ເຈົ້າແຂວງອຸດົມໄຊ ພ້ອມດ້ວຍຄະນະ ລົງເຄື່ອນໄຫວຕິດຕາມ,ກວດກາ,ຊຸກຍູ້ວຽກງານຮອບດ້ານ ຢູ່ເມືອງປາກແບງ

ທ້າຍອາທິດຜ່ານມານີ້ ທ່ານ ບຸນຄົງ ຫລ້າຈຽມພອນ ເຈົ້າແຂວງອຸດົມໄຊ ພ້ອມດ້ວຍ ການນຳແຂວງ ໄດ້ລົງເຄື່ອນໄຫວ ຕິດຕາມ, ກວດກາ ແລະ ຊຸກຍູ້ວຽກງານຮອບດ້ານ ຢູ່ເມືອງປາກແບງ ໂດຍມີທ່ານ ຄຳສະພອນ ໄຊຍະວົງ ເຈົ້າເມືອງໆ ປາກແບງ ພ້ອມດ້ວຍການນຳເມືອງ ໃຫ້ການຕ້ອນຮັບ.

     ການລົງເຄື່ອນໄຫວຕິດຕາມ, ກວດກາ ແລະ ຊຸກຍູ້ວຽກງານຂອງທ່ານເຈົ້າແຂວງ ພ້ອມດ້ວຍຄະນະ ຢູ່ເມືອງປາກແບງຄັ້ງນີ້ ແມ່ນລົງເລິກກ່ຽວກັບ ການຈັດຕັ້ງປະຕິບັດ ວຽກງານແຜນພັດທະນາເສດຖະກິດ – ສັງຄົມ ຂອງເມືອງ ໃນໄລຍະ 6 ເດືອນຕົ້ນປີ ໂດຍຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ຄື ການແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານ ເສດຖະກິດ – ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ, ການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຂອງແຂວງ ວ່າດ້ວຍການຫັນພະນັກງານລົງກໍ່ສ້າງຮາກຖານ, ການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານການລົງທຶນຂອງນັກລົງທຶນ ເປັນຕົ້ນແມ່ນໂຄງການຂຸດຄົ້ນແຮ່ຄຳ, ການປຸງແຕ່ງໃບຊາ, ການທ່ອງທ່ຽວ ແລະ ວຽກງານອື່ນໆ ທີ່ກ່ຽວຂ້ອງ ເພື່ອຊອກໃຫ້ເຫັນບັນຫາ ແລະ ຂໍ້ຫຍຸ້ງຍາກ ໃນການຈັດຕັ້ງປະຕິບັດໃນໄລຍະຜ່ານມາ ພ້ອມທັງ ຮ່ວມກັນຊອກຫາແນວທາງໃນການປັບປຸງ, ແກ້ໄຂໃນຕໍ່ຫນ້າ. ໂດຍແນ່ໃສ່ເຮັດໃຫ້ວຽກງານເສດຖະກິດ – ສັງຄົມ ຂອງເມືອງປາກແບງ ໄດ້ຮັບຜົນສໍາເລັດຕາມລະດັບຄາດຫມາຍ. ເຊິ່ງເບື້ອງຕົ້ນແມ່ນໄດ້ເຂົ້າຮ່ວມຮັບຟັງການລາຍງານ ສະພາບການຈັດຕັ້ງປະຕິບັດແຜນພັດ ທະນາເສດຖະກິດ – ສັງຄົມ ຂອງເມືອງປາກແບງ ປະຈໍາ 6 ເດືອນຕົ້ນປີ 2022.      ໂອກາດດັ່ງກ່າວ ທ່ານບຸນຄົງ ຫລ້າຈຽມພອນ ເຈົ້າແຂວງອຸດົມໄຊ ພ້ອມດ້ວຍການນໍາແຂວງ,ເມືອງ ແລະ ວິຊາການ ໄດ້ລົງຕິດຕາມ, ກວດກາ, ຊຸກຍູ້ ແລະ ຢ້ຽມຢາມ ສະຖານທີ່ໂຄງການຂຸດຄົ້ນແຮ່ຄຳ ຂອງບໍລິສັດ ລາວຊິນຫລົງ ບຸກເບີກອຸດສາຫະກຳບໍ່ແຮ່ຈຳກັດ ໃນນີ້ ແມ່ນໄດ້ຮັບຟັງການລາຍງານສະພາບລວມ ກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງໂຄງການ ນັບແຕ່ມື້ສ້າງຕັ້ງ ຈົນເຖິງປັດຈຸບັນ ຈາກທ່ານ ຊູຊິງຫມິງ ປະທານບໍລິສັດ ລາວຊິນຫລົງ ບຸກເບີກອຸດສາຫະກຳ ບໍ່ແຮ່ ຈຳກັດ ປະຈຳ ສປປລາວ. ພ້ອມທັງ ລົງສຳຫລວດ, ຕິດຕາມ, ກວດກາ ຢູ່ສະຖານທີ່ຕົວຈິງ. ຈາກນັ້ນ, ໄດ້ເດີນທາງ ໄປຢ້ຽມຢາມບ້ານຈັດສັນໃຫມ່ ຄື: ບ້ານຕອງ ທີ່ໄດ້ຮັບການຍົກຍ້າຍອອກຈາກເຂດ ສຳປະທານຂອງໂຄງການຂຸດຄົ້ນແຮ່ຄຳ ເຊິ່ງມີທັງຫມົດ ຈຳນວນ 24 ຫລັງຄາເຮືອນ ເຊິ່ງທັງຫມົດ ແມ່ນສຳເລັດໃນການກໍ່ສ້າງ ແລະ ປະຊາຊົນໄດ້ເຂົ້າຢູ່, ອາໄສ ຢ່າງເປັນປົກກະຕິແລ້ວ.