ພິທີ ປາຖະກະຖາ ມູນເຊື້ອວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ ຄົບຮອບ 67 ປີ

ພິທີ ປາຖະກະຖາ ມູນເຊື້ອວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ ຄົບຮອບ 67 ປີ (22 ມີນາ 1955 – 22 ມີນາ 2022 ) ໂດຍຕິດພັນກັບການມອບໃບຢັ້ງຢືນ ໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ ໃບຍ້ອງຍໍ ຜົນງານ ຂອງທ່ານ ເຈົ້າແຂວງອຸດົມໄຊ ປະຈຳປີ 2021 ໄດ້ຈັດຂຶ້ນ ວັນທີ 18 ມີນາ 2022 ທີ່ສະໂມສອນແຂວງ ໃຫ້ກຽດຂື້ນ ປາຖະກະຖາ ມູນເຊື້ອ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ໃນຄັ້ງນີ້ ໂດຍທ່ານ ບຸນຄົງ ຫລ້າຈຽມພອນ ກຳມະການສຳຮອງສູນກາງພັກ,ເລຂາພັກແຂວງ,ເຈົ້າແຂວງອຸດົມໄຊ.

   ການປາຖະກະຖາໃນຄັ້ງນີ້ ກໍ່ເພື່ອເຮັດໃຫ້ສະມາຊິກພັກ,ພະນັກງານ ລັດຖະກອນ ໃນແຕ່ລະຂະ ແໜງການ ຕະຫລອດຮອດ 2 ກຳລັງ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທັງຂັ້ນແຂວງ ແລະ ເມືອງ ຮັບຮູ້ ແລະ ເຂົ້າໃຈ ຢ່າງເລິກເຊິ່ງ ກ່ຽວກັບຕົ້ນກຳເນີດ,ຄວາມຫມາຍ,ຄວາມສຳຄັນ,ການເຕີບໃຫຍ່ຂະຫຍາຍຕົວ,ການເຄື່ອນໄຫວໃນແຕ່ລະໄລຍະ,ພາລະບົດບາດ ແລະ ຈຸດປະສົງ ເປົ້າ  ໝາຍ ລວມທັງ ຜົນສຳເລັດ ໃນຕະຫລອດໄລຍະ 67 ປີຜ່ານມາ ຂອງພັກປະຊາຊົນ ປະຕິວັດລາວ ແນ່ໃສ່ເຮັດໃຫ້ ຄະນະພັກ,ຄະນະນຳ ແຕ່ລະພາກຂັ້ນ ສາມາດ ນຳເອົາເນື້ອໃນຈິດໃຈ ດັ່ງກ່າວ ໄປຈັດຕັ້ງຜັນຂະຫຍາຍ ເຂົ້າໃນການຈັດຕັ້ງປະຕິບັດວຽກງານຂອງຕົນ ໃຫ້ມີຜົນສຳເລັດ. ຕິດພັນກັບການ ປາຖະກະຖາ ມູນເຊື້ອວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ແລ້ວ ໃນພິທີ ຍັງໄດ້ມອບໃບ ຢັ້ງຢືນ ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2021 ໃຫ້ບັນດາຫນ່ວຍພັກໃນທົ່ວແຂວງອຸດົມໄຊ ຈຳນວນ 641 ຫນ່ວຍ ເທົ່າກັບ62,53%,ໃນນັ້ນ ສຳນັກງານ – ອົງການ ຈຳນວນ 420 ຫນ່ວຍ ເທົ່າກັບ 83% ແລະ ຂັ້ນບ້ານ ຈຳນວນ 221 ຫນ່ວຍ ກວມ 42,58%. ໃຫ້ກຽດມອບໂດຍທ່ານ ບຸນຄົງ ຫລ້າຈຽມພອນ ກຳມະການສຳຮອງ ສູນກາງພັກ,ເລຂາພັກແຂວງ,ເຈົ້າ ແຂວງອຸດົມໄຊ ແລະ ຮັບໂດຍ ຕາງໜ້າຄະນະພັກ ແຕ່ລະຂະແໜງການ ແລະ ບັນດາເມືອງ. ນອກນັ້ນ ຍັງມີພິທີ ມອບໃບຍ້ອງຍໍຜົນງານປະຈຳປີ 2021 ຂອງທ່ານເຈົ້າແຂວງອຸດົມໄຊ ໃຫ້ພະ ນັກງານ – ລັດຖະກອນ ທີ່ມີຜົນງານດີເດັ່ນໃນການປະກອບສ່ວນເຂົ້າໃນ ການສ້າງສາ ແລະ ພັດ ທະນາແຂວງອຸດົມໄຊ ທັງຫມົດ ທົ່ວແຂວງ ຈຳນວນ 6341 ໃບ, ພ້ອມທັງ ມອບໃບ ຍ້ອງຍໍ ໃຫ້ບຸກຄົນ,ນິຕິບຸກຄົນ ທັງພາຍໃນ ແລະ ຕ່າງປະເທດ ທີ່ປະກອບສ່ວນ ອຸປະຖຳ ວັດຖຸ,ເງິນສົດ, ເຄື່ອງອຸປະໂພກ – ບໍລິໂພກ ແລະ ເຄື່ອງມື ການແພດ ຈໍານວນໜຶ່ງ ເຂົ້າໃນການປ້ອງກັນ,ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດໂຄວິດ -19 ຢູ່ແຂວງອຸດົມໄຊ ໃນໄລຍະຜ່ານມາຢ່າງສົມກຽດ. 

ໃນພິທີ ທ່ານ ບຸນຄົງ ຫລ້າຈຽມພອນ,ເລຂາພັກແຂວງ,ເຈົ້າແຂວງອຸດົມໄຊ ຍັງມອບໃບຢັ້ງຢືນ ວ່າດ້ວຍການ ມອບສັນຊາດລາວ ໃຫ້ແກ່ທ້າວ ຫງວຽນ ກວາງຮຶງ ແລະ ລຸກຊາຍ ຫງວຽນ ວິງກວາງ ຕື່ມອີກ.

ນັກຂ່າວ: ຄານມະນີ ຮຽນດໍຈັນ