ກອງປະຊຸມອົງການປົກຄອງແຂວງ ປະຈຳເດືອນ ສິງຫາ-ກັນຍາ 2022

ກອງປະຊຸມ ອົງການປົກຄອງ ແຂວງອຸດົມໄຊ ປະຈໍາເດືອນ ສິງຫາ ແລະ ກັນຍາ 2022 ຈັດຂຶ້ນຕອນເຊົ້າວັນທີ 4 ຕຸລານີ້ ທີ່ຫ້ອງວ່າການແຂວງອຸດົມໄຊ ໂດຍການເປັນປະທານຂອງ ທ່ານ ບຸນຄົງ ຫລ້າຈຽມພອນ ເຈົ້າແຂວງອຸດົມໄຊ, ມີຮອງເຈົ້າແຂວງ ແລະ ບັນດາສະມາຊິກ ອົງການປົກຄອງແຂວງອຸດົມໄຊ ເຂົ້າຮ່ວມ.

ກອງປະຊຸມ ໄດ້ສະຫລຸບ ຕີລາຄາ ຜົນການຈັດຕັ້ງປະຕິບັດວຽກງານຂອງອົງການປົກຄອງແຂວງ ປະຈຳເດືອນ ສິງຫາ ແລະ ເດືອນ ກັນຍາ ຜ່ານມາ ໃນນີ້ ໄດ້ຍົກໃຫ້ເຫັນ ດ້ານດີ-ຜົນງານ ເຊັ່ນ: ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານເສດຖະກິດ, ວຽກງານວັດທະນະທຳ-ສັງຄົມ, ວຽກງານປົກຄອງ ແລະຍຸຕິທໍາ, ການຈັດຕັ້ງປະຕິບັດ ສອງວາລະແຫ່ງຊາດ, ວຽກງານແກ້ໄຂໄພພິບັດ ແລະວຽກງານທີ່ກ່ຽວຂ້ອງອື່ນໆ. ນອກນີ້ ຍັງຍົກໃຫ້ເຫັນ ດ້ານອ່ອນ-ຂໍ້ຄົງຄ້າງ ທີ່ຈະໄດ້ສືບຕໍ່ ປັບປຸງ, ແກ້ໄຂ ໃນຕໍ່ຫນ້າ ພ້ອມທັງ ທິດທາງແຜນການ ປະຈໍາເດືອນ ຕຸລາ 2022. ຈາກນັ້ນ ບັນດາຂະແຫນງການກ່ຽວຂ້ອງ ໄດ້ລາຍງານ ກ່ຽວກັບການຈັດຕັ້ງປະຕິບັດ ແລະ ແກ້ໄຂ ບາງບັນຫາທີ່ສົ່ງຜົນກະທົບ ຕໍ່ການພັດທະນາເສດຖະກິດ ແລະ ການດຳລົງຊີວິດ ພະນັກງານ, ທະຫານ-ຕໍາຫລວດ ແລະ ປະຊາຊົນ ຊາວແຂວງອຸດົມໄຊ ກໍຄື ບັນຫາ ເງິນກີບອ່ອນຄ່າ, ລາຄ່າສິນຄ້າ ແລະນ້ຳມັນເຊື້ອໄຟແພງຂຶ້ນ, ໄພພິບັດຈາກທຳມະຊາດ, ພະຍາດລະບາດ ແລະ ອື່ນໆ ລວມທັງ ການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂ ຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຕິດພັນກັບການແກ້ໄຂ ບັນຫາ ລົດນໍາເຂົ້າ ບໍ່ຖືກຕ້ອງ ແລະ ການດັດສົມລົດລັດ, ໂຄງການ ຄຸ້ມຄອງ-ຫລຸດຜ່ອນ ໄພພິບັດນໍ້າຖ້ວມ ເທດສະບານເມືອງໄຊ, ການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂ ບັນຫາ ຢາເສບຕິດ ແລະ ປະກົດການຫຍໍ້ທໍ້ໃນສັງຄົມ ແລະ ການປັບປຸງ ຈັດສັນຄຸ້ມຄອງ ໂຮງແຮມ, ເຮືອນພັກ, ຮ້ານກິນດື່ມ, ຮ້ານບັນເທິງ ແລະ ຄາຣາໂອເກະ ພາຍໃນເທດສະບານແຂວງ.

ໂອກາດ ດັ່ງກ່າວ ຜູ້ແທນກອງປະຊຸມ ໄດ້ພ້ອມກັນມີຄໍາເຫັນໃສ່ແຕ່ລະບັນຫາທີ່ໄດ້ຍົກຂຶ້ນມາ ໂດຍສະເພາະແມ່ນ ຊອກຫາແນວທາງ, ຮູບແບບ, ວິທີການ, ຂັ້ນຕອນ ໃນການປັບປຸງ, ແກ້ໄຂ ໃນຕໍ່ຫນ້າໃຫ້ໄດ້ຮັບຜົນດີ, ມີປະສິດທິພາບ ແລະ ພ້ອມກັນກຳນົດທິດທາງແຜນການ ທີ່ຈະສືບຕໍ່ຈັດຕັ້ງປະຕິບັດໃນຕໍ່ຫນ້າ ຕື່ມອີກ.

ຕອນທ້າຍ ຂອງກອງປະຊຸມ ທ່ານ ບຸນຄົງ ຫລ້າຈຽມພອນ ເຈົ້າແຂວງອຸດົມໄຊ ໄດ້ມີຄໍາເຫັນໂອ້ລົມ ພ້ອມທັງ ເນັ້ນຫນັກບາງດ້ານ ໂດຍສະເພາະແມ່ນ ມອບໃຫ້ຂະແຫນງການທີ່ກ່ຽວຂ້ອງ ນຳເອົາເນື້ອໃນ ຈິດໃຈ ຂອງກອງປະຊຸມ ໃນຄັ້ງນີ້ ໄປຈັດຕັ້ງປະຕິບັດ ໂດຍຕິດພັນກັບ ທິດທາງແຜນການ ອັນສະເພາະຂອງຕົນ ເພື່ອເຮັດໃຫ້ເສດຖະກິດ-ສັງຄົມຂອງແຂວງ ມີບາດກ້າວຂະຫຍາຍຕົວ ແລະ ຫລຸດຜ່ອນບັນຫາສັງຄົມ ໃນປັດຈຸບັນ ລົງເທື່ອລະກ້າວ.