອດປັດຈຸບັນ, ການເພີ່ມທະວີການຈັດຕັ້ງປະຕິບັດລັດຖະທຳມະນູນ ແລະ ກົດໝາຍຕ່າງໆໃຫ້ເຂັ້ມງວດ ແລະ ມີປະສິດທິຜົນ. ຍົກໃຫ້ເຫັນສະພາບລວມ ກ່ຽວກັບການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານ ສານປະຊາຊົນ ແຫ່ງ ສປປ ລາວ ເປັນຕົ້ນແມ່ນ ມູນເຊື້ອ 39 ປີ, ການເຄື່ອນໄຫວໃນແຕ່ລະໄລຍະ ເຊັ່ນ: ໄລຍະ​ແຫ່ງການສ້າງຕັ້ງ (1982-1989), ໄລຍະ​ແຫ່ງການກໍ່ສ້າງ (1989-200​3), ໄລຍະ​ແຫ່ງການປັບປຸງ ແລະ ພັດທະນາລະບົບສານ (2003-2009) ແລະ ໄລຍະ​ແຫ່ງການພັດທະນາ ແຕ່ປີ 2009 ເຖິງປັດຈຸບັນ.

ນອກນັ້ນ ຍັງຍົກໃຫ້ເຫັນເຖິງສະພາບການຈັດຕັ້ງປະຕິບັດລັດຖະທໍາມະນູນ ແລະກົດໝາຍຢູ່ ແຂວງອຸດົມໄຊ ໃນ 1 ປີຜ່ານມາ ຂອງບັນດາຂະແຫນງການກ່ຽວຂ້ອງ ໂດຍສະເພາະແມ່ນ ປກສ ແຂວງ, ອົງການໄອຍະການປະຊາຊົນ, ສານປະຊາຊົນ ແລະ ພະແນກຍຸຕິທຳແຂວງ.

ໂອກາດດັ່ງກ່າວ ກໍໄດ້ມີພິທີມອບໃບຍ້ອງຍໍ ແລະໃບຊົມເຊີຍ ຂອງຄະນະກຳມະການເລືອກຕັ້ງຂັ້ນແຂວງ ໃຫ້ຜູ້ທີ່ມີຜົນງານໃນການປະກອບສ່ວນເຂົ້າໃນບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ II. ໂດຍລວມແລ້ວ ການສະເຫຼີມສະຫລອງສອງວັນປະຫວັດສາດໃນຄັ້ງນີ້ ກໍເພື່ອທົບທວນ, ຫວນຄືນມູນເຊື້ອ ແລະຜົນງານການເຄື່ອນໄຫວຂອງວຽກງານດັ່ງກ່າວໃຫ້ມີບັນຍາກາດຟົດຟື້ນ ແລະມີຄວາມຫມາຍສຳ ຄັນ. ພິທີມີບັນດາອາດີດການນຳແຂວງ, ຄະນະປະຈຳພັກແຂວງ, ກໍາມະການພັກແຂວງ, ເຈົ້າເມືອງ, ສອງກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຕະຫຼອດຮອດ ອົງການຕຸລາການ ແລະ ຕາງຫນ້າຂະແຫນງການ ອ້ອມຂ້າງແຂວງ ເຂົ້າຮ່ວມຮັບຟັງ