ທ່ານ ປານີ ຢາທໍ່ຕູ້ ຮອງປະທານປະເທດ ເຄື່ອນໄຫວເຮັດວຽກ ຢູ່ ເມືອງຫລາ

ດ້ວຍຄວາມເປັນຫ່ວງ ຂອງການນຳ ພັກ-ລັດ ຂັ້ນສູງ ທີ່ມີຕໍ່ທ້ອງຖິ່ນຂັ້ນແຂວງ ແລະ ປະຊາຊົນລາວບັນດາເຜົ່າ ໃນວັນທີ 31 ມັງກອນ 2024 ນີ້ ທ່ານ ປານີ ຢາທໍ່ຕູ້ ກຳມະການກົມການເມືອງສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມແລະເຮັດວຽກ ຢູ່ ແຂວງອຸດົມໄຊ ຕາງໜ້າການນຳ ແລະ ປະຊາຊົນບັນດາເຜົ່າ ແຂວງອຸດົມໄຊ ຕ້ອນຮັບທ່ານ ທີ່ສະຖານີລົດໄຟ ເມືອງໄຊ ໂດຍ ທ່ານ ບູນຄົງ ຫຼ້າຈຽມພອນ ກຳມະການສຳຮອງສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງອຸດົມໄຊ ພ້ອມຄະນະ ຢ່າງອົບອຸ່ນ.


ການເຄື່ອນໄຫວ ຢ້ຽມຢາມ ແຂວງອຸດົມໄຊ

ຈາກນັ້ນມາໃນຕອນເຊົ້າ ວັນທີ 1 ກຸມພາ 2024 ທ່ານ ຮອງປະທານປະເທດ ພ້ອມຄະນະ ແລະ ການນຳແຂວງອຸົມໄຊ ໄດ້ສືບຕໍ່ເຄື່ອນໄຫວພົບປະຢ້ຽມຢາມ ປະຊາຊົນ ກຸ່ມບ້ານອາໂນ, ເມືອງຫຼາ, ແຂວງອຸດົມໄຊ ທ່ານໄດ້ຮັບຟັງການລາຍງານສະພາບລວມຂອງກຸ່ມບ້ານອາໂນ. ສຳລັບບ້ານອາໂນ ສະເລ່ຍລາຍຮັບໄດ້ 5 ຕື້ກວ່າກີບຕໍ່ປີ ທ່າແຮງບົມຊ້ອນ ແມ່ນການປູກຝັງ-ລຽງສັດໃຫຍ່ ເປັນແຫຼ່ງທ່ອງທ່ຽວທາງດ້ານວິທີຊີວິດຂອງຊົນເຜົ່າຕິດພັນກັບທຳມະຊາດ ຊົມທະເລໝອກຍາມເຊົ້າ ພຸດອຍກວມ 99% ພຶ້ນທີ່ການຜະລິດຢູ່ກະແຈກກະຈາຍ ການຜະລິດສ່ວນຫຼາຍຍັງອີງໃສ່ທໍາມະຊາດແບບດັ່ງເດີມ ບໍ່ທັນເປັນຂະບວນຝົດຟຶ້ນ.
ໂອກາດນີ້ ທ່ານ ປານີ ຢາທໍ່ຕູ້ ຮອງປະທານປະເທດ ໄດ້ມີຄຳເຫັນພົບປະໂອລົມຕໍ່ປະຊາຊົນ ທ່ານໄດ້ສະແດງຄວາມຍ້ອງຍໍຊົນເຊີຍຕໍ່ຜົນງານຂອງກຸ່ມບ້ານ ແລະ ປະຊາຊົນບັນດາເຜົ່າ ທີ່ມີມູນເຊື້ອດຸໝັ່ນຂະຫຍັນພຽນ ເຮັດໃຫ້ຫຼາຍຄອບຄົວຫຼຸດພົ້ນອອກຈາກຄວາທຸກຍາກ. ພ້ອມທັງໄດ້ຮຽກຮ້ອງໃຫ້ການນໍາແຂວງ-ເມືອງ ສືບຕໍ່ເອົາໃຈໃສ່ຊຸກຍູ້ ການຜະລິດ, ເສດຖະກິດຂອງປະຊາຊົນ ໂດຍຊອກຫາແນວພັນໃໝ່ ແລະ ເຕັກນິກການຜະລິດແບບໃໝ່ທີ່ທັນສະໄໝເຂົ້າຊ່ວຍໃນການຜະລິດ, ສົ່ງເສີມໃຫ້ປະຊາຊົນລ້ຽງສັດໃຫຍ່ຕິດພັນກັບການປູກຫຍ້າ ແລະ ປູກພືດເປັນສິນຄ້າ ເຊັ່ນ: ມັນຕົ້ນ, ສາລີ ແລະ ອື່ນໆ, ເອົາໃຈໃສ່ແກ້ໄຂບັນຫາປະກົດການຫຍໍ້ທໍ້ໃນສັງຄົມ ເປັນຕົ້ນແມ່ນ ບັນຫາຢາເສບຕິດໃຫ້ໝົດໄປ, ສືບຕໍ່ເຮັດວຽກງານສາມສ້າງໃຫ້ເຂົ້າສູ່ລວງເລິກ ແລະ ມີຄວາມໜັກແໜ້ນ. ໂອາດກາດນີ້ ທ່ານຮອງປະທານປະເທດ ໄດ້ນຳເອົາເງິນສົດຈຳນວນໜຶ່ງ ແລະ ເຄື່ອນນຸ່ງຫົ່ມຕ້ານໄພໜາວມອບໃຫ້ ບ້ານອາໂນ, ແສນຫລວງ (ກຸ່ມອາໂນ) ແລະ ບ້ານປາງປໍ (ກຸ່ມບ້ານຈາກແປະ) ພ້ອມທັງຢ້ຽມຢາມ ຊຸກຍູ້ ບັນດາບໍລິສັດ ທີ່ພວາມດຳເນີນວຽກງານຢູ່ພາຍໃນເມືອງຫລາ ຕື່ມອີກ.