ສະຫລຸບການເຄື່ອນໄຫວວຽກງານຫ້ອງວ່າການ ປະຈຳປີ 2021 ແລະ ທິດທາງແຜນການ ປີ 2022

ກອງປະຊຸມ ສະຫລຸບການເຄື່ອນໄຫວ ຈັດຕັ້ງປະຕິບັດວຽກງານຂອງຫ້ອງວ່າການແຂວງອຸດົມໄຊ ປະຈຳປີ 2021 ແລະ ທິດທາງແຜນການ ປີ 2022 ຈັດຂຶ້ນ ໃນວັນທີ 11 ເມສາ 2022 ທີ່ຫ້ອງປະຊຸມຊັ້ນ3 ຂອງຫ້ອງວ່າການແຂວງ ໂດຍການເຂົ້າຮ່ວມຂອງທ່ານ ຄໍາພຽງ ຢາຈົງວາ ຮອງເລຂາພັກແຂວງ.

ໃນກອງປະຊຸມ ໄດ້ຮັບຟັງການລາຍງານສະພາບລວມ ກ່ຽວກັບການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຮອບດ້ານ ຂອງຫ້ອງວ່າການແຂວງ ຕາມພາລະບົດບາດ, ສິດ ແລະ ຫນ້າທີ່ ໃນຕະຫຼອດໄລຍະ 1 ປີຜ່ານມາ ໂດຍຍົກໃຫ້ເຫັນ ດ້ານດີ ຜົນງານ, ດ້ານອ່ອນ, ຂໍ້ຄົງຄ້າງ ຂອງວຽກງານແຕ່ລະດ້ານ ເປັນຕົ້ນແມ່ນວຽກງານການເມືອງ ແນວຄິດ, ອົງການຈັດຕັ້ງມະຫາຊົນ, ວຽກງານຄົ້ນຄວ້າສັງລວມ, ຄຸ້ມຄອງບໍລິຫານ, ພິທີການ ແລະ ການເງິນ, ວຽກງານຈັດຕັ້ງ – ກວດກາ, ກໍ່ສ້າງຮາກຖານການເມືອງ, ວຽກງານອານຸສາວະລີ ປະທານໄກສອນ ພົມວິຫານ, ລວມທັງ ຮັບຟັງ ທິດທາງແຜນການ ປະຈຳປີ 2022 ແລະ ການລາຍງານ ສະພາບລວມ ຂອງບັນດາຫ້ອງວ່າການ 7 ເມືອງ ໃນການເປັນເສນາທິການ ບໍລິຫານ ຮັບໃຊ້ໃຫ້ແກ່ການນຳ, ການກະກຽມເນື້ອໃນກອງປະຊຸມຄົບຄະນະ ແລະ ອົງການປົກຄອງເມືອງ, ການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານ ການເມືອງ.

ນອກນັ້ນ ຍັງໄດ້ທົບທວນຄືນ ກ່ຽວກັບ ຂໍ້ຕົກລົງ ຂອງທ່ານ ເຈົ້າແຂວງອຸດົມໄຊ ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວ ຂອງຫ້ອງວ່າການແຂວງ. ໃນກອງປະຊຸມ ຍັງໄດ້ແລກປ່ຽນ ຄວາມຄິດເຫັນເຊິ່ງກັນ ແລະ ກັນ ໂດຍແນ່ໃສ່ເຮັດໃຫ້ການເຄື່ອນໄຫວຽກງານ ຂອງຫ້ອງວ່າການໃນຕໍ່ຫນ້າ ມີປະສິດທິພາບ ແລະ ມີຜົນສຳເລັດຕາມລະດັບຄາດຫມາຍ. ຈາກນັ້ນ, ມອບ-ຮັບ ຮອງຫົວໜ້າຫ້ອງວ່າການລະຫວ່າງ ຜູ້ເກົ່າແລະ ຜູ້ໃໝ່, ມອບໃບຍ້ອງຍໍ ຂອງທ່ານເຈົ້າແຂວງອຸດົມໄຊ ປະຈໍາປີ 2021 ໃຫ້ບັນດາພະນັກງານ ລັດຖະກອນ ຜູ້ທີ່ມີຜົນງານດີເດັ່ນ ໃນການເຄື່ອນໄຫວວຽກງານ ຈຳນວນ 37 ທ່ານ,ຍິງ 7 ທ່ານ ແລະ ປະເພດດີ ຈໍານວນ 15 ທ່ານ,ຍິງ 8 ທ່ານ.ໃຫ້ກຽດມອບ ໂດຍທ່ານ ຄຳພຽງ ຢາຈົງວາ ຮອງເລຂາພັກແຂວງ ແລະມອບຂອງຂັວນໃຫ້ພະນັກງານລົງຮາກຖານຢູ່ເມືອງໄລຍະຍາວ.

ການດໍາເນີນ ກອງປະຊຸມ ໃນຄັ້ງນີ້ ມີກຳມະການພັກແຂວງ, ຄະນະຫ້ອງວ່າການພ້ອມດ້ວຍພະນັກງານ – ລັດຖະກອນ ພາຍໃນຫ້ອງວ່າການແຂວງ, ຄະນະພະແນກການອ້ອມຂ້າງແຂວງ ແລະ ຫົວຫນ້າຫ້ອງວ່າການ 7 ເມືອງ ເຂົ້າຮ່ວມ ໂດຍໃຊ້ເວລາ 1ວັນເຕັມ.