ເຈົ້າແຂວງອຸດົມໄຊ ພ້ອມດ້ວຍຄະນະ ລົງເຄື່ອນໄຫວຕິດຕາມ ຊຸກຍູ້ວຽກງານຮອບດ້ານ ຢູ່ເມືອງແບງ

     ຕອນບ່າຍ ວັນທີ 20 ມິຖຸນາ 2022 ນີ້ ທ່ານ ບຸນຄົງ ຫລ້າຈຽມພອນ ເຈົ້າແຂວງອຸດົມໄຊ ພ້ອມດ້ວຍຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຫົວຫນ້າພະແນກການຂັ້ນແຂວງ ໄດ້ລົງເຄື່ອນໄຫວຕິດຕາມ, ກວດກາ ແລະ ຊຸກຍູ້ວຽກງານຮອບດ້ານຢູ່ເມືອງແບງ ໂດຍມີທ່ານ ສົມຄິດ ກັນສະຫນິດ ເຈົ້າເມືອງໆແບງ ພ້ອມດ້ວຍການນຳເມືອງ ແລະ ພະນັກງານຫລັກແຫລ່ງ.

   ການລົງເຄື່ອນໄຫວຂອງທ່ານເຈົ້າແຂວງອຸດົມໄຊ ພ້ອມດ້ວຍຄະນະ ໃນຄັ້ງນີ້ ກໍເພື່ອຕິດຕາມ, ຊຸກຍູ້ວຽກງານທຸກດ້ານຂອງເມືອງ ເປັນຕົ້ນແມ່ນ ຄວາມຄືບຫນ້າໃນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ – ສັງຄົມ 6 ເດືອນ ຕົ້ນປີ ທິດທາງແຜນການ 6 ເດືອນທ້າຍປີ 2022,ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຄວາມຫຍຸ້ງຍາກ ທາງດ້ານ ເສດຖະກິດ – ການເງິນ ແລະ ການແກໄຂບັນຫາຢາເສບຕິດ ລວມທັງການຫັນພະນັກງານລົງກໍ່ສ້າງຮາກຖານການເມືອງ ແລະ ວຽກງານສາມສ້າງ. ໂດຍແນ່ໃສ່ເຮັດໃຫ້ວຽກງານດັ່ງກ່າວ ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິດພາບ ແລະ ມີຜົນສຳເລັດຕາມລະດັບຄາດຫມາຍ. ໃນນັ້ນ ໄດ້ຮັບຟັງການລາຍງານສະພາບລວມ ກ່ຽວກັບການຈັດຕັ້ງປະຕິບັດວຽກງານຮອບດ້ານປະຈຳ 6 ເດືອນຕົ້ນປີ ພ້ອມທິດທາງແຜນການ ແລະ ຄາດຫມາຍສູ້ຊົນໃນຕໍ່ຫນ້າ ໂດຍຕິດພັນກັບ ຂໍ້ສະເຫນີ ບາງດ້ານ. ໂອກາດ ດັ່ງກ່າວ ທ່ານ ບຸນຄົງ ຫລ້າຈຽມພອນ ເຈົ້າແຂວງອຸດົມໄຊ ໄດ້ມີຄຳຄິດ, ຄຳເຫັນ ໂອ້ລົມ ທັງເປັນການປຶກສາຫາລື ແລະ ເນັ້ນຫນັກ ສິ່ງທີ່ຄວນເອົາໃຈໃສ່ບາງດ້ານ ໃນການສືບຕໍ່ຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ – ສັງຄົມ, 2 ວາລະແຫ່ງຊາດ ແລະ ການຫັນລົງກໍ່ສ້າງຮາກຖານການເມືອງ ເປັນຕົ້ນແມ່ນ ການເພີ່ມທະວີຄວາມຮັບຜິດຊອບທາງດ້ານການເມືອງ, ການຊີ້ນຳ – ນໍາພາ ແລະ ການຫັນວຽກງານ ໃຫ້ເປັນອັນລະອຽດ, ຖືກຕ້ອງ, ສອດຄ່ອງ ແລະ ແທດເຫມາະກັບສະພາບຕົວຈິງ, ພ້ອມກັນສະຫລຸບ, ປະເມີນ ແລະ ຕີລາຄາຄືນ ການຈັດຕັ້ງປະຕິບັດວຽກງານຮອບດ້ານໃນໄລຍະຜ່ານມາ ເພື່ອຍົກໃຫ້ເຫັນເຖິງຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ບັນຫາ ສິ່ງທ້າທາຍ ແລະ ສິ່ງທີ່ກົດຫນ່ວງທ່ວງດຶງການພັດທະນາເສດຖະກິດ – ສັງຄົມຂອງເມືອງ, ກຳນົດ, ວາງແຜນວຽກງານໃຫ້ມີຈຸດສຸມ ແລະ ເປົ້າຫມາຍຢ່າງລະອຽດຊັດເຈນ.

    ສ່ວນການສະເຫນີຂອງເມືອງ ກ່ຽວກັບການ ປັບປຸງສະໂມສອນຂອງເມືອງ ເພື່ອຮອງຮັບ ໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ຂອງເມືອງໃນຕໍ່ຫນ້າ ໃຫ້ມີຄວາມສະດວກ, ສະບາຍ ແລະ ພຽງພໍ, ການຍົກລະດັບເສັ້ນທາງພາຍໃນເທດສະບານ ແລະ ເສັ້ນທາງຈຸດສຸມບ້ານນາໂຮມ ທາງການນຳແຂວງຈະນຳໄປຄົ້ນຄວ້າ, ພິຈາລະນາ ແລະ ຊອກຫາແນວທາງໃນການແກ້ໄຂ ແລະ ຈຳນວນຫນຶ່ງ ຂະແຫນງການກ່ຽວຂ້ອງຂັ້ນແຂວງ ໄດ້ມີຄຳເຫັນ ແລະ ຊີ້ແຈງກັບທີ່.

ນັກຂ່າວ: ຄານມະນີ ຮຽນດໍຈັນ