ການນຳແຂວງຕ້ອນຮັບຜູ້ແທນແຂວງເຊິນລາ

ວັນທີ 16 ກໍລະກົດນີ້ ທີ່ຫ້ອງວ່າການແຂວງອຸດົມໄຊ ຄະນະຜູ້ແທນຂັ້ນສູງ ແຂວງເຊິນລາ ແຫ່ງ ສສ ຫວຽດນາມ ນຳໂດຍ ສະຫາຍ ຫງວຽນຮີວດົງ ກຳມະການສູນກາງພັກ, ເລຂາພັກແຂວງ, ຫົວໜ້າຄະນະຜູ້ແທນສະມາຊິກສະພາແຫ່ງຊາດ ແຂວງເຊິນລາ ພ້ອມດ້ວຍຄະນະ ໄດ້ເຂົ້າພົບປະ ສະຫາຍ ບຸນຄົງ ຫຼ້າຈຽມພອນ ກຳມະການສຳຮອງສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງອຸດົມໄຊ ພ້ອມດ້ວຍຄະນະ ໂອກາດທີ່ໄດ້ມາເຄື່ອນໄຫວເຮັດວຽກຢູ່ບັນດາແຂວງພາກເໜືອຂອງ ສປປ ລາວ.

ການພົບປະ ຄະນະຜູ້ແທນທັງສອງແຂວງ ກໍໄດ້ລາຍງານສະພານພັດທະນາເສດຖະກິດ-ສັງຄົມ, ການພົວພັນຮ່ວມມືຊ່ວຍເຫຼືອ ເຊິ່ງກັນ ແລະ ກັນ ພ້ອມທັງໄດ້ສົນທະນາກັນ ກ່ຽວກັບທິດທາງແຜນການຮ່ວມມືຊ່ວຍເຫຼືອ ແລກປ່ຽນບົດຮຽນ ເຊິ່ງການ ແລະ ກັນ ໃນຂົງເຂດຂະແໜງການຕ່າງໆ ເພື່ອພ້ອມກັນພັດທະນາ ເປັນຕົ້ນແມ່ນ ຂະແໜງສຶກສາ, ການບໍລິການ ແລະ ການທ່ອງທ່ຽວ ແລະ ຂະແໜງກະສິກຳ. ໃນໂອກາດນີ້ ກໍໄດ້ມອບຂອງຂັວນທີ່ລະນຶກໃຫ້ກັນ ແລະ ກັນ ຕື່ມອີກ.