ກອງປະຊຸມ ລະຫວ່າງ ສະພາປະຊາຊົນແຂວງ ແລະ ອົງການປົກຄອງ ແຂວງອຸດົມໄຊ

ກອງປະຊຸມ ລະຫວ່າງ ສະພາປະຊາຊົນແຂວງ ແລະ ອົງການປົກຄອງ ແຂວງອຸດົມໄຊ ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 6 ມິຖຸນາ 2024 ທີ່ຫ້ອງປະຊຸມຊັ້ນ3 ຂອງ ຫ້ອງວ່າການ ແຂວງອຸດົມໄຊ ໂດຍການເປັນປະທານຮ່ວມຂອງ ທ່ານ ຄຳດີ ວົງລ້ອມ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ແລະ ທ່ານ ສົມຈິດ ປັນຍາສັກ ຮອງເຈົ້າແຂວງອຸດົມໄຊ, ມີບັນດາສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 4 ແຂວງອຸດົມໄຊ, ສະພາປະຊາຊົນແຂວງ ແລະ ຕາງຫນ້າບັນດາພະແນກການ ອ້ອມຂ້າງແຂວງ ເຂົ້າຮ່ວມ.

ການດໍາເນີນກອງປະຊຸມ ລະຫວ່າງ ສະພາປະຊາຊົນແຂວງ ແລະ ອົງການປົກຄອງ ກໍເພື່ອຫ້າງຫາກະກຽມ ໃຫ້ແກ່ການດໍາເນີນກອງປະຊຸມ ສະໄຫມສາມັນ ເທື່ອທີ 7 ຂອງສະພາປະຊາຊົນແຂວງອຸດົມໄຊ ຊຸດທີ II ທີ່ຈະໄດ້ຈັດຂຶ້ນໃນກາງເດືອນ ກໍລະກົດ ທີ່ຈະມາເຖິງນີ້ ໃຫ້ບັນລຸຜົນສຳເລັດຕາມລະດັບຄາດຫມາຍ ໂດຍແນ່ໃສ່ເຮັດໃຫ້ຮັບປະກັນໄດ້ ໃນການພິຈາລະນາບັນຫາສຳຄັນຕ່າງໆ ຂອງແຂວງ, ການສ້າງນິຕິກຳ, ການຕິດຕາມ, ກວດກາ ການຈັດຕັ້ງປະຕິບັດ ລັດຖະທຳມະນູນ ແລະ ກົດຫມາຍ ຂອງບັນດາອົງການລັດ ຮັບປະກັນໄດ້ທັງດ້ານເນື້ອໃນ ແລະ ສອດຄ່ອງຕາມແນວທາງນະໂຍບາຍຂອງພັກ, ເຮັດໃຫ້ບັນດາສະມາຊິກສະພາປະຊາຊົນແຂວງ ໃນຖານະເປັນຕົວເປັນຕົວແທນແຫ່ງສິດແລະຜົນປະໂຫຍດຂອງປະຊາຊົນບັນດາເຜົ່າ ໃນການພິຈາລະນາຕົກລົງ ບັນຫາສຳຄັນພື້ນຖານຂອງແຂວງ ໃນວາລະດຳເນີນກອງປະຊຸມຂອງສະພາປະຊາຊົນແຂວງ ໃຫ້ເກີດປະໂຫຍດສູງສຸດ.

ກອງປະຊຸມ ຄັ້ງນີ້ ໄດ້ຜ່ານຮ່າງກ່ຽວກັບ ແຜນການກະກຽມ ດຳເນີນກອງປະຊຸມ ສະໄຫມສາມັນ ເທື່ອທີ່ 7 ຂອງສະພາປະຊາຊົນແຂວງ ຊຸດທີ II ເພື່ອເປັນບ່ອນອີງ ໃຫ້ແກ່ຜູ້ແທນກອງປະຊຸມ ໄດ້ພ້ອມກັນປະກອບຄໍາຄິດ ຄໍາເຫັນ ດ້ວຍການກຳນົດເອົາບັນດາເນື້ອໃນ ຫລື ຍົກເອົາບັນຫາສຳຄັນ ພື້ນຖານຂອງແຂວງ ເຂົ້າໃນວາລະຂອງການດຳເນີນກອງປະຊຸມ ຕົວຈິງ ເພື່ອໃຫ້ສອດຄ່ອງກັບສະພາບຕົວຈິງ ແລະ ວັນເວລາທີ່ໄດ້ກຳນົດໄວ້.

ໂດຍສະເພາະແມ່ນ ບັນດາບົດລາຍງານ ກ່ຽວກັບວຽກງານການບໍລິຫານລັດ, ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ການຂຸດຄົ້ນແຮ່ທາດຢູ່ແຂວງອຸດົມໄຊ ແລະ ການປະຕິບັດຄາດຫມາຍ ພັດທະນາຊົນນະບົດ ປະຈຳ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ, ວຽກງານຂົງເຂດຍຸຕິທຳ, ສະພາປະຊາຊົນແຂວງ ແລະ ອື່ນໆ.

ກອງປະຊຸມ ຍັງໄດ້ສົນທະນາ ກ່ຽວກັບບັນຫາເນື້ອໃນສໍາຄັນພື້ນຖານຂອງ ແຂວງອຸດົມໄຊ ທີ່ຈະນໍາໄປສະເຫນີ ຕໍ່ກອງປະຊຸມ ສະໄຫມສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ່ IX ທີ່ຈະໄດ້ຈັດຂຶ້ນໃນເດືອນ ມິຖຸນາ 2024 ນີ້ ຕື່ມອີກ.