ຫ້ອງວ່າການແຂວງ ເຜີຍແຜ່ ເຊື່ອມຊຶມ ບັນດາດຳລັດ ມະຕິ ຄຳສັ່ງຂອງພັກ ແລະ ປາຖະກະຖາ ວັນສຳຄັນຕ່າງໆ ຂອງຊາດ

ກອງປະຊຸມ ເຜີຍແຜ່ເຊື່ອມຊຶມບັນດາ ມະຕິ ຄຳສັ່ງຂອງພັກ ແລະ ປາຖະກະຖາວັນສຳຄັນຕ່າງໆຂອງຊາດ ຈັດຂຶ້ນ ວັນທີ 17 ຕຸລາ 2022 ທີ່ຫ້ອງວ່າການແຂວງອຸດົມໄຊ ໂດຍການເປັນປະທານຂອງທ່ານນາງ ອຳໄພວອນ ປັນຍາລັກ ກຳມະການພັກແຂວງ, ຫົວຫນ້າຫ້ອງວ່າການແຂວງອຸດົມໄຊ.

ການດໍາເນີນກອງປະຊຸມ ໃນຄັ້ງນີ້ ກໍເພື່ອເຮັດໃຫ້ ສະມາຊິກພັກ, ພະນັກງານ – ລັດຖະກອນ ແລະ ພະນັກງານສັນຍາແຮງງານ ພາຍໃນຫ້ອງວ່າການແຂວງ ຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງ ແລະ ກຳແຫນ້ນບັນດາເນື້ອໃນຂອງເອກະສານຕ່າງໆ ພ້ອມທັງສາມາດນຳໄປຈັດຕັ້ງປະຕິບັດ ເຂົ້າໃນການເຄື່ອນໄຫວວຽກງານ ຕາມຄວາມຮັບຜິດຊອບຂອງຕົນ ໃຫ້ໄດ້ຮັບຜົນສຳເລັດຕາມລະດັບຄາດຫມາຍ, ເຮັດໃຫ້ຮັບຮູ້, ເຂົ້າໃຈ ເຖິງປະຫວັດ, ຄວາມເປັນມາ, ການເຕີບໃຫຍ່ຂະຫຍາຍຕົວຂອງວັນສຳຄັນຕ່າງໆຂອງຊາດ.
ສໍາລັບເອກະສານທີ່ນໍາມາເຜີຍແຜ່ ເຊື່ອມຊຶມ ແລະ ປາຖະກະຖາ ໃນຄັ້ງນີ້ ປະກອບມີ: ມະຕິ ຂອງກົມການເມືອງສູນກາງພັກ ວ່າດ້ວຍການເພີ່ມທະວີການນຳພາຂອງພັກ ຕໍ່ວຽກງານວັດທະນະທຳໃນໄລຍະໃຫມ່, ວ່າດ້ວຍການຍົກສູງຄຸນນະພາບວຽກງານການເມືອງ – ແນວຄິດ, ຄໍາສັ່ງແນະນຳຂອງຄະນະປະຈຳພັກແຂວງ ວ່າດ້ວຍການຍົກສູງຄຸນນະພາບ ວຽກງານການເມືອງ – ແນວຄິດຢູ່ແຂວງອຸດົມໄຊ, ມະຕິຂອງຄະນະບໍລິຫານງານພັກແຂວງ ວ່າດ້ວຍການຈັດຕັ້ງ ຜັນຂະຫຍາຍ ມະຕິ 04 ຂອງຄະນະບໍລິຫານງານສູນກາງພັກ ກ່ຽວກັບການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງ ວຽກງານພະນັກງານ ຢູ່ແຂວງອຸດົມໄຊ, ມະຕິກອງປະຊຸມຄົບຄະນະ ຂອງຄະນະບໍລິຫານງານສູນກາງພັກ ຄັ້ງທີ 4 ສະໄຫມທີ XI, ມະຕິກອງປະຊຸມສະໄຫມສາມັນຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 6 ສະໄຫມທີ IX ແລະ ແຈ້ງການຂອງພະແນກພາຍໃນ ກ່ຽວກັບການປະເມີນຜົນ ການປະຕິບັດວຽກງານຂອງພະນັກງານ – ລັດຖະກອນ ຕິດພັນກັບການແຂ່ງຂັນ ແລະ ຍ້ອງຍໍປະຈໍາປີ ລວມທັງ ມູນເຊື້ອ ວັນສ້າງຕັ້ງສະຫະພັນກຳມະບານແຂວງອຸດົມໄຊ ຄົບຮອບ 43 ປີ ( 11 ກັນຍາ 1979 – 11 ກັນຍາ 2022), ວັນລັດຖະທຳມະນູນແຫ່ງຊາດ ຄົບຮອບ 31 ປີ, ວັນຍຶດອຳນາດທົ່ວປະເທດ ຄົບຮອບ 47 ປີ ແລະ ວັນປະກາດເອກະລາດ 12 ຕຸລາ 1945 ຄົບຮອບ 77 ປີ.
ເຊິ່ງການເຜີຍແຜ່ ແລະ ປາຖະກະຖາ ແມ່ນຄະນະຫ້ອງວ່າການແຂວງ ຜັດປ່ຽນກັນ ໂດຍມີ ຫົວຫນ້າ, ຮອງຫົວຫນ້າຂະແຫນງ ຕະຫລອດຮອດສະມາຊິກພັກ, ພະນັກງານ-ລັດຖະກອນ ແລະ ພະນັກງານ ສັນຍາແຮງງານ ພາຍໃນ ຫ້ອງວ່າການແຂວງອຸດົມໄຊ ເຂົ້າຮ່ວມຮັບຟັງ.