ເຈົ້າແຂວງອຸດົມໄຊ ຕິດຕາມ,ຊຸກຍູ້ ວຽກງານຮອບດ້ານ ຢູ່ເມືອງຮຸນ

ລະຫວ່າງວັນທີ 19 ຫາ 20 ມິຖຸນາ   ນີ້ ທ່ານ ບຸນຄົງ ຫລ້າຈຽມພອນ ເຈົ້າແຂວງອຸດົມໄຊ ພ້ອມດ້ວຍການນຳແຂວງ ໄດ້ລົງເຄື່ອນໄຫວ ຕິດຕາມ, ຊຸກຍູ້ ວຽກງານຮອບດ້ານ ຢູ່ເມືອງຮຸນ ເຊິ່ງໄດ້ຮັບການຕ້ອນຮັບໂດຍທ່ານ ອິນທາ ລືນາມມະຈັກ ເຈົ້າເມືອງໆ ຮູນ ພ້ອມດ້ວຍຄະນະ.

   ການລົງເຄື່ອນໄຫວຂອງທ່ານເຈົ້າແຂວງ ພ້ອມດ້ວຍການນໍາຂັ້ນແຂວງ ໃນຄັ້ງນີ້ ໃນເບື້ອງຕົ້ນແມ່ນໄດ້ເຂົ້າຮ່ວມຮັບຟັງການລາຍງານ ສະພາບລວມ ກ່ຽວກັບການຈັດຕັ້ງປະຕິບັດວຽກງານຮອບດ້ານ ເປັນຕົ້ນແມ່ນ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ ໃນໄລຍະ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2022 ໂດຍຕິດພັນກັບການຈັດຕັ້ງປະຕິບັດ ເນື້ອໃນ 2 ວາລະແຫ່ງຊາດ ຄື ການແກ້ໄຂ ບັນຫາຄວາມຫຍຸ້ງຍາກທາງດ້ານ ເສດຖະກິດ – ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ ແລະ ວຽກງານການຫັນພະນັກງານລົງກໍ່ສ້າງຮາກຖານ. ໃນນີ້ ຂະແຫນງການກ່ຽວຂ້ອງຂັ້ນແຂວງ ໄດ້ມີຄຳເຫັນຊີ້ແຈ້ງ ແລະ ລາຍງານບາງຫນ້າວຽກ ເຊັ່ນ ວຽກງານພະລັງງານ ແລະ ບໍ່ແຮ່, ວຽກງານໂຍທາທິການ ແລະ ຂົນສົ່ງ ແລະ ທ່ານ ບຸນຄົງ ຫລ້າຈຽມພອນ ເຈົ້າແຂວງອຸດົມໄຊ ໄດ້ມີຄຳເຫັນໂອ້ລົມ ພ້ອມທັງເນັ້ນຫນັກບາງບັນຫາ ໂດຍສະເພາະແມ່ນ ສືບ ຕໍ່ຈັດຕັ້ງປະຕິບັດວຽກງານ ທຸກດ້ານ ໂດຍອີງໃສ່ທ່າແຮງຂອງເມືອງ ໃຫ້ມີຜົນສຳເລັດ ແລະ ບັນລຸຕາມລະດັບຄາດຫມາຍ. ຈາກນັ້ນ, ການນໍາແຂວງ ແລະ ເມືອງ ໄດ້ພ້ອມກັນລົງພົບປະຢ້ຽມຢາມປະຊາຊົນຢູ່ບ້ານໄຊມຸງຄຸນ ເພື່ອຕິດຕາມ, ຊຸກຍູ້ ແລະ ຊອກໃຫ້ເຫັນບັນຫາທີ່ຈະສືບຕໍ່ຈັດຕັ້ງປະຕິບັດ ໂດຍແນ່ໃສ່ເຮັດໃຫ້ ຊີວິດການເປັນຢູ່ຂອງປະຊາຊົນ ນັບມື້ນັບດີຂຶ້ນເທື່ອລະກ້າວ ພ້ອມທັງ ມອບເງິນໃຫ້ອົງການປົກຄອງບ້ານຈຳນວນຫນຶ່ງ, ຈາກນັ້ນ, ໄດ້ເດີນທາງໄປສໍາຫລວດຈຸດພື້ນທີ່ ທີ່ຈະສ້າງຕັ້ງເປັນໂຮງງານມັນຕົ້ນທີ່ບ້ານບວມເລົ່າ ໃນເນື້ອທີ່ເກືອບ 70 ເຮັກຕາ. ພ້ອມທັງ ເດີນທາງໄປພົບປະຢ້ຽມຢາມ ແລະ ໂອ້ລົມ ພະນັກງານຫລັກແຫລ່ງ ຢູ່ກອງພັນໃຫຍ່ ສູນຝຶກອົບຮົມ ກອງພົນທະຫານຮາບທີ່ 3 ເຊິ່ງໃຫ້ການຕ້ອນຮັບໂດຍທ່ານ ພັນໂທ ບຸນເລີດ ໂຕນສັນໄຊ ຮອງເລຂາຄະນະພັກ, ຫົວຫນ້າການທະຫານ ກອງພັນໃຫຍ່ ສູນຝຶກອົບຮົມ ກອງພົນທະຫານຮາບທີ່ 3 ພ້ອມດ້ວຍຄະນະພັກ, ຄະນະບັນຊາ ແລະ ອ້າຍນ້ອງທະຫານພາຍໃນສູນຝຶກດັ່ງກ່າວ.    ໂດຍລວມແລ້ວ ການລົງເຄື່ອນໄຫວ ຂອງທ່ານເຈົ້າແຂວງ ພ້ອມດ້ວຍຄະນະ ທີ່ເມືອງຮຸນໃນຄັ້ງນີ້ ກໍເພື່ອຕິດຕາມ, ຊຸກຍູ້ ວຽກງານທຸກດ້ານຂອງເມືອງ ທັງເປັນການເກັບກຳບັນຫາ ແລະ ຂໍ້ຄົງຄ້າງຕ່າງໆ ທີ່ເປັນສິ່ງກົດຫນ່ວງທ່ວງດຶງ ໃນການພັດທະນາເສດຖະກິດ – ສັງຄົມ ນໍາໄປພິຈາລະນາ ແລະ ຊອກຫາແນວທາງປັບປຸງ ແກ້ໄຂ ໃນຕໍ່ຫນ້າ.