ທ່ານຮອງເຈົ້າແຂວງ ຕ້ອນຮັບອຳນວຍການທະນາຄານໂລກ

ຕອນບ່າຍວັນທີ 5 ພຶດສະພາ 2022 ທ່ານ ສົມຈິດ ປັນຍາສັກ ຮອງເຈົ້າແຂວງອຸດົມໄຊ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບ ທ່ານ ນາງ ມາຣ່ຽມ ເຊີແມນ ອຳນວຍການທະນາຄານໂລກ ປະຈຳມຽນມາ, ກຳປູເຈຍ ແລະ ສປປ ລາວ ພ້ອມດ້ວຍຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອຸດົມໄຊ.

ໃນໂອກາດນີ້ທ່ານຮອງເຈົ້າແຂວງອຸດົມໄຊ ກໍ່ໄດ້ລາຍງານໃຫ້ຊາບກ່ຽວກັບສະພາບ ຈຸດພິເສດຂອງແຂວງອຸດົມໄຊ, ລາຍງານກ່ຽວກັບການພັດທະນາເສດຖະກິດ-ສັງຄົມຂອງແຂວງອຸດົມໄຊໂດຍຫຍໍ້ ແລະ ລາຍງານໃຫ້ຊາບກ່ຽວກັບການຈັດຕັ້ງປະຕິບັດບັນດາກິດຈະກຳໂຄງການທີ່ໄດ້ຮັບທຶນຊ່ວຍເຫຼືອຈາກທະນາຄານໂລກທີ່ໄດ້ມີການຈັດຕັ້ງຢູ່ແຂວງອຸດົມໄຊ ໂອກາດນີ້ກໍ່ໄດ້ມີການສົນທະນາແລກປ່ຽນຄຳຄິດຄຳເຫັນນຳກັນກ່ຽວກັບການຈັດຕັ້ງປະຕິບັດກິດຈະກຳໂຄງການທີ່ໄດ້ຮັບທຶນຊ່ວຍເຫຼືອຈາກທະນາຄານໂລກ ແລະ ບັນດາແນວທາງທີ່ຈະສືບຕໍ່ໃນການຊ່ວຍເຫຼືອ.