ແຂວງອຸດົມໄຊ ປະເມີນການຈັດຕັ້ງປະຕິບັດກົດໝາຍ ຈໍນວນ 4 ສະບັບ

ໃນວັນທີ 4 ພຶດສະພາ 2022 ນີ້ ຢູ່ທີ່ສະໂມສອນແຂວງອຸດົມໄຊ ໄດ້ຈັດກອງປະຊຸມປະເມີນການຈັດຕັ້ງປະຕິບັດກົດໝາຍ ຈໍານວນ 4 ສະບັບ ໂດຍການເປັນປະທານຂອງທ່ານ ນາງ ຄໍາພອນ ພີມມະຈັນ ຮອງປະທານສະພາປະຊາຊົນແຂວງ, ເຂົ້າຮ່ວມມີທ່ານ ອ່ອນແກ້ວ ອຸ່ນອາລົມ ຮອງເຈົ້າແຂວງອຸດົມໄຊ, ມີບັນດາຫົວໜ້າພະແນກການ-ອົງການອ້ອມຂ້າງແຂວງ ເຈົ້າເມືອງທັງ 7 ເມືອງ ແລະ ຄະນະຮັບຜິດຊອບກ່ຽວກັບການປະເມີນເຂົ້າຮ່ວມ.
ໃນກອງປະຊຸມຄັ້ງນີ້ຜູ້ເຂົ້າຮ່ວມໄດ້ຮັບຟັງລາຍງານການປະເມີນການຈັດຕັ້ງປະຕິບັດກົດໝາຍ ຈໍານວນ 4 ສະບັບປະກອບມີ: ກົດໝາຍວ່າດ້ວຍທີ່ດິນ, ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ, ກົດໝາຍວ່າດ້ວຍຊັບສິນຂອງລັດ ແລະ ກົດໝາຍວ່າດ້ວຍແຮ່ທາດ, ໃນການຈັດຕັ້ງປະຕິບັດໃນໄລຍະຜ່ານມາ ທີ່ຍັງບໍ່ທັນສອດຄ່ອງກັບສະພາບຕົວຈິງ ຂອງການຂະຫຍາຍຕົວເສດຖະກິດ-ສັງຄົມ ໂດຍທີ່ຈະໄດ້ມີການປັບປຸງບາງພາກ ໝວດ ມາດຕາ ເພື່ອໃຫ້ສອດຄ່ອງ ແລະ ແທດເໝາະກັບສະພາບຄວາມເປັນຈິງຂອງແຕ່ລະທ້ອງຖິ່່ນ ໃນນັ້ນຜູ້ເຂົ້າຮ່ວມຍັງໄດ້ແລກປ່ຽນປະກອບຄໍາຄິດເຫັນໃສ່ຮ່າງບົດລາຍງານການປະເມີນການຈັດຕັ້ງປະຕິບັດ ຕາມຄໍາຖາມເຈາະຈີ້ມຂອງປະທານກອງປະຊຸມ ເພື່ອໃຫ້ມີເນື້ອໃນຄົບຖ້ວນສົມບູນ ແລະ ນໍາບາງບັນຫາທີ່ຍັງຄົງຄ້າງໄປປັບປຸງແກ້ໄຂ ໃນການຈັດຕັ້ງປະຕິບັດໃນຕໍ່ໜ້າ ເພື່ອນໍາໄປປະກອບຄໍາຄິດເຫັນຕໍ່ກອງປະຊຸມຂອງສະພາແຫ່ງຊາດ.