ລັດຖະມົນຕີກະຊວງການເງິນ ພ້ອມດ້ວຍຄະນະ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອຸດົມໄຊ

ວັນທີ 27 ເມສາ 2022  ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ລັດຖະມົນຕີກະຊວງການເງິນ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອຸດົມໄຊ  ຕ້ອນຮັບໂດຍທ່ານ ຄຳພຽງ ຢາຈົງວາ ຮອງເລຂາພັກແຂວງ ພ້ອມດ້ວຍຄະນະການນຳແຂວງ,  ໃນວັນດຽວກັນນີ້ທ່ານລັດຖະມົນຕີກະຊວງການເງິນພ້ອມດ້ວຍຄະນະ ກໍ່ໄດ້ເຂົ້າພົບປະໂອ້ລົມກັບພະນັກງານຫຼັກແຫຼ່ງຂະແໜງການເງິນ ແລະ ຄະນະພັກອົງການປົກຄອງເມືອງ ຄະນະຫ້ອງການການເງິນບັນດາເມືອງພາຍໃນແຂວງອຸດົມໄຊ ໃນນັ້ນທ່ານພ້ອມດ້ວຍຄະນະກໍ່ໄດ້ຮັບຟັງການລາຍງານສະພາບການເຄື່ອນໄຫວຈັດຕັ້ງປະຕິບັດແຜນງົບປະມານ 3 ເດືອນຕົ້ນປີ ແລະ ທິດທາງແຜນການຈັດຕັ້ງປະຕິບັດ 9 ເດືອນທ້າຍປີ  2022 ໂດຍຫຍໍ້ ເຊິ່ງໄດ້ໃຫ້ຮູ້ເຖິງຜົນສຳເລັດໃນການຈັດຕັ້ງປະຕິບັດວຽກງານປັບປຸງກົງຈັກການຈັດຕັ້ງຂະແຫນງການເງິນສໍາເລັດໂດຍພື້ນຖານສອດຄ່ອງຕາມຂັ້ນຕອນ ແລະ ລະບຽບຫລັກການດ້ານການຈັດຕັ້ງງົບປະມານ ສາມາດຈັດເກັບລາຍຮັບໄດ້ທັງຫມົດ 36,42 ຕື້ກີບ ເທົ່າກັບ 25,36% ຂອງແຜນການປີ ຄຽງຄູ່ກັບການຈັດຕັ້ງປະຕິບັດວຽກງານກົງຈັກ ແລະ ວຽກງານຈັດເກັບລາຍຮັບ ແມ່ນການຈັດຕັ້ງປະຕິບັດວາລະແຫ່ງຊາດຂອງຂະແຫນງການເງິນອັນທີ່ພົ້ນເດັ່ນ,ການແກ້ໄຂລົດນໍາເຂົ້າບໍ່ຖືກຕ້ອງ ມາຮອດປັດຈຸບັນມີຍານພາຫະນະມາແຈ້ງຂື້ນບັນຊີສະຖິຕິທັງໝົດ520 ຄັນ ແລະ ກົນຈັກໜັກທີ່ນໍາເຂົ້າບໍ່ຖືກຕ້ອງຈໍານວນ 85 ຄັນ. ປັດຈຸບັນໄດ້ແກ້ໄຂແລ້ວ 519 ຄັນ. ຄຽງຄູ່ກັນນີ້ກໍ່ຍັງໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດຄຳສັ່ງຂອງນາຍົກວ່າດ້ວຍ ການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼຂອງລາຍຮັບ, ການຈັດຕັ້ງປະຕິບັດ ການປະຢັດ ແລະ ຕ້ານການຟູມເຟືອຍ ພ້ອມທັງໄດ້ຍົກໃຫ້ຮູ້ເຖິງດ້ານອ່ອນຂໍ້ຄົງຄ້າງ ແລະ ທິດທາງແຜນການຈຸດສຸມໃນໄລຍະ 9 ເດືອນທີ່ຂະແໜງການເງິນຈະໄດ້ສືບຕໍ່ຈັດຕັ້ງປະຕິບັດ. ນອກຈາກນີ້ຍັງໄດ້ຮັບຟັງການປະກອບຄຳຄິດຄຳເຫັນ ກ່ຽວກັບສະພາບດ້ານດີ ດ້ານອ່ອນຂໍ້ຄົງຄ້າງກ່ຽວກັບການຈັດຕັ້ງປະຕິບັດການຈັດເກັບລາຍຮັບ ຈາກຄະນະນຳຂັ້ນເມືອງ ຄະນະຮັບຜິດຊອບການຈັດເກັບລາຍຮັບ ແລະ ການແກ້ໄຂບັນຫາລົດທີ່ນຳເຂົ້າບໍ່ຖືກຕ້ອງຈາກຄະນະຮັບຜິດຊອບ. ໃນໂອກາດນີ້ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນກໍ່ໄດ້ມີບາງຄຳເຫັນພົບປະໂອ້ລົມ ແລະ ໃຫ້ທິດຊີ້ນຳຕໍ່ຂະແໜງການເງິນ ເພື່ອສືບຕໍ່ນຳໄປຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ ສູ້ຊົນຈັດຕັ້ງປະຕິບັດຫນ້າທີ່ການເມືອງທີ່ໄດ້ຮັບມອບໝາຍໃຫ້ມີຜົນສຳເລັດ ຈັດຕັ້ງແຜນລາຍຮັບ-ລາຍຈ່າຍງົບປະມານປະຈຳປີໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້ ປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງຢ່າງຕັ້ງໜ້າ ໂດຍໄດ້ເນັ້ນໃຫ້ຂະແໜງການເງິນເອົາໃຈໃສ່ສູ້ຊົນຈັດເກັບລາຍຮັບຕາມເງື່ອນໄຂ ໃຫ້ຖືກຕ້ອງຕາມລະບຽບ ແລະ ກົດໝາຍ ອັດຊ່ອງຫວ່າງການຮົ່ວໄຫຼຂອງລາຍຮັບ ຄຽງຄູ່ກັນນັ້ນກໍ່ແມ່ນການຈັດຕັ້ງປະຕິບັດວາລະແຫ່ງຊາດຂອງຂະແໜງການເງິນໃຫ້ໄດ້ຮັບຜົນດີ ແລະ ປັບປຸງກົງຈັກການຈັດຕັ້ງໃຫ້ມີຄວາມເໝາະສົມ ຖືກຕ້ອງຕາມຂັ້ນຕອນ ແລະ ລະບຽບການ.