ກິດຈະກຳ ປູກຕົ້ນໄມ້ ໃນວັນ ປູກຕົ້ນໄມ້ແຫ່ງຊາດ 1 ມິຖຸນາ ຄົບຮອບ 44 ປີ

ພິທີ ປູກຕົ້ນໄມ້ແຫ່ງຊາດ 1 ມິຖຸນາ ຄົບຮອບ 44 ປີ ໄດ້ຈັດຂຶ້ນ ໃນຕອນເຊົ້າວັນທີ 31 ພຶດສະພາ 2024 ທີ່ສຸສານນັກຮົບປະຕິວັດ ແຂວງອຸດົມໄຊ ໂດຍການເຂົ້າຮ່ວມຂອງ ທ່ານ ບຸນຄົງ ຫລ້າຈຽມພອນ ເຈົ້າແຂວງອຸດົມໄຊ, ທ່ານ ອ໋ອດ ພົງສະຫວັນ ຮອງປະທານສູນກາງແນວລາວສ້າງຊາດ ບໍ່ປະຈຳການ, ປະທານ ກຸ່ມບໍລິສັດ ພົງສະຫວັນ, ມີບັນດາການນຳແຂວງ, ການນຳເມືອງໄຊ, ຕາງຫນ້າພະແນກການຂັ້ນແຂວງ, ສອງກອງບັນຊາການ ປກຊ – ປກສ ເຂົ້າຮ່ວມ.

ທ່ານ ພິມມະເສນ ຄູນສີລິວົງ ຮອງຫົວຫນ້າພະແນກ ກະສິກໍາ ແລະ ປ່າໄມ້ ກ່າວ ໃນວັນ ປູກຕົ້ນໄມ້ແຫ່ງຊາດ ວ່າ: ແຂວງອຸດົມໄຊ ໄດ້ຫ້າງຫາກະກຽມປູກຕົ້ນໄມ້ ເພື່ອຟື້ນຟູປ່າໄມ້ ແບບທຳມະຊາດ 2 ພັນກວ່າເຮັກຕາ ແລະ ປູກເອງ ຕາມຈຸດທີ່ກຳນົດ ປະມານ 200 ກວ່າເຮັກຕາ ແລະ ໄດ້ມີການກະກຽມ ເບ້ຍໄມ້ ຈຳນວນ 1 ລ້ານ 2 ແສນ 80 ພັນກວ່າເບ້ຍ ເພື່ອປູກໃນປີນີ້ ແລະ ປີຕໍ່ໆໄປ.

ສະເພາະພິທີ ປູກຕົ້ນໄມ້ ໃນວັນທີ 1 ມິຖຸນາ 2024 ນີ້ ທາງແຂວງອຸດົມໄຊ ໄດ້ກໍານົດ ການປູກທັງຫມົດ ຈໍານວນ 8 ຈຸດ ຄື: ຢູ່ບັນດາເມືອງ 7 ເມືອງ ແລະ ເທດສະບານແຂວງ ລວມເນື້ອທີ່ທັງຫມົດ 16 ກວ່າເຮັກຕາ ໃນນີ້ ປະກອບມີ: ໄມ້ປະດັບ ແລະ ໄມ້ອຸດສາຫະກຳ. ການຈັດກິດຈະກຳ ປູກຕົ້ນໄມ້ ໃນຄັ້ງນີ້ ກໍເພື່ອສ້າງຂະບວນການລິເລີ່ມ ແລະ ປູກຈິດສຳນຶກ ກ່ຽວກັບການປູກຕົ້ນໄມ້ ໃຫ້ແກ່ສັງຄົມ ແລະ ຄົນຮຸ່ນໃຫມ່ ຮັບຮູ້,ເຂົ້າໃຈ ຕໍ່ຄວາມສຳຄັນ ຂອງປ່າໄມ້ ຕໍ່ກັບຄົນເຮົາ, ເພື່ອປົກປັກຮັກສາສິ່ງແວດລ້ອມ, ລະບົບນິເວດ ແລະ ຄວາມອຸດົມສົມບູນຂອງທຳມະຊາດໃຫ້ມີຄວາມຍືນຍົງ, ເພື່ອເພີ່ມອັດຕາການປົກຫຸ້ມຂອງເນື້ອທີ່ປ່າໄມ້, ຫລຸດຜ່ອນມົນລະຜິດ ແລະ ເຮັດໃຫ້ທິວທັດທຳມະຊາດ ມີຄວາມສວຍສົດງົດງາມ.

ໂອກາດດັ່ງກ່າວ ກໍໄດ້ມີການກ່າວເປີດພິທີ ພ້ອມທັງ ແນະນໍາ ຮູບແບບ, ວິທີການ, ຂັ້ນຕອນຕ່າງໆໃນການປູກ ໃນນີ້ ທາງຄະນະຮັບຜິດຊອບ ໄດ້ມີການກຳນົດຈຸດປູກໃຫ້ບັນດາການນຳ ຢ່າງລະອຽດ.

ເບີງວີດີໂອຂ່າວ