ກຳມະບານຮາກຖານໜ່ວຍຫ້ອງວ່າການແຂວງ ສະຫຼຸບຂໍ້ແຂ່ງຂັນ 5 ເປັນເຈົ້າ

ພິທີສະຫຼຸບຂໍ້ແຂ່ງຂັນ 5 ເປັນເຈົ້າ ຂອງກຳມະບານຮາກຖານໜ່ວຍຫ້ອງວ່າການແຂວງ ໄດ້ໄຂຂື້ນໃນຕອນບ່າຍຂອງວວັນທີ 17 ມີຖຸນາ ນີ້ ໂດຍການເປັນປະທານຮ່ວມຂອງ ທ່ານ ສົມສັກ ຄຳລ້ານ ຮອງປະທານກຳມະບານແຂວງ, ແລະ ທ່ານ ຈັນທາແກ້ວສະຫວັດ ຄະນະພັກຮາກຖານ, ຮອງຫົວໜ້າຫ້ອງວ່າການແຂວງ; ມີບັນດາກຳມະບານຮາກຖານຈາກໜ່ວຍຈັດຕັ້ງແຂວງ, ກຳມະບານຮາກຖານໜ່ວຍກວດກາແຂວງ, ສະມາຊິກກຳມະບານແຂວງ ແລະ ສະມາຊິກກຳມະບານຮາກຖານໜ່ວຍຫ້ອງວ່າການແຂວງເຂົ້າຮ່ວມ.


ໃນພິທີດັ່ງກ່າວ ໄດ້ຜ່ານບົດສະລຸບບການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5ເປັນເຈົ້າ ໃນໄລະຍະໜຶ່ງປີຜ່ານມາ 2021 ແລະທິດທາງແຜນການປີ 2022 ຂອງໜ່ວຍກຳມະບານຮາກຖານຫ້ອງວ່າການແຂວງ, ຜ່ານຂໍ້ຕົກລົງຂອງກຳມະບານແຂວງ ແລະ ມອບໃບຢັ້ງຢືນ 5 ເປັນເຈົ້າ, ໃນທ້າຍກອງປະຊຸມ ປະທານໄດ້ໂອ້ລົມ ຊົມເຊີຍ ແລະ ຊີ້ນຳໃນການປະຕິບັດວຽກງານກຳມະບານຂອງໜ່ວຍໃຫ້ບັນລຸຜົນສຳເລັດ ແລະ ຮັກສາມູນເຊື້ອໃນໄລຍະຕໍ່ໄປ