ສະຫຼຸບວຽກງານ ກໍ່ສ້າງຮາກຖານການເມືອງ ຕິດພັນກັບ ວາລະແຫ່ງຊາດ ປະຈໍາປີ 2023

ກອງປະຊຸມ ສະຫຼຸບວຽກງານ ກໍ່ສ້າງຮາກຖານການເມືອງ ຕິດພັນກັບການສະຫຼຸບວຽກງານ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ປະຈໍາປີ 2023 ແລະ ວາງທິດທາງວຽກງານ ຈຸດສຸມໃນຕໍ່ໜ້າ, ໄດ້ຈັດຂື້ນໃນວັນທີ 7 ມີນາ 2024 ທີ່ສະໂມສອນແຂວງອຸດົມໄຊ ໂດຍການເປັນປະທານຂອງ ທ່ານ ບຸນຄົງ ຫຼ້າຈຽມພອນ ກໍາມະການສໍາຮອງສູນກາງພັກ ເລຂາພັກແຂວງ ເຈົ້າແຂວງອຸດົມໄຊ, ມີຄະນະພັກ – ຄະນະບັນຊາ, ການນໍາຂັ້ນແຂວງ ແລະ ເມືອງ, ຕະຫຼອດຮອດ ບັນດາພະແນກການ ອ້ອມຂ້າງແຂວງເຂົ້າຮ່ວມ.

ສະຫຼຸບວຽກງານ ກໍ່ສ້າງຮາກຖານການເມືອງ ຄັ້ນີ້

ທ່ານ ຄຳພຽງ ຢ່າຈົ່ງວ່າ ຮອງເລຂາພັກແຂວງ ຮອງເຈົ້າແຂວງ ອຸດົມໄຊ ໄດ້ຂື້ນຜ່ານຮ່າງບົດສະຫຼຸບ ຕີລາຄາວຽກງານກໍ່ສ້າງຮາກຖານການເມືອງຕິດພັນກັບວຽກງານພັດທະນາຊົນນະບົດແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງປະຈໍາປີ 2023 ແລະ ທິດທາງແຜນການປະຈໍາປີ 2024, ໃນໄລຍະ 1 ປີຜ່ານມາ ຄະນະບໍລິຫານງານພັກແຂວງ ໄດ້ເອົາໃຈໃສ່ນໍາພາ -ຊີ້ນໍາການຈັດຕັ້ງ ປະຕິບັດ ເຊີ່ງສາມາດຕີລາຄາ ໄດ້ດ້ານດີຜົນງານ, ດ້ານອ່ອນຂໍ້ຄົງຄ້າງ ແລະ ວາງທິດທາງ ແຜນການ ປະຈໍາປີ 2024 ເປັນຕົ້ນແມ່ນມີສະຖຽນລະພາບທາງດ້ານການເມືອງ, ມີຄວາມສະຫງົບ, ເສດຖະກິດ ມີການຂະຫຍາຍຕົວ, ດ້ານວັດທະນະທໍາ-ສັງຄົມໄດ້ຮັບການປັບປຸງດີຂື້ນເທື່ອລະກ້າວ, ໄດ້ສຸມໃສ່ຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ຢ່າງຕັ້ງໜ້າ ແລະ ມີຜົນສໍາເລັດໃນຫຼາຍດ້ານເປັນຕົ້ນແມ່ນການແກ້ໄຂບັນຫາຢາເສບຕິດ, ພ້ອມນັ້ນໄດ້ຫັນ ພະນັກງານຫຼັກແຫຼ່ງ ຂອງແຂວງ ລົງຊ່ວຍເມືອງ ບ້ານຕາມທິດ 3 ສ້າງ ແລະ ລົງເຄື່ອນໄຫວຊູກຍູ້, ຕິດຕາມວຽກງານ ກໍ່ສ້າງຮາກຖານການເມືອງ ຕິດພັນກັບວຽກພັດທະນາຊົນນະບົດ ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງຢູ່ 7 ເມືອງ ຂອງແຂວງ ຢ່າງເປັນປົກກະຕິ, ໄດ້ຖືສໍາຄັນວຽກງານ ການເມືອງ – ນຳພາ ແນວຄິດ ເປັນກົກ, ເອົາໃຈໃສ່ນຳພາ-ຊີ້ນຳເຄື່ອນໄຫວ ດ້ວຍຫຼາຍຮູບການ, ຫຼາຍວິທີການເປັນປົກກະຕິ-ຕໍ່ເນື່ອງ ໂດຍເອົາໃຈໃສ່ ເຜີຍແຜ່ເຊື່ອມ ຊືມແນວທາງ ນະໂຍບາຍ, ມະຕິ, ຄຳສັ່ງ, ກົດໜາຍ ແລະ ນິຕິກຳຕ່າງໆ ໃຫ້ທຸກຊັ້ນຄົນ ໃນສັງຄົມ ຢ່າງຕໍ່ເນື່ອງ ພົ້ນເດັ່ນແມ່ນໄດ້ ເຜີຍແຜ່ ເຊື່ອມມະຕິກອງປະຊຸມໃຫ່ຍ ຄັ້ງທີ XI ຂອງພັກ ມະຕິກອງປະຊຸມໃຫ່ຍ ຄັ້ງທີ IX ຂອງອົງຄະນະພັກແຂວງ ຕິດພັນກັບວຽກງນພັດທະນາຊົນນະບົດ ແກ້ໄຂຄວາມທຸກຍາກ ແລະວຽກງານ 3 ສ້າງ ເຜີຍແຜ່-ເຊື່ອມຊືມ 2 ວາລະແຫ່ງຊາດ ໄດ້ຢ່າງກວ້າງຂວາງ ເຮັດໃຫ້ສະມະຊິກພັກ, ພະນັກງານ ແລະ ປະຊາຊົນບັນດາເຜົ່າ ມີຄວາມສະຫງົບ ທາງດ້ານການເມືອງ, ມີຄວາມເປັນເອກກະພາບ ຕໍ່ແນວທາງນະໂຍບາຍ ຂອງພັກ, ຕັ້ງໜ້າປະກອບສ່ວນເຂົ້າ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາ ແຂວງ ຢ່າງຕໍ່ເນື່ອງ, ຍົກລະດັບທິດສະດີ – ແນວທາງຂອງພັກ ໃຫ້ ພະນັກງານ-ລັດຖະກອນ ຢູ່ບັນດາ ພະແນກການ ອ້ອມຂ້າງແຂວງໄດ້ 2 ຊຸດ ມີ 103 ສະຫາຍ; ຍິງ 36 ສະຫາຍ

ຝຶກອົບຮົມ ສ້າງຄວາມເຂັ້ມແຂງ ໃຫ້ເລຂາພັກບ້ານ, ນາຍບ້ານ 4 ຊຸດ, ມີຜູ້ເຂົ້າຮ່ວມ 187 ສະຫາຍ; ຍິງ 10 ສະຫາຍ, ສ້າງບ້ານແບບຢ່າງປະຕິບັດ ກົດໝາຍ 23 ບ້ານ, ໂຄສະນາ ເຜີຍແຜ່ ກົດໝາຍ ໃນທົ່ວແຂວງ 264 ຄັ້ງ, ເອົາໃຈໃສ່ນໍາພາຊຸກຍູ້, ຕິດຕາມ, ກວດກາ, ແລະ ປັບປຸງລະບົບ ການເມືອງ, ກົງຈັກການຈັດຕັ້ງ ຢູ່ຮາກຖານໃຫ້ມີ ຄວາມເຂັ້ມແຂງ, ໜັກແໜ້ນທາງດ້ານປະລິມານ ແລະ ຄຸນນະພາບ ນັບແຕ່ຂັ້ນແຂວງ ລົງຮອດ ຂັ້ນບ້ານ, ປະຈຸບັນ ທົ່ວ ແຂວງອຸດົມໄຊ ມີ 7 ອົງຄະນະພັກເມືອງ, 2 ຄະນະພັກກອງບັນຊາການ ປກຊ-ປກສ, ມີການຈັດຕັ້ງຮາກຖານພັກ 1.132 ຮາກຖານ, ຂັ້ນແຂວງ 150 ຮາກຖານ, ຂັ້ນເມືອງ 982 ຮາກຖານ, ມີຄະນະພັກຮາກຖານ 11 ຮາກຖານ, ມີສະມາຊິກພັກ 18.363 ສະຫາຍ, ຍິງ 4.350 ສະຫາຍ, ທົ່ວແຂວງມີ 467 ບ້ານ, ໄດ້ປຸກລະດົມການລົງທຶນທັງພາກລັດ ແລະ ເອກະຊົນ ເພື່ອສົ່ງເສີມປະຊາຊົນເຮັດການຜະລິດ, ສ້າງວຽກເຮັດງານທໍາ ແລະ ສ້າງລາຍຮັບໃຫ້ໄດ້ຫຼາຍຮູບແບບ ເປັນຕົ້ນແມ່ນໄດ້ ສົ່ງເສີມປູກຝັງ – ລ້ຽງສັດ , ມີກຸ່ມການ ຜະລິດກະສິກໍາ 194 ກຸ່ມ, ຄະນະພັກແຕ່ລະຂັ້ນ ໄດ້ເອົາໃຈໃສ່ນໍາພາ, ຊຸກຍູ້ຫັນວຽກງານ 3 ສ້າງເຂົ້າສູ່ລວງເລິກດ້ວຍຄວາມຮັບຜິດຊອບສູງສະແດງອອກກົງຈັກການຈັດຕັ້ງນັບແຕ່ຂັ້ນແຂວງ ລົງຮອດຮາກຖານບ້ານ ໄດ້ຮັບການປັບປຸງ ສອດຄ່ອງກັບໜ້າວຽກຕົວຈິງ , ຕິດພັນ ກັບການກໍານົດພາລະບົດບາດ ແລະ ໄປຕາມທິດການແບ່ງຂັ້ນຄຸ້ມຄອງ ລະຫວ່າງຂັ້ນແຂວງ ກັບ ຂັ້ນເມືອງ; ອົງການປົກຄອງບ້ານ ໄດ້ມີການປັບປຸງຕາມມາດຖານ, ເງື່ອນໄຂ ແລະ ຄົບຕາມໂຄງປະກອບ 5 ໜ່ວຍງານ, ມາຮອດປັດຈຸບັນ ຂັ້ນແຂວງ ມີກົງຈັກການຈັດຕັ້ງ 27 ພາກສ່ວນ, ການສ້າງເມືອງເປັນຫົວຫນ່ວຍເຂັ້ມແຂງຮອບດ້ານ ຕາມ 5 ດ້ານ, 47 ຕົວຊີ້ບອກ,ຈາກນັ້ນ, ໃນກອງປະຊຸມ ກໍ່ໄດ້ສະຫຼຸບຕີລາຄາ ຜົນການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດປີ 2021-2023 ແລະ ວາງທິດທາງແຜນການ ຈຸດສຸມໃນຕໍ່ໜ້າພ້ອມທັງໄດ້ມີການແລກປ່ຽນປະກອບຄໍາຄິດເຫັນໃສ່ຮ່າງບົດສະຫຼຸບ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ແລະ ດີຂຶ້ນກ່ວາເກົ່າ.

ຕອນທ້າຍທ່ານ ເຈົ້າແຂວງໆອຸດົມໄຊ ໄດ້ກ່າວຍ້ອງຍໍຊົມເຊີຍບັນດາກົມກອງ ແລະ ພະນັກງານ-ນັກຮົບທີ່ໄດ້ສຸມທຸກສະຕິ, ທຸກເຫື່ອແຮງເຂົ້າໃນການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງໃນຄັ້ງນີ້ ແລະ ທ່ານຍັງເນັ້ນໜັກໃຫ້ບັນດາສະຫາຍເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກ-ພະນັກງານຢ່າງເປັນປົກກະຕິ, ສືບຕໍ່ຜັນຂະຫຍາຍເນື້ອໃນຂອງກອງປະຊຸມ, ເພີ່ມທະວີໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະເພື່ອເຮັດໃຫ້ທຸກໜ້າວຽກມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນກວ່າເກົ່າ.