ກອງປະຊຸມຮ່ວມ ລະຫວ່າງ ອົງການປົກຄອງແຂວງ ແລະສະພາປະຊາຊົນ

ກອງປະຊຸມຮ່ວມລະຫວ່າງ ອົງການປົກຄອງແຂວງ ກັບສະພາປະຊາຊົນແຂວງ ໄດ້ໄຂຂື້ນ ໃນວັນທີ່ 24 ມິຖຸນາ 2 ນີ້ ທີ່ຫ້ອງປະຊຸມ ຫ້ອງວ່າການແຂວງ ໂດຍການເປັນປະທານຂອງທ່ານ ສົມຈິດ ປັນຍາສັກ ຮອງເຈົ້າແຂວງອຸດົມໄຊ, ມີທ່ານ ຄຳເຜີຍ ງອນວັນຄຳ ຮອງປະທານ ສະພາປະຊາຊົນແຂວງ, ມີຄະນະປະຈຳສະພາ, ຄະນະປະຈຳພັກແຂວງ, ຫົວໜ້າພະແນກການ, ອົງການທີ່ກ່ຽວຂ້ອງເຂົ້າຮ່ວມ.

ຈຸດປະສົງກໍ່ເພື່ອປຶກສາຫາລື ແຜນວຽກຕ່າງໆ ເພື່ອນຳສະເໜີເຂົ້າໃນກອງປະຊຸມສະພາ ທີ່ຈະໄຂຂື້ນໃນມໍ່່ໆນີ້ໃຫ້ມີຄວາມເປັນເອກະພາບ, ພ້ອມນີ້ ຍັງໄດ້ຜ່ານຂໍ້ຕົກລົງຮ່ວມ ສະບັບເລກທີ 70/ອຊ, ລົງວັນທີ 04 ກຸມພາ 2022 ວ່າດ້ວຍການພົວພັນ ລະຫວ່າງ ສະພາປະຊາຊົນ ກັບອົງການປົກຄອງແຂວງ, ເຊີ່ງຂໍ້ຕົກລົງຮ່ວມສະບັບນີ້ໄດ້ກຳນົດຫຼັກການ, ລະບຽບການ, ເນື້ອໃນ, ແລະ ວິທີການພົວພັນລະຫວ່າງ ສສຂ ກັບ ອົງການປົກຄອງແຂວງ, ແນໃສຄົ້ນຄ້ວາ ປຶກສາຫາລື ແລະ ຕົກລົງບັນຫາສຳຄັນຂອງທ້ອງຖິ່ນ ຮ່ວມກັນໃຫ້ຖືກຕ້ອງ, ທັນການ ແລະ ມີປະສິດທິຜົນ, ລວມມີ 16 ມາດຕາ. ຜ່ານແຜນການກະກຽມ ການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາປະຊາຊົນແຂວງຊຸດທີ 2 ຄັ້ງວັນທີ່ 11 – 12 ສີງຫາ ທີ່ຈະມາເຖີງນີ້, ເພື່ອໃຫ້ມີຄວາມພ້ອມໃນທຸກດ້ານ ສາມາດຈັດຕັ້ງປະຕິບັດຕາມພາລະບົດບາດ ສິດ ແລະ ໜ້າທີ່ ຂອງສະພາປະຊາຊົນແຂວງ ໃນຖານະທີ່ເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນບັນດາເຜົ່າ.